ເພສຫ້ອງການ

ຫ້ອງການ ຄອສພ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຄັ້ງທີ III.

ຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຄັ້ງທີ III ໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ຢູ່ແຂວງໄຊຍະບູລີ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 18-19  ສິງຫາ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ພາຍໃຕ້ການເປັນປະທານ ພ້ອມທັງໃຫ້ກຽດຮັບຟັງ, ກ່າວເປີດ-ກ່າວປິດຊຸດຝຶກອົບຮົມ ຂອງສະຫາຍ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ; ໃຫ້ກຽດເປັນວິທະຍາກອນ ຂອງສະຫາຍ ບຸນເພັງ ຈັນທະດາລາ ກໍາມະການພັກ, ຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍທີມງານ; ມີບັນດາສະຫາຍກຳມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຫົວໝ້າ-ຮອງຫົວໝ້າພະແນກການ, ຫົວໜ້າ-ຮອງຫົວໜ້າກອງບັນຊາການ ປກຊ-ປກຊ ແຂວງ, ບັນດາສະຫາຍ ຮອງເລຂາຄະນະບໍລິຫານພັກເມືອງ, ຫົວໝ້າຄະນະໂຄສະນາອົບຮົມ 11 ເມືອງ ພາຍໃນແຂວງໄຊຍະບູລີ (ນັກສໍາມະນາກອນ) ແລະ ພະນັກງານຫຼັກແຫຼ່ງ ຂອງຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ ຈໍານວນ 80 ສະຫາຍ, ຍິງ 22 ສະຫາຍ. […]

ຫ້ອງການ ຄອສພ ຈັດຝຶກອົບຮົມການຄຸ້ມຄອງ ແລະ ນໍາໃຊ້ເວັບໄຊສ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ພະນັກງານບັນດາກົມ, ທຽບເທົ່າກົມ ພາຍໃນ ຄອສພ.

ການຝຶກອົບຮົມວຽກງານການຄຸ້ມຄອງ ແລະ ນໍາໃຊ້ເວັບໄຊສ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ຜູ້ຮັບ ຜິດຊອບວຽກງານຄຸ້ມຄອງບໍລິຫານ-ການເງິນ ຂອງບັນດາກົມ, ທຽບເທົ່າກົມ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2026 ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ບຸນເພັງ ຈັນທະດາລາ, ຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ; ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ, ວິຊາການ ຜູ້ຮັບຜິດຊອບວຽກງານຄຸ້ມຄອງບໍລິຫານ-ການເງິນ ຂອງບັນດາກົມ, ທຽບເທົ່າກົມ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ແລະ ມີວິທະຍາກອນຈາກກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ເຂົ້າຮ່ວມທັງໝົດ ຈໍານວນ 25 ສະຫາຍ. ຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍແຈ້ງການ ຂອງຫ້ອງການກະຊວງການເງິນ ສະບັບເລກທີ 3744/ຫກ, ລົງວັນທີ 18 ພະຈິກ 2025 ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ນໍາໃຊ້ເວັບໄຊສ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ; ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ […]

ສ້າງ​ຕາ​ໜ່າງ​ນັກໂຄສະນາ-ປາຖະກະຖາ ແລະ ຜູ້​ເຮັດ​ວຽກ​ງານເກັບ​ກຳ​ຫາງ​ສຽງ​ສັງ​ຄົມ ໃຫ້ແກ່ພະນັກງານຫຼັກ​ແຫຼ່ງ​ພາຍ​ໃນ ແຂວງ​ສະ​ຫວັນ​ນະ​ເຂດ

ສ້າງ​ຕາ​ໜ່າງ​ນັກໂຄສະນາ-ປາຖະກະຖາ ແລະ ຜູ້​ເຮັດ​ວຽກ​ງານເກັບ​ກຳ​ຫາງ​ສຽງ​ສັງ​ຄົມ ໃຫ້ແກ່ພະນັກງານຫຼັກ​ແຫຼ່ງ​ພາຍ​ໃນ ແຂວງ​ສະ​ຫວັນ​ນະ​ເຂດ                                                                     ຂ່າວ​ໂດຍ: ຈິນດາວັນ ອິນສົມເພຍ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດ ແລະ ເຕັກ​ນິກ ໃຫ້ແກ່​ພະ​ນັກ​ງານຜູ້​ທີ່​ເຮັດໂຄສະນາ-ປາຖະກະຖາ ແລະ ​​ເກັບ​ກຳຫາງ​ສຽ​ງ​ສັງ​ຄົມ ພາຍ​ໃນ​ແຂວງ​ສະ​ຫວັນ​ນະ​ເຂດ ​ໃຫ້​ສາ​ມາດນຳເອົາແນວທາງນະໂຍບາຍຂອງພັກ-ລັດ ໄປຈັດ​ຕັ້ງເຜີຍແຜ່ ແລະ ຜັນ​ຂະ​ຫຍາຍ​ເຂົ້າ​ໃນ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ ຂອງ​ຕົນ ແລະ ​ທົ່ວ​ສັງ​ຄົມ ໃຫ້ກວ້າງ​ຂວາງ, ທົ່ວ​ເຖິງ ແລະ ເລິກເຊິ່ງ, ​ກົມ​ໂຄ​ສະ​ນາ ແລະ ຫ້ອງ​ການ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ຮ່ວມ​ກັບ​ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ ແຂວງ​ສະ​ຫວັດ​ນະ​ເຂດ ໄດ້​ຈັດ​ຊຸດ​ຝຶກ​ອົບ​ຮົມ​ວຽກ​ງານ​ໂຄ​ສະ​ນາ​-ປາ​ຖະ​ກະ​ຖາ ແລະ ວຽກ​ງານ​ເກັບ​ກຳ​ຫາງ​ສຽງ​ສັງ​ຄົມ ຂຶ້ນໃນຕອນເຊົ້າ ຂອງວັນທີ 23 ​ກັນ​ຍາ 2025 ທີ່​ໂຮງ​​ຮຽນການ​ເມືອງ ແລະ ການປົກ​ຄອງ​ ຂອງ​ແຂວງ​ສະ​ຫວັນ​ນະ​ເຂດ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ອາ​ນົງ​ສັກ ອິນ​ທະ​ວົງ ກຳ​ມະ​ການ​​ຄະ​ນະພັກ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ຫົວ​ໜ້າ​ກົມ​ໂຄ​ສະ​ນາ, ທ່ານ ບຸນ​ເພັງ ຈັນ​ທະ​ດາ​ລາ […]

ສຳນັກພິມ ແລະ ຈຳໜ່າຍປື້ມແຫ່ງລັດ ກະຊວງວັດທະນະທຳ ແລະ ທ່ອງ ທ່ຽວ ມອບປື້ມໃຫ້ແກ່ ຫ້ອງສະໝຸດຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນເຊົ້າ ຂອງວັນທີ 25 ກໍລະກົດ 2024 ທີ່ຫ້ອງປະຊຸມທາງໄກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີພິທີມອບ-ຮັບປື້ມ ລະຫວ່າງສຳນັກພິມ ແລະ ຈຳໜ່າຍປື້ມແຫ່ງລັດ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແລະ ຫ້ອງສະໝຸດຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດກ່າວມອບໂດຍ ທ່ານ ໄຊຍະພອນ ອານຸລາດ ເລຂາໜ່ວຍພັກ ອຳນວຍການໃຫຍ່ສຳນັກພິມ ແລະ ຈຳໜ່າຍປື້ມແຫ່ງລັດ ພ້ອມດ້ວຍຄະນະ, ກ່າວຮັບໂດຍ ທ່ານ ບົວໄລ ຊົມພູແກ້ວ ຮອງຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ.

ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຂະບວນການແຂ່ງຂັນຍິງປືນທີ່ສະໜາມຍິງປືນ 5ເມສາ.

      ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຂະບວນການແຂ່ງຂັນຍິງປືນທີ່ສະໜາມຍິງປືນ 5 ເມສາ.          ໃນວັນທີ 28 ກຸມພາ 2025 , ເນື່ອງໃນໂອກາດຊົມເຊີຍວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69ປີ ແລະ ຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ,

1 2 3