ກິລາ ແລະ ສິລະປະ

ຂະບວນແຂ່ງຂັນສິລະປະວັນນະຄະດີເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII

     ຂະບວນແຂ່ງຂັນສິລະປະວັນນະຄະດີເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII     ໃນວັນທີ 27 ຕຸລາ 2020, ຢູ່ທີ່ໂຮງຮຽນສິລະປະແຫ່ງຊາດ, ນະຄອນຫລວງວຽງຈັນ, ໜ່ວຍສິລະປະຊາວໜຸ່ມຄະນະໂຄສະນາອົບຮມສູນກາງພັກ ນຳໂດຍ ທ່ານ ນ. ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ ໄດ້ນຳພາໜ່ວຍສິລະປະ ຄອສພ ພ້ອມກອງເຊຍເຂົ້າຮ່ວມຂະບວນການແຂ່ງຂັນ ສິລະປະວັນນະຄະດີເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ໂດຍການຈັດຂື້ນຂອງກົມຂະບວນການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ສູນຝາກຂາຍໂອດ໋ອບລາວ ແລະ ບໍລິສັດມິສທີນ ກ້າວໜ້າລາວ ຈຳກັດຜູ້ດຽວ ໄດ້ພ້ອມກັນຈັດງານແຂ່ງຂັນ ສິລະປະຂອງຊາວໜຸ່ມ ບັນດາກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນຂື້ນ ແລະ ຄັດເລືອກເອົາທີມສິລະປະທີ່ຊະນະເລີດ ເຂົ້າຮ່ວມ ສະແດງຮັບໃຊ້ໃນກອງປະຊຸມດັ່ງກ່າວ, ເຂົ້າຮ່ວມມີທ່ານ ບີ່ຢາ ຢ່າທໍ່ຕູ້ ຫົວໜ້າກົມພັດທະນາວິຊາຊີບ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ວຽງທອງ ສຸຂະວົງ ອຳນວຍການໂຮງຮຽນ ສິລະປະແຫ່ງຊາດ ພ້ອມດ້ວຍຄະນະກຳມະການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.     ຈຸດປະສົງເພື່ອເປັນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII, […]

ຄະນະໂຄສະນາອົບຮົມສູນກາງພັກ ແລະ ກອງບັນຊາການປ້ອງກັນສູນກາງ ສ້າງຂະບວນ….

ຄະນະໂຄສະນາອົບຮົມສູນກາງພັກ ແລະ ກອງບັນຊາການປ້ອງກັນສູນກາງ ສ້າງຂະບວນການຕ້ອນຮັບການກະກຽມກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກດ້ວຍການຫຼີ້ນກິລາເຕະບານ ໃນຕອນແລງວັນທີ 9 ກໍລະກົດ 2020 ຜ່ານມາທີ່ເດີນບານເຕະສີໄທ ບ້ານພະຂາວ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ,  ໄດ້ຈັດການ​ແຂ່ງຂັນ​ເຕະບານ​ມິດຕະພາບ ລະຫວ່າງ ນັກກິລາຊາຍ ຄະນະໂຄສະນາອົບຮົມສູນກາງພັກ ກັບ ກອງບັນຊາການປ້ອງກັນສູນກາງ ເພື່ອເປັນການສ້າງຄວາມ​ສາມັກຄີພາຍໃນພາຍນອກໃຫ້ ແໜ້ນແຟ້ນທັງເປັນການ​ພັດທະນາ​ຮ່າງກາຍ​ໃຫ້​ມີ​ຄວາມ​ອຸດົມສົມບູນ, ມີອາລົມ​ຈິດທີ່ດີ ແລະ ມີສຸຂະພາບແຂງແຮງ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ວຽກງານ​ວິຊາ​ສະເພາະ​ໃຫ້​ໄດ້​ຮັບ​ໝາກຜົນ, ມີ​ຄຸນ​ນະ​ພາບ ແລະ ສໍາ​ເລັດ​ຕາມ​ລະດັບ​ຄາດໝາຍ​ທີ່ວາງ​ໄວ້.

ຄະນະສິລະປະຄະນະໂຄສະນາອົບຮົມສູນກາງພັກໄດ້ຮັບໃຊ້ກອງປະຊຸມໃຫຍ່ຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກຄັ້ງທີ IV

ວັນທີ 24 ກຸມພາ 2020 ຄະນະສິລະປະຄະນະໂຄສະນາອົບຮົມສູນກາງພັກໄດ້ສະແດງຮັບໃຊ້ກອງປະຊຸມໃຫຍ່ຄັ້ງ IV ຂອງຄະນະບໍລິຫານງານຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກໄດ້ຮັບຜົນສຳເລັດຢ່າງຈົບງາມ.  

ຄະນະສີລະປະຄະນະໂຄສະນາອົບຮົມສູນກາງພັກໄດ້ປະກອບສ່ວນສະແດງສີລະປະຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ VII ສະຫະພັນແມ່ຍີງຄະນະໂຄສະນາອົບຮົມສູນກາງພັກ

    ຄະນະສີລະປະຄະນະໂຄສະນາອົບຮົມສູນກາງພັກໄດ້ປະກອບສ່ວນສະແດງສີລະປະຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ VII ສະຫະພັນແມ່ຍີງຄະນະໂຄສະນາອົບຮົມສູນກາງພັກ  ໃນຕອນເຊົ້າວັນທີ 18 ກຸມພາ 2020 ຄະນະສີລະປະຄະນະໂຄສະນາອົບຮົມສູນກາງພັກໄດ້ປະກອບສ່ວນສະແດງສີລະປະຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ VII ຂອງສະຫະພັນແມ່ຍີງຄະນະໂຄສະນາອົບຮົມສູນກາງພັກ  

ຄະນະສິລະປະຄະນະໂຄສະນາອົບຮົມສູນກາງພັກໄດ້ປະກອບສ່ວນສະແດງຮັບໃຊ້ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດປີ 2018-2019

ຄະນະສິລະປະຄະນະໂຄສະນາອົບຮົມສູນກາງພັກໄດ້ປະກອບສ່ວນສະແດງຮັບໃຊ້ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດປີ 2018-2019 ໃນຕອນແລງວັນທີ 12 ກຸມພາ 2020 ຜ່ານມາ ຄະນະສິລະປະຄະນະໂຄສະນາອົບຮົມສູນກາງພັກໄດ້ປະກອບສ່ວນສະແດງຮັບໃຊ້ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ 2018-2019 ທີ່ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ.

1 2