ສະຫະພັນແມ່ຍິງ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ເຄື່ອນໄຫວທັດສະນະສຶກສາ ຢູ່ແຂວງຄໍາມ່ວນ.

ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ມີຄວາມຫມາຍ, ມີເນື້ອໃນເລິກເຊິ່ງ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII, ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະຫະພັນແມ່ຍິງ ຄອສພ ໃຫ້ເຂົ້າສູ່ລວງເລິກແລະວຽກງານຕົວຈິງ, ໂດຍຖືເອົາວັນສໍາຄັນດັ່ງກ່າວ ເປັນການສ້າງຂະບວນການ, ກິດຈະກໍາເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ເພື່ອກະ ກຽມໃຫ້ແກ່ການເປີດຂະບວນການແຂ່ງຂັນ ປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງ.

ໃນລະຫວ່າງວັນທີ ​23-25 ກໍລະກົດ 2022 ທີ່ຜ່ານມາ  ສະຫະພັນແມ່ຍິງຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ໄດ້ໄປເຄື່ອນໄຫວທັດສະນະສຶກສາ ຢູ່ແຂວງຄໍາມ່ວນ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງ ຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ (20 ກໍລະກົດ 1955 – 20 ກໍລະກົດ 2022) ເຊິ່ງນໍາພາໂດຍ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະພັກຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຄະນະພັກ ຄະນະນໍາ ຄອສພ, ຄະນະບໍລິຫານງານກໍາມະບານ,​ ຄະນະບໍລິຫານງານຊາວໝຸ່ມ, ຄະນະບໍລິຫານງານສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ການເຄື່ອນໄຫວທັດສະນະສຶກສາໃນຄັ້ງນີ້ ເປັນການສ້າງເງື່ອນໄຂ ແລະ ໂອກາດໃຫ້ສະມາຊິກສະຫະ ພັນແມ່ຍິງ ໄດ້ເຄື່ອນໄຫວໄປທັດສະນະສຶກສາ ທ່ຽວຊົມສະຖານທີ່ທ່ອງທ່ຽວທີ່ສຳຄັນ ທີ່ຕິດພັນກັບປະຫັວດສາດຢູ່ແຂວງແລະເມືອງ ເພື່ອແລກປ່ຽນບົດຮຽນຢູ່ທ້ອງຖິ່ນຮາກຖານ ທັງເປັນການແລກປ່ຽນວັດທະນະທໍາຮີດຄ່ອງປະເພນີລະຫວ່າງສູນກາງແລະທ້ອງຖິ່ນ ທັງເປັນການເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ.