ການເຄື່ອນໄຫວຂອງຄະນະນຳ

ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ (ຄອສພ) ໄດ້ຕ້ອນຮັບ ທ່ານ ນາງ ເມແກັນ ຈອນສ (Megan Jones) ເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ ເຂົ້າຢ້ຽມພົບປະ ໃນວັນທີ 6 ພຶດສະພານີ້ ທີ່ຫ້ອງຮັບແຂກ ຄອສພ, ຈຸດປະສົງເພື່ອປຶກສາຫາລືກ່ຽວ ກັບວຽກງານການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອົສຕຣາລີ.

ພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ

ໃນວັນທີ 24 ເມສາ 2026 ທີ່ຫ້ອງວ່າການສູນກາງພັກ, ໄດ້ຈັດງານວາງສະແດງຮູບພາບ ແລະ ພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ  ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈິນ ປະຈຳ ສປປ ລາວ, ມີບັນດາການນຳພັກ-ລັດ, ພະນັກງານຈາກສະຖານທູດ ສປ ຈີນ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ສະຫາຍ ເລ ຫງ໋ອກ ກວາງ ເລຂາຄະນະບໍລິຫານງານພັກນະຄອນດານັງ ອະດີດຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດ ຫວຽດນາມ

ໃນວັນທີ​ 3 ເມສາ​ 2026, ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ​ ໄດ້ຈັດພິທີປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ແກ່ ສະຫາຍ ເລ ຫງ໋ອກ ກວາງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກນະຄອນດານັງ ອະດີດຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດ ຫວຽດນາມ

ສຸມໃສ່ໂຄສະນາເຜີຍແຜ່ມູນເຊື້ອວັນສໍາຄັນຂອງພັກ-ລັດ ໃຫ້ເຂັ້ມແຂງ

ກອງປະຊຸຸມສະຫຼຸບວຽກງານໂຄສະນາອົບຮົມ ທົ່ວນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2025 ແລະ 3 ເດືອນຕົ້ນປີ 2026

ທ່ານ ຫງວຽນ ມິງ ເຕິມ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ປະຈຳ ສປປ ລາວ ເຂົ້າຢ້ຽມຂ່ຳນັບຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

        ໃນຕອນບ່າຍວັນທີ 16 ຕຸລາ 2024 ທ່ານ ຫງວຽນ ມິງ ເຕິມ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະເຂົ້າຢ້ຽມຂ່ຳນັບ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານ ສະພາທິດສະດີສູນກາງພັກທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກ(ຫຼັກ 6).

1 2