ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມຂໍ້ມູນຂ່າວສານ
ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມຂໍ້ມູນຂ່າວສານ ໃນວັນທີ 10 ມີນາ 2021 ໜ່ວຍພັກກົມຂໍ້ມູນຂ່າວສານຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະ ຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນຢູ່ທີ່ຫ້ອງປະຊຸມ ຊັ້ນ 5 ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ອານົງສັກ ອິນທະວົງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ສະ ຫາຍເລ ຂາ ແລະ ຮອງເລຂາໜ່ວຍພັກກົມຂໍ້ມູນຂ່າວສານ, ມີແຂກຖືກເຊີນຕາງໜ້າໜ່ວຍພັກບັນດາກົມອ້ອມຂ້າງ ຄອສພ ແລະ ບັນດາສະມາຊິກພັກສົມບູນພາຍໃນກົມຂໍ້ມູນຂ່າວສານເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ສະຫາຍ ວັນຕຸລາ ຣັກນຸດ ເລຂາໜ່ວຍພັກກົມຂໍ້ມູນຂ່າວສານ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກກົມຂໍ້ມູນຂ່າວສານຄະນະໂຄສະນາອົບຮົມສູນກາງພັກເຊິ່ງໄດ້ສະຫຼຸບຕີລາຄາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການເຄື່ອນໄຫວປະຕິບັດໜ້າທີ່ໃນໄລຍະ 5 ປີຜ່ານມາ (2015-2019) ແລະ ວາງທິດທາງວຽກງານຈຸດສຸມໃນ 5 ປີຕໍ່ໜ້າ; ກອງປະຊຸມໄດ້ຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງບົດລາຍງານການ ເມືອງ […]