ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2023 ຄົບຮອບ 113 ປີ (08/3/1910 – 8/3/2023).


ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2023 ຄົບຮອບ 113 ປີ (08/3/1910 – 8/3/2023).
ໃນຕອນເຊົ້າຂອງວັນທີ 3 ມີນາ 2023. ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີ ສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2023 ຄົບຮອບ 113 ປີ ຂຶ້ນທີ່ ສະໂມສອນໃຫຍ່ ຄອສພ (ຫຼັກ6). ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ; ເຂົ້າຮ່ວມມີ: ຄະນະພັກ, ຄະນະບໍລິຫານງານສະຫະພັນແມ່ຍິງ ຄອສພ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກສະຫະພັນແມ່ຍິງ ທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ນາງ ຈັນສຸກ ພິມມະວັນ ຮອງສະຫະພັນແມ່ຍິງ ຄອສພ ໄດ້ຂຶ້ນກ່າວຈຸດປະສົງຂອງ ການຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ (08 ມີນາ 1910-8 ມີນາ 2023). ຫຼັງຈາກນັ້ນຄະນະສະຫະພັນແມ່ຍິງ ຄອສພ ໄດ້ພັດປ່ຽນກັນຂຶ້ນເຜີຍແຜ່ບົດໂອ້ລົມຂອງທ່ານ ນາງ ສີໃສ ລືເດດມູນສອນ ຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 2 ສະໄຫມທີ VIII , ຜ່ານແຜນດໍາເນີນງານຂອງສູນກາງສະຫະພັນແມ່ຍິງລາວ 2021-2025, ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງຄະນະສະຫະພັນແມ່ຍິງ ຄອສພ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023, ຜ່ານຮ່າງແຜນພັດທະນາຂອງຄະນະສະຫະພັນແມ່ຍິງ ຄອສພ 2021-2025, ຜ່ານບົດສະຫຼຸບການຈັດຕັ້ງປະ ຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະທີ I (2021-2022) ແລະ ທິດທາງແຜນການເຄື່ອນໄຫວໄລຍະທີ II(2023-2024) ຂອງຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ
ໃນໂອກາດທີ່ມີ ຄວາມໝາຍ ຄວາມສໍາຄັນດັ່ງກ່າວ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວຂອງຄະນະສະຫະພັນແມ່ຍິງ ຄອສພ ຕະຫຼອດໄລຍະຜ່ານມາ ແລະ ໄດ້ຖືສໍາຄັນວຽກງານການເມືອງ-ແນວຄິດ ຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນຢ່າງຕັ້ງໜ້າ ເອົາໃຈໃສ່ຄົນຄວ້າບັນດາເອກະສານສໍາຄັນຂອງຊາດ ຂອງພັກ, ຍົກລະດັບຄວາມຮູ້ຄວາມສາມາດໃນການຊອກຮູ້ຮໍ່າຮຽນຫຼາຍໆດ້ານ ນອກຈາກຈະສຸມໃສ່ເຮັດວຽກງານວິຊາສະເພາະແລ້ວ, ສະຫະພັນແມ່ຍິງ ຄອສພ ຍັງຮັກສາໄດ້ຄຸນລັກສະນະທີ່ເປັນມູນເຊື້ອອັນດີງາມຂອງແມ່ຍິງລາວເຮົາ ນັ້ນກໍຄືການເອົາໃຈໃສເບິ່ງແຍງລູກ-ຫຼານ, ເບິ່ງແຍງຄອບຄົວ, ສຶກສາອົບຮົມລູກ-ຫຼານໃຫ້ເປັນຄົນດີຂອງສັງຄົມ, ການເປັນແມ່ທີ່ດີ, ເປັນເມຍທີ່ດີ ແລະ ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີຂອງສະມາຊິກພາຍໃນຄອບຄົວ. ພ້ອມນັ້ນ ແມ່ຍິງລາວພວກເຮົາຍັງມີຄວາມດຸໝັ່ນຂະຫຍັນພຽນ, ສ້າງເສດຖະກິດຄອບຄົວຕາມຄວາມສາມາດ ແລະ ເຫື່ອແຮງຂອງຕົນ, ຜ່ານການເຄື່ອນໄຫວປະຕິບັດໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ສະຫະພັນແມ່ຍິງ ຄອສພ ໄດ້ມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ສະມາຊິກແມ່ຍິງສ່ວນຫຼາຍໄດ້ຮັບການບໍາລຸງສ້າງທາງດ້ານທິດສະດີ, ວິຊາສະເພາະ ແລະ ພາສາຕ່າງປະເທດ, ມີຄຸນທາດການເມືອງອັນໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້-ຄວາມສາມາດ ແລະ ເປັນກໍາລັງແຮງສໍາຄັນໃນການປະຕິບັດທີ່ ທີ່ພັກ-ລັດມອບໝາຍໃຫ້ຢ່າງມີຜົນສໍາເລັດ; ສະມາຊິກແມ່ຍິງຫຼາຍສະຫາຍໄດ້ກາຍເປັນສະມາຊິກພັກ ແລະ ໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈຈາກການຈັດຕັ້ງ, ໄດ້ຮັບການເລື່ອນຂັ້ນ, ເລື່ອນຊັ້ນ ແລະ ບັນຈຸສັບຊ້ອນເຂົ້າໃນຕໍາແໜ່ງນໍາພາ-ຄຸ້ມຄອງທີ່ສໍາຄັນ. ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນໜັກບາງຈຸດສໍາຄັນຄື:
1. ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ເພື່ອສ້າງຄວາມອຸ່ນອຽນທຸ່ນທ່ຽງ, ສ້າງຄວາມຮັບຮູ້, ຄວາມເຂົ້າໃຈຕໍ່ບັນຫາຕ່າງໆ ຢ່າງຖືກຕ້ອງ, ສ້າງຄວາມເປັນເອກະພາບ ທາງດ້ານແນວຄິດ ແລະ ການກະທໍາ; ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ພາຍນອກຢ່າງແໜ້ນແຟ້ນ, ສຶກສາອົບຮົມແມ່ຍິງ ໃຫ້ມີຄຸນທາດການເມືອງອັນໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຮູ້ຮັກສາກຽດສັກສີຂອງແມ່ຍິງລາວ,
2. ເອົາໃຈໃສ່ປັບປຸງການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ, ປັບປຸງແບບແຜນວິທີນຳພາ, ວິທີເຮັດວຽກໃຫ້ແທດຕົວຈິງ. ພ້ອມກັນນັ້ນ ກໍຕ້ອງເປັນເຈົ້າການປຸກລະດົມ, ຊຸກຍູ້ສົ່ງເສີມ, ສ້າງເງື່ອນໄຂອໍານວຍຄວາມສະດວກໃນການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອເຮັດໃຫ້ແມ່ຍິງມີຄວາມເຂັ້ມແຂງ, ມີຄວາມກ້າວໜ້າ, ມີຄວາມສະເໝີພາບຍິງ-ຊາຍ.
3. ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ຮູ້ຮັບເອົາສິ່ງໃໝ່ຢ່າງມີການເລືອກເຟັ້ນ, ຮຽນຮູ້ເອົາສິ່ງໃໝ່ທີ່ດີ ແລະ ກ້າວໜ້າ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ທັດສະນະກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານ.
4. ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ ຕ້ອງເອົາໃຈໃສ່ຈັດຕັ້ງຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນເນື້ອໃນ, ຈຸດປະສົງ ແລະ ຄາດໝາຍສູ້ຊົນໃນການຈັດຕັ້ງປະຕິບັດຄໍາຂວັນ, ຂໍ້ແຂ່ງຂັນ 3 ດີ; ພ້ອມກັນຈັດຕັ້ງຜັນຂະຫຍາຍເນື້ອໃນດັ່ງກ່າວ ໃຫ້ສອດຄ່ອງກັບໜ້າທີ່ການເມືອງ, ວິຊາສະເພາະ ແລະ ສະພາບຈຸດພິເສດຂອງຕົນ.
5. ຕ້ອງເປັນເຈົ້າການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ໃນປະຈຸບັນຍຸກແຫ່ງຂໍ້ມູນຂ່າວສານ, ຍຸກແຫ່ງການເຊື່ອມໂຍງ ເຊິ່ງມີທັງສິ່ງທີ່ເປັນກາລະໂອກາດເອື້ອອໍານວຍ, ມີທັງສິ່ງທ້າທາຍ ແລະ ສິ່ງຫຍໍ້ທໍ້ ທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຕໍ່ວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດເຮົາ ເຊິ່ງຜູ້ທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ກໍຍັງແມ່ນແມ່ຍິງ, ໄວໜຸ່ມ ແລະ ເດັກນ້ອຍ. ສະນັ້ນ ພວກເຮົາຕ້ອງເປັນເຈົ້າການສະກັດກັ້ນ ແລະ ຕ້ານສິ່ງຫຍໍ້ທໍ້ດັ່ງກ່າວ ໂດຍສະເພາະແມ່ນໃນຖັນແຖວແມ່ຍິງ. ຄຽງຄູ່ກັນນີ້ ກໍຕ້ອງຍົກສູງຄວາມຮັບຜິດຊອບ ແລະ ເພີ່ມທະວີການຮ່ວມມືໃນການອະນຸລັກຮັກສາ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງລາວ , ມູນເຊື້ອທີ່ດີງາມຂອງຄອບ ຄົວລາວ ເພື່ອສືບຕໍ່ສ້າງຄອບຄົວລາວເຮົາໃຫ້ມີຄວາມອົບອຸ່ນ, ປອງດອງ, ຮັກຫອມຕ່ອມຕຸ້ມ, ເອື້ອເຟື້ອເຜື່ອແຜ່, ເຄົາລົບນັບຖືເຊິ່ງກັນແລະກັນ ດັ່ງຄໍາເວົ້າທີ່ວ່າ: ແມ່ຍິງລາວອາດຫານກ້າວຂຶ້ນໆ.
6. ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ-ພາຍນອກໃຫ້ກ້ວາງຂວາງ.