System

ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກ ໂຮງງານຢາງພາລາ ລາວ-ຈີນ ເຊິ່ງຊີ້ນ

ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກ ໂຮງງານຢາງພາລາ ລາວ-ຈີນ ເຊິ່ງຊີ້ນ         ໃນຕອນບ່າຍວັນທີ 17 ມິຖຸນາ 2021 ນີ້,ຕາງໜ້າອຳນວຍການໂຮງງານຢາງພາລາ ລາວ-ຈີນ ເຊິ່ງຊີ້ນ ໄດ້ນຳເອົາຄອມພິວເຕີຍີ່ຫໍ້ ເອເຊີ້ (Acer) ຈຳນວນ 10 ຊຸດ ມູນຄ່າ 55,000,000 ກີບ ມອບໃຫ້

ຂະບວນການສັກຢາເພື່ອສ້າງຄວາມຄຸ້ມກັນໝູ່ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ທີ່ຄະນະໂຄສະນາອົບຮົມສູນກາງພັກ ຮອບທີ 2

ໃນຕອນເຊົ້າວັນທີ 03 ມິຖຸນາ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂະບວນການສັກຢາເພື່ອສ້າງຄວາມຄຸ້ມກັນໝູ່ຈາກການແຜ່ລະບາດຂອງພະຍາດໂຄວິດ-19     ຮອບທີ 2 ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມສູນກາງພັກ

ກົມຂໍ້ມູນຂ່າວສານຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ.

ກົມຂໍ້ມູນຂ່າວສານຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ.       ໃນຕອນບ່າຍວັນທີ 22 ເມສາ 2021 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານຈຳນວນ 4 ນ້ອງ, ຍິງ 2 ທີ່ຫ້ອງອິນເຕີເນັດຊັ້ນ 3 ຂອງຄະນະໂຄສະນາອົບຮົມສູນກາງພັກ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ, ເຂົ້າຮ່ວມມີ: ຮອງຫົວໜ້າກົມ, ຮອງຫົວໜ້າພະແນກ, ພະນັກງານວິຊາການຂອງກົມຂໍ້ມູນຂ່າວສານທັງໝົດເຂົ້າຮ່ວມ.        ໃນພິທີທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ໄດ້ໃຫ້ຮູ້ວ່າອີງຕາມສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນໂລກເວົ້າລວມເວົ້າສະເພາະຢູ່ ສປປລາວ ກຳລັງຮັບມືກັບການແຜ່ລະບາດຂອງພະຍາດດັ່ງກ່າວໂດຍເນັ້ນໃສ່ການປະຕິບັດຄຳສັ່ງເລກທີ15/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ,ຄວບຄຸມແລະກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ສະນັ້ນ,ຈື່ງເຮັດໃຫ້ພິທີມອບ-ຮັບໃບຢັ້ງຢືນໃຫ້ນັກສຶກສາຝຶກງານໃນຄັ້ງນີ້ຖືກຈັດຂື້ນຢູ່ໃນວົງແຄບລະດັບກົມເທົ່ານັ້ນ ໄລຍະຝຶກງານຂອງນັກສຶກສາແມ່ນ 2 ເດືອນ ຢູ່ກົມຂໍ້ມູນຂ່າວສານ(ພະແນກໂຄສະນາຜ່ານສື່ເອເລັກໂຕຣນິກ, ພະແນກເຄືອຂ່າຍເອເລັກໂຕຣນິກ ແລະ ພະແນກຫ້ອງສະໝຸດ ແລະ ສໍາເນົາ) ໂດຍນໍາໃຊ້ທິດສະດີທີ່ຮຽນມາເຂົ້າສູ່ການປະຕິບັດຕົວຈິງ ເຊັ່ນ: ວຽກງານການສ້າງເວັບໄຊນຳໃຊ້ wordpress, ການນຳໃຊ້ໂປຣແກຣມ Photoshop ແລະ Indesign, ວຽກງານປະຈຳວັນແຕ່ລະມື້ກວດສອບເວັບໄຊ, ແປງຄອມພີວເຕີ ແລະ […]

ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 66 ປີ ( 22 ມີນາ 1955 – 22 ມີນາ 2021) ແລະ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອຊາດເພື່ອປະຊາຊົນ

ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 66 ປີ ( 22 ມີນາ 1955 – 22 ມີນາ 2021) ແລະ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອຊາດເພື່ອປະຊາຊົນ     ໃນຕອນເຊົ້າວັນທີ 19 ມີນາ 2021ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

1 11 12 13 14 15 21