ການເຄື່ອນໄຫວຂອງຄະນະນຳ

ກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ສະພາທິດສະດີສູນກາງພັກ ແລະ ຄະນະຊ່ຽວຊານຂອງພັກກອມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລາ 2026, ເວລາ 8:30 ໂມງ ສະພາທິດສະດີສູນກາພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນ ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 2 ຕຶກສະພາທິດສະດີສູນກາງພັກ (ຫຼັກ6). ຄະນະຝ່າຍລາວນໍາໂດຍ ສະຫາຍ ປອ. ຄໍາມອນ ຈັນທະຈິດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ.ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ, ນັກຄົ້ນຄວ້າສະຖາບັນລັດທິມາກ ສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້: ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້, ໄດ້ດໍາເນີນດ້ວຍບັນຍາກາດດີ, ມີເນື້ອໃນອຸດົມສົມບູນ ບົດຝ່າຍລາວປະກອບມີ […]

ຄະນະໂຄສະນາອົບຮົມສູນກາງພັກ ແລະ ນວ ແລກປ່ຽນບົດຮຽນນຳກັນ

     ກອງປະຊຸມພົບປະ ແລະ ເຮັດວຽກຂອງຄະນະນໍາຈາກສະພາທິດສະດີສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະພັກ-ຄະນະນໍານະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 2 ກັນຍາ 2026 ທີ່ຫ້ອງ ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ເປັນທານຂອງທ່ານ ປອ. ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ (ຜູ້ປະຈຳການ) ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ຄະນະກຳມະການປົກຄອງເມືອງອ້ອມຂ້າງ ນວ ເຂົ້າຮ່ວມ.

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຊົມງານວາງສະແດງຮູບພາບ ໂຮ່ຈີ່ມິນ ພາບເໝືອນຂອງບຸກຄົນໜຶ່ງ

ສະຖານທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ຮ່ວມກັບ ຫໍພິພິທະພັນວິຈິດສິນ ຫວຽດນາມ ແລະ ສູນວັດທະນະທໍາຫວຽດນາມ ປະຈໍາ ລາວ ຈັດງານວາງສະແດງຮູບພາບ ໂຮ່ຈີ່ມິນ ພາບເໝືອນຂອງບຸກຄົນໜຶ່ງ ໃນວັນທີ 27 ສິງຫາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າໂຄສະນາສະນາອົບຮົບສູນກາງພັກ, ທ່ານ ຫງວຽນ ມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຊານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ. ທ່ານ ຫງວຽນ ແອງ ມິ່ງ ຜູ້ອໍານວຍການຫໍພິພິທະພັນວິຈິດສິນ ຫວຽດນາມ ໄດ້ກ່າວວ່າ: ໃນໂອກາດສະເຫຼີມສະຫຼອງ ວັນສະຖາປານາ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ […]

ຄະນະໂຄສະນາອົບຮົມສູນກາງພັກ ອວຍພອນວັນຊາດ ສສ ຫວຽດນາມ

        ໃນຕອນເຊົ້າວັນທີ 27 ສິງຫານີ້ ທີ່ສະຖານທູດຫວຽດນາມ ປະຈຳລາວ, ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ນຳເອົາກະຕ່າດອກໄມ້ ໄປອວຍພອນສະຖານທູດຫວຽດນາມ ປະຈຳລາວ, ເນື່ອງໃນໂອກາດ ຄົບຮອບ 81 ປີ (2/9/1945-2/9/2026) ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໂດຍໃຫ້ການຕ້ອນຮັບ ຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ.

ທ່ານ ຄຳພັນ ເຜີຍຍະວົງ ຢ້ຽມຢາມ ແລະ ໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງຫຼວງພະບາງ.

      ໃນວັນທີ 24 ສິງຫາ 2026, ທ່ານ ຄຳພັນ ເຜີຍຍະວົງ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ, ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງຫຼວງພະບາງ ທີ່ຫ້ອງປະຊຸມສະຖານີວິທະຍຸ-ໂທລະພາບແຂວງຫຼວງພະບາງ.ໂດຍໃຫ້ກຽດຕ້ອນຮັບ ຂອງ ທ່ານ ທອງຈັນ ລັດຕະນະປະດິດ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ພ້ອມດ້ວຍຄະນະ,ພະນັກງານທົ່ວຄະນະໂຄສະນາອົບຮົມແຂວງຫຼວງພະບາງ.        ທ່ານ ທອງຈັນ ລັດຕະນະປະດິດ ໄດ້ໃຫ້ກຽດກ່າວຕ້ອນຮັບ ແລະ ລາຍງານສະພາບການຈັດຕັ້ງ-ປະຕິບັດວຽກງານຮອບດ້ານຂອງຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ.ພະນັກງານລັດຖະກອນ ທັງໝົດ 60 ທ່ານ ຍິງ 17 ທ່ານ ໃນນັ້ນ ອາສາສະມັກ 2 ທ່ານ.ໃນໄລຍະຜ່ານມາ ຄະນະໂຄສະນາອົບຮົມແຂວງໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດ,ສິດແລະໜ້າທີ ເປັນນໍາເອົາແນວທາງ ແລະ ນະໂຍບາຍຂອງພັກ-ລັດ ເຜີຍແຜ່ ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ; ພ້ອມທັງລາຍງານເຖິງບັນດາຜົນສຳເລັດ, ຂໍ້ຈຳກັດ […]

1 2 3 4