ການເຄື່ອນໄຫວຂອງຄະນະນຳ

ທ່ານ ສາຄອນ ພົມມະລາດ ຮອງຫົວຫນ້າ ຄອສພ ໄດ້ເຂົ້າຮ່ວມກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I

       ໃນວັນທີ 11-12 ສິງຫາ 2026 ທ່ານ ສາຄອນ ພົມມະລາດ ຮອງ ຫົວຫນ້າ ຄອສພ ໄດ້ເຂົ້າຮ່ວມກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນ ທົ່ວປະເທດ ຄັ້ງທີ I ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ໂດຍເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ  ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ລັດຖະບານ, ປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ; ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການ ສະຫຼູບວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍໍ່ໜ້າ; ສະຫຼູບການຈັດຕັ້ງປະຕິບັດວຽກງານ ຂອງ ຄລທ ໃນໄລຍະ 1 ປີຜ່ານມາ ແລະ ປະເມີນ ການຈັດຕັ້ງປະຕິບັດ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງ ຄະນະກໍາມະການສົ່ງເສີມ […]

ເປີດສາຍສາລະຄະດີເລື່ອງ ຄວາມຜູກພັນດ້ານວັດທະນະທຳຂອງ ທ່ານ ສີຈິ້ນຜິງ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ (CMG), ຈັດງານສາຍສາລະຄະດີເລື່ອງ: “ຄວາມຜູກພັນດ້ານວັດທະນະທຳຂອງ ທ່ານ ສີ ຈິ້ນຜິງ”, ໃນວັນທີ 2 ມິຖຸນານີ້ ທີ່ ຄອສພ ໂດຍການເຂົ້າຮ່ວມ ຂອງສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງຫົວໜ້າ ຄອສພ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ລາວ, ທ່ານ ຫວາງຊ້າງ ອຸປະທູດຊົ່ວຄາວ ສະຖານທູດຈີນປະຈຳ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ (ຄອສພ) ໄດ້ຕ້ອນຮັບ ທ່ານ ນາງ ເມແກັນ ຈອນສ (Megan Jones) ເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ ເຂົ້າຢ້ຽມພົບປະ ໃນວັນທີ 6 ພຶດສະພານີ້ ທີ່ຫ້ອງຮັບແຂກ ຄອສພ, ຈຸດປະສົງເພື່ອປຶກສາຫາລືກ່ຽວ ກັບວຽກງານການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອົສຕຣາລີ.

ພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ

ໃນວັນທີ 24 ເມສາ 2026 ທີ່ຫ້ອງວ່າການສູນກາງພັກ, ໄດ້ຈັດງານວາງສະແດງຮູບພາບ ແລະ ພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ  ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈິນ ປະຈຳ ສປປ ລາວ, ມີບັນດາການນຳພັກ-ລັດ, ພະນັກງານຈາກສະຖານທູດ ສປ ຈີນ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ສະຫາຍ ເລ ຫງ໋ອກ ກວາງ ເລຂາຄະນະບໍລິຫານງານພັກນະຄອນດານັງ ອະດີດຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດ ຫວຽດນາມ

ໃນວັນທີ​ 3 ເມສາ​ 2026, ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ​ ໄດ້ຈັດພິທີປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ແກ່ ສະຫາຍ ເລ ຫງ໋ອກ ກວາງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກນະຄອນດານັງ ອະດີດຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດ ຫວຽດນາມ

1 2 3