ກົມຂໍ້ມູນຂ່າວສານ ຄອສພ ຮ່ວມກັບ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີ ອັດສະລິຍະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດຊຸດຝຶກອົບຮົມການນໍາໃຊ້ໂປຣແກຮມທີ່ທັນສະໄໝໃຫ້ແກ່ພະນັກງານກົມໄອທີ.


ກົມຂໍ້ມູນຂ່າວສານ ຄອສພ ຮ່ວມກັບ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີ ອັດສະລິຍະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດຊຸດຝຶກອົບຮົມການນໍາໃຊ້ໂປຣແກຮມທີ່ທັນສະໄໝໃຫ້ແກ່ພະນັກງານກົມໄອທີ.
ໃນຕອນເຊົ້້າຂອງວັນທີ 8 ກໍລະກົດ 2022, ກົມຂໍ້ມູນຂ່າວສານ ຮ່ວມກັບ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີ ອັດສະລິຍາ ຈັດຊຸດຝຶກອົບຮົມການນໍາໃຊ້ໂປຣແກຮມທີ່ທັນສະໄໝໃຫ້ແກ່ ພະນັກງານກົມຂໍ້ມູນຂ່າວສານ, ໃຫ້ກຽດກ່າວເປີດຊຸດຝຶກອົບຮົມໂດຍ ທ່ານ ວັນຕຸລາ ຮັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ; ເຂົ້າຮ່ວມມີ: ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວກົມຂໍ້ມູນຂ່າວສານ, ມີຫົວໜ້າພະແນກ, ຮອງພະແນກ, ພະນັກງານວິຊາການ ພາຍໃນກົມຂໍ້ມູນຂ່າວສານ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ ທ່ານ ນາງ ອິດໄຊທອງ ສົມມະນີ ຫົວໜ້າພະແນກລະບົບເຄືອຂ່າຍເອເລັກໂຕຣນິກ ກົມຂໍ້ມູນຂ່າວສານ ໄດ້ຂຶ້ນກ່າວຈຸດປະສົງໃນການຈັດຊຸດຝຶກອົບຮົມຄັ້ງນີ້ແມ່ນເພື່ອແນ່ໃສ່ຍົກສູງຄຸນນະພາບວຽກງານໂຄສະນາອົບຮົມ ໃນການນໍາໃຊ້ລະບົບເອເລັກໂຕຣນິກທີ່ທັນສະໄໝຕ່າງໆເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ໃຫ້ມີຄວາມສະດວກ ແລະ ວ່ອງໄວ. ແນ່ໃສ່ສ້າງພະນັກງານ ວິຊາການໄອທີ ໄດ້ຮຽນຮູ້ ແລະ ມີຄວາມຊໍານານ ໃນການນໍາໃຊ້ລະບົບໂປຣແກຣມໃໝ່ໆເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະຕົວຈິງຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໃນແຕ່ລະໄລຍະ, ພ້ອມນັ້ນຍັງເປັນການສ້າງບາດ ກ້າວຫັນປ່ຽນໃໝ່ ວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບວຽກງານໂຄສະນາອົບຮົມໃນແຕ່ລະໄລຍະ, ພ້ອມທັງເປັນການສ້າງຄູ່ຮ່ວມມືທີ່ດີໃນການພົວພັນຮ່ວມມືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງກົມຂໍ້ມູນຂ່າວສານ ຄອສພ ແລະ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີ ອັດສະລິຍະກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ໃນໂອກາດທີ່ມີ ຄວາມໝາຍ ຄວາມສໍາຄັນດັ່ງກ່າວ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ໄດ້ໃຫ້ກຽດຂຶ້ນກ່າວເປີດຊຸດຝຶກອົບຮົມຢ່າງເປັນທາງການ ເຊິ່ງກ່ອນອື່ນທ່ານ ໄດ້ສະແດງຄວາມຊົມເຊີຍມາຍັງຄະນະຮັບຜິດຊອບ ແລະ ບັນດາອາຈານຈາກສະຖາບັນ ທີ່ເຫັນໄດ້ຄວາມສໍາຄັນຕໍ່ວຽກງານໂຄ ສະນາອົບຮົມ ໃນການນໍາໃຊ້ລະບົບໂປຣແກຣມທີ່ທັນສະໄໝ ເພື່ອຮັບໃຊ້ວຽກງານການເມືອງ-ແນວຄິດ ຂອງພັກໃນໄລຍະໃໝ່ ໃຫ້ມີຄວາມວ່ອງໄວ ແລະ ທັນສະພາບການ, ສະນັ້ນຈຶ່ງມີຄວາມຈໍາເປັນໃນການຮຽນຮູ້ ເພື່ອໝູນໃຊ້ເຂົ້້າໃນວຽກງານວິຊາສະເພາະ ໂດຍຕິດພັນກັບການພັດທະນາບຸກຄະລາກອນ ຢ່າງເປັນລະ ບົບໄປພ້ອມກັນ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະໃຫ້ມີປະສິດທິພາບສູງຂຶ້ນ; ພ້ອມນັ້ນທ່ານ ຍັງຮຽກຮ້ອງມາຍັງບັນດາພະນັກງານ-ລັດຖະກອນ ກໍຄື ພະນັກງານທີ່ເຮັດວຽກງານໄອທີ ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ຮຽນຮູ້ ແລະ ນໍາເອົາເນື້ອໃນບົດຮຽນ ໄປນໍາໃຊ້ເຂົ້າໃນການປະຕິບັດໜ້າທີວຽກງານວິຊາສະເພາະໃຫ້ມີປະສິດທິພາບສູງ.