ສົມພິນິດ ວົງສົມບັດ

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ.

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ. ໃນວັນທີ 4-6 ສິງຫາ 2023 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ ຈັດຊຸດຝຶກອົບຮົມວຽກ ງານໄອທີ ກ່ຽວກັບລະບົບຄອມພິວເຕີ, ການບໍາລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂ່າຍເອເລັກໂຕຣນິກ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດຊຸດຝຶກອົບຮົມ ໂດຍ ທ່ານ ບຸນສຸລີ ໂລມາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ ແລະ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ; ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 11 ທ່ານ. ໃນພິທີ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມ […]

ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາວັນຍຶດອໍານາດ 23 ສິງຫາ ຄົບຮອບ 78 ປີ ,ວັນລັດ ຖະທໍາມະນູນຄົບ ຮອບ 32 ປີ ແລະ ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິ ຫານງານພັກ ຄັ້ງທີ 6 ສະໄຫມທີ XI.

ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາວັນຍຶດອໍານາດ 23 ສິງຫາ ຄົບຮອບ 78 ປີ ,ວັນລັດ ຖະທໍາມະນູນ ຄົບຮອບ32 ປີ ແລະ ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກ ຄັ້ງທີ 6 ສະໄຫມທີ XI. ໃນວັນທີ 29 ສິງຫາ 2023 ຜ່ານມາ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາວັນຍຶດອໍານາດ 23 ສິງຫາ ຄົບຮອບ 78 ປີ ,ວັນລັດຖະທໍາມະນູນ ຄົບຮອບ32 ປີ ແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 6 ສະໄຫມທີ XI, ຂຶ້ນທີ່ ສະໂມສອນໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ6) ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະ ດີສູນກາງພັກ; ເຂົ້າຮ່ວມມີ: ຄະນະປະຈໍາພັກ, ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, […]

ພິທີເປີດການນຳໃຊ້ລະບົບບໍລິການພາກລັດປະຕູດຽວ (Gov-X) ຢ່າງເປັນທາງການ.

ພິທີເປີດການນຳໃຊ້ລະບົບບໍລິການພາກລັດປະຕູດຽວ (Gov-X) ຢ່າງເປັນທາງການ. ໃນຕອນເຊົ້າຂອງ ວັນທີ 28 ສິງຫາ 2023, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ຮ່ວມກັບອົງການສະຫະປະຊາຊາດເພື່ອການພັດທະນາ (ອົງການ UNDP) ປະຈຳ ສປປ ລາວ ໄດ້ຈັດພິທີເປີດການນຳໃຊ້ລະບົບບໍລິການພາກລັດປະຕູດຽວ (Gov-X) ຂື້ນ ທີ່ໂຮງແຮມ ຄຣາວພລາຊ່າ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານເປີດພິທີ ໂດຍ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີລັດຖະມົນຕີຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ມີຮັກສາການຜູ້ບໍລິຫານຈາກອົງການ UNDP ປະຈຳ ສປປ ລາວ , ບັນດາທ່ານລັດຖະມົນຕີ, ຫົວໜ້າ ແລະ ຄະນະຫ້ອງການ ຈາກບັນດາກະຊວງ, ອົງການ, ຕາງໜ້າຈາກສະຖານທູດ, ອົງການຈັດຕັ້ງສາກົນ, ບັນດາບໍລິສັດໂທລະຄົມ, ຄະນະຫ້ອງການ ແລະ ກົມ/ທຽບເທົ່າ […]

ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ກວດກາລັດ

ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ກວດກາລັດ ຕອນເຊົ້າ ວັນທີ 16 ສິງຫາ 2023 ທີ່ຫ້ອງປະຊຸມຊັ້ນ 4 ກົມກວດກາຄະນະໂຄສະນາອົບຮົມສູນກາງພັກ ຈັດຝຶກອົບຮົມວຽກງານກວດກາພັກ-ກວດກາລັດ ຊຸດທີ III ຂຶ້ນ, ໃຫ້ກຽດເປັນປະທານ ໂດຍ ທ່ານ ນ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ປະທານກວດກາຄະນະພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນ ກາງພັກ, ເຂົ້າຮ່ວມມີ ທ່ານ ວັນຄໍາ ໄຊວົງສັກ ຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ, ຄະນະກວດກາສູນນກາງພັກ, ມີຄະນະກົມກວດກາ, ພ້ອມດ້ວຍພະນັກງານຜູູ້ເຮັດວຽກງານກວດກາ ຂອງບັນດາກົມ ແລະ ອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຈໍານວນ 25 ທ່ານ. ໃນພິທີ ທ່ານ ນ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ປະທານກວດກາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດກ່າວເປີດພິທີຢ່າງເປັນທາງການ ບົດຮຽນທີ່ຈະມາຝຶກອົບຮົມໃນຄັ້ງນີ້ ມີຈໍານວນ 8 ບົດຄື: […]

ກົມກວດກາເຄື່ອນໄຫວເຮັດວຽກກວດກາປົກກະຕິ

ກົມກວດກາເຄື່ອນໄຫວເຮັດວຽກກວດກາປົກກະຕິ. ໃນຕອນເຊົ້າຂອງວັນທີ 04 ສິງຫາ 2023 ຄະນະກວດກາພັກ,ກົມກວດກາຄະນະໂຄສະນາອົບຮົມສູນກາງພັກ ນຳໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະ ຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານກວດກາພັກ ໄດ້ເຄື່ອນໄຫວກວດກາປົກກະຕິ ຢູ່ໜ່ວຍພັກໜັງສືພິມປະຊາຊົນ ຄະນະໂຄສານາອົບຮົມສູນກາງພັກ. ໃນໂອກາດດັ່ງກ່າວ ສະຫາຍ ວັນໄຊ ຕະວິນຍານ ກໍາມະການພັກ, ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງ ຄະນະໜ່ວຍພັກ ໜັງສືພິມປະຊາຊົນ ໃນໄລຍະ 1 ປີ ຜ່ານມາແມ່ນໄດ້ເອົາໃຈໃສ່ນຳພາແນວຄິດ ພະນັກງານ, ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ໄປຄຽງຄູ່ກັນນັ້ນ ກໍໄດ້ເປັນເຈົ້າການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ໂດຍໄດ້ຫັນມາເປັນທິດທາງ ແຜນການ , ແຜນງານ,ໂຄງການ ລະ ອຽດ ໃນເວລາດໍາເນີນຊີວິດການເມືອງຂອງໜ່ວຍພັກໄດ້ເໜັ້ນໜັກການປະຕິບັດກົດລະບຽບຂອງພັກ ສິດ, ໜ້າທີ່, ພັນທະ […]

1 11 12 13 14 15 39