ເພສກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ     ໃນຕອນເຊົ້າວັນທີ 12 ຕຸລາ 2020 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານຂື້ນທີ່ຫ້ອງປະຊຸມຊັ້ນ 5 ຂອງຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານໂດຍ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ. ເຂົ້າຮ່ວມມີ: ຕາງໜ້າຫ້ອງການ, ຕາງໜ້າກົມຈັດຕັ້ງພະນັກງານ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານວິຊາການຂອງກົມຂໍ້ມູນຂ່າວສານທັງໝົດ ແລະ ພ້ອມດ້ວຍນັກສຶກສາຝຶກງານ.     ໃນພິທີຕາງໜ້າໃຫ້ຄະນະຜິດຊອບຊຸດຝຶກງານຂອງກົມຂໍ້ມູນຂ່າວສານຂື້ນຜ່ານບົດສະຫຼຸບຜົນສຳເລັດການລົງຝຶກງານຂອງສຶກສາໃນໄລຍະ 1 ເດືອນ ແຕ່ວັນທີ 14 ກັນຍາ ຫາ 9 ຕຸລາ 2020 ທີ່ມາຈາກມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດທຳມະຊາດ ສາຂາພັດທະນາໂປຼແກຼມຄອມພິວເຕີຈຳນວນ 7 ທ່ານ ເຊິ່ງໄດ້ລົງມາເຄື່ອນໄຫວຕົວຈິງຢູ່ພະແນກເຄື່ອຂ່າຍເອເລັກໂຕຼນິກ ແລະ ພະແນກໂຄສະນາຜ່ານສື່ເອເລັກໂຕຼນິກ ໂດຍໄດ້ນຳໃຊ້ທິດສະດີທີ່ຮຽນມາເຂົ້າສູ່ການປະຕິບັດວຽກງານຕົວຈິງເຊັ່ນ:ວຽກງານໄອທີຕ່າງໆ, ການສ້ອມແປງຄອມພິວເຕີ, ລະບົບເຄື່ອຂ່າຍ ໂດຍສະເພາະການກວດກາອິນເຕີເນັດ ແລະ ກວດກາຄອມພິວເຕີ, ການອອກແບບໜ້າປົກວາລະສານດ້ວຍໂປຼແກຼມ Indesign ແລະ Photoshop, ຮຽນຮູ້ພາສາ HTML, […]

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຈັດຝຶກອົບຮົມວິທີການນຳໃຊ້ໂປຼແກຼມ Microsoft teams ໃຫ້ແກ່ພະນັກງານທົ່ວ ຄອສພ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຈັດຝຶກອົບຮົມວິທີການນຳໃຊ້ໂປຼແກຼມ Microsoft teams ໃຫ້ແກ່ພະນັກງານທົ່ວ ຄອສພ     ໃນລະຫວ່າງວັນທີ 15-18 ກັນຍາ 2020 ພະແນກໂຄສະນາຜ່ານສື່ເອເລັກໂຕຼນິກກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງເຊກອງ ຈັດພິທີຝຶກອົບຮົມລະບົບຄອມພິວເຕີ, ການບຳລຸງຮັກສາຄອມພິວເຕີ ແລະ ເຄືອຄ່າຍເອເລັກໂຕຼນິກ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງເຊກອງ ຈັດພິທີຝຶກອົບຮົມລະບົບຄອມພິວເຕີ, ການບຳລຸງຮັກສາຄອມພິວເຕີ ແລະ ເຄືອຄ່າຍເອເລັກໂຕຼນິກ     ໃນຕອນເຊົ້າວັນທີ 10 ກັນຍາ 2020 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງເຊກອງໄດ້ເຂົ້າພົບປະເຮັດວຽກນຳຄະນະນຳຂອງແຂວງ ແລະ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງສາລະວັນ ຈັດພິທີຝຶກອົບຮົມລະບົບຄອມພິວເຕີ, ການບຳລຸງຮັກສາຄອມພິວເຕີ ແລະ ເຄືອຄ່າຍເອເລັກໂຕຼນິກ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງສາລະວັນ ຈັດພິທີຝຶກອົບຮົມລະບົບຄອມພິວເຕີ, ການບຳລຸງຮັກສາຄອມພິວເຕີ ແລະ ເຄືອຄ່າຍເອເລັກໂຕຼນິກ     ໃນຕອນເຊົ້າວັນທີ 7 ກັນຍາ 2020 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງສາລະວັນ ວ່າການຫົວໜ້າກົມຂໍ້ມູນຂ່າວສານພ້ອມດ້ວຍຄະນະ

ຊຸດຝຶກອົບຮົມຄວາມຮູ້ກ່ຽວກັບການພັດທະນາ, ຄຸ້ມຄອງ ເວັບໄຊ ແລະ ການບຳລຸງຮັກສາເຄື່ອງຄອມພິວເຕີໃຫ້ຄະນະໂຄສະນາອົບຮົມແຂວງໄຊສົມບູນ

ຊຸດຝຶກອົບຮົມຄວາມຮູ້ກ່ຽວກັບການພັດທະນາ, ຄຸ້ມຄອງ ເວັບໄຊ ແລະ ການບຳລຸງຮັກສາເຄື່ອງຄອມພິວເຕີໃຫ້ຄະນະໂຄສະນາອົບຮົມແຂວງໄຊສົມບູນ ວັນທີ 02-05 ສິງຫາ ສິງຫາ 2020 ຜ່ານມາກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ສົມທົບກັບຄະນະໂຄສະນາອົບຮົມແຂວງໄຊສົມບູນ ເປີດຊຸດຝຶກອົບຮົມຄວາມຮູ້ກ່ຽວກັບການພັດທະນາ, ຄຸ້ມຄອງ, ບໍລິຫານຈັດການເວັບໄຊ ແລະ ການບຳລຸງຮັກສາເຄື່ອງຄອມພິວເຕີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງໄຊສົມບູນ, ເຊິ່ງໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງໄຊສົມບູນ ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດຊຸດຝຶກອົບຮົມໂດຍທ່ານ ຢາຊົງວ່າ ຍົງມາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ, ມີທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກພ້ອມດ້ວຍຄະນະຮັບຜິດຊອບຊຸດຝຶກອົບຮົມ, ມີນັກຝຶກອົບຮົມຈາກຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ເຂົ້າຮ່ວມທັງໝົດຈຳນວນ 11 ສະຫາຍ, ຍິງ 2ສະຫາຍ. ເນື້ອໃນເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ປະກອບມີ 2 ຫົວຂໍ້ຄື: ການພັດທະນາ, ຄຸ້ມຄອງ ແລະ ການນຳໃຊ້ເວັບໄຊ. ການບຳລຸງຮັກສາເຄື່ອງຄອມພິວເຕີ ແລະ ລະບົບເຄື່ອຂ່າຍເອເລັກໂຕຼນິກ. ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ, ຄວາມເຂົ້າໃຈທາງດ້ານວຽກງານໄອທີ IT ໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານການເມືອງ-ແນວຄິດ […]

1 13 14 15 16 17