ບັນດາຄວາມຮູ້ສຶກຂອງນັກສຳມະນາກອນທີ່ໄດ້ເຂົ້າຮ່ວມ “ຝຶກອົບຮົມວິທີການຂຽນບົດຂ່າວ, ບົດຄວາມລົງເຜິຍແຜ່ໃນສື່ເອເລັກໂຕຣນິກ ໃຫ້ແກ່ພະນັກງານ ຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ຄັ້ງວັນທີ 04-07/112024” ສະຫາຍ ກົງເພັດ ສີອຸດົມ ຮອງຫົວໜ້າພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄອສພ “ໃນໂອກາດທີ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຝຶກອົບຮົມໃນຄັ້ງນີ້ ຖືວ່າເປັນຄັ້ງທຳອິດທີ່ຜູ້ເຮັດວຽກງານບໍລິຫານໜ້າກະດານຂ່າວເອເລັກໂຕຮນິກກໍຄືເວັບໄຊສ ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດລວມທັງຄະນະຮັບຜິດຊອບທາງສູນກາງ, ເຊີ່ງໄດ້ລົງເລິກໃນແຕ່ລະບັນຫາເປັນຕົ້ນ ການຂຽນຂ່າວ, ຂຽນບົດ, ຂັ້ນຕອນວິທີການສຳພາດ, ການບໍລິຫານຂໍ້ມູນຂ່າວສານໃຫ້ພຽງພໍເໝາະສົມໃນການເຜີຍແຜ່, ການວິເຄາະວິໄຈບັນຫາເພື່ອລົງເລິກໃນການຕອບແກ້ ແລະ ອະທິບາຍຂ່າວທີ່ເຜີຍແຜ່ອອກໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈຢ່າງຊັດເຈນ ພ້ອມທັງໄດ້ປຶກສາແລກປ່ຽນບາງບັນຫາໃນການເກັບກໍາຂໍ້ມູນກ່ອນນຳສະເໜີ ຫຼື ເຜີຍແຜ່ໃຫ້ສັງຄົມຮັບຮູ້, ອັນພິເສດ ແມ່ນການຮຽນຮູ້ການນຳໃຊ້ສຳນວນທີ່ມີຄວາມໜັກເບົາເພື່ອໃຫ້ແທດເໝາະກັບເນື້ອໃນ ລວມທັງສີ່ງທີ່ຜູ້ເຮັດວຽກງານດັ່ງກ່າວຈະຕ້ອງເອົາໃຈໃສ່ກຳແໜ້ນເນື້ອໃນທີ່ເປັນຕັບບີທີ່ສຳຄັນໃນການເຊື່ອມຊຶມແລະ ຍົກສູງຄວາມຮັບຮູ້ຢ່າງເລິກເຊິ່ງ. ຜ່ານການຈັດຕັ້ງປະຕິບັດການຝຶກອົບຮົມໃນຄັ້ງນີ້ຈະເປັນການຝຶກຜ່ານລະບົບອອນລາຍກໍຕາມ ແຕ່ກໍ່ບໍ່ເປັນອຸປະສັກໃນການຮັບຟັງ ແລະ ສຶກສາຮຽນຮູ້ຂອງແອັດມິນພວກເຮົາ ຖືວ່າໄດ້ຝຶກທັງບົດຮຽນ, ໄດ້ຝຶກທັງການຫັນເປັນທັນສະໄໝໄປໃນໂຕ, ນອກຈາກນັ້ນກໍ່ເຫັນໄດ້ວ່າແອັດມິນບັນດາແຂວງຕ່າງກໍ່ມີຄວາມສົນໃຈ ແລະ ມີຄຳຖາມແລກປ່ຽນທີ່ຫຼາກຫຼາຍ, ສະນັ້ນຂໍຖືໂອກາດນີ້ສະແດງຄວາມຂອບໃຈມາຍັງບັນດາອາຈານທີ່ໄດ້ສົ່ງຄວາມຮູ້ໃຫ້ບັນດາແອັດມິນພວກເຮົາ, ຂອບໃຈຄະນະນຳ ຄອສພ ແລະ ຄະນະຮັບຜິດຊອບທີ່ໄດ້ຈັດຝຶກຄັ້ງນີ້ຂື້ນເຊີ່ງໄດ້ກາຍເປັນເວທີອັນສຳຄັນທີ່ເຮັດໃຫ້ຄະນະແອັດມິນພວກເຮົາຜູ້ທີ່ເຮັດວຽກກັບພາຫະນະດັ່ງກ່າວໄດ້ຖອດຖອນບົດຮຽນປະສົບການດ້ວຍບັນຍາກາດທີ່ເປັນກັນເອງ ຂໍຂອບໃຈ.” “ໂຄສະນາອົບຮົມແຂວງອຸດົມໄຊ” “ຊຸດຝຶກອົບຮົມວຽກງານການຂຽນບົດຂ່າວປະເພດຕ່າງໆເຕັກນິກການຂຽນຂ່າວ […]