ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ກວດກາລັດ
ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ກວດກາລັດ ຕອນເຊົ້າ ວັນທີ 16 ສິງຫາ 2023 ທີ່ຫ້ອງປະຊຸມຊັ້ນ 4 ກົມກວດກາຄະນະໂຄສະນາອົບຮົມສູນກາງພັກ ຈັດຝຶກອົບຮົມວຽກງານກວດກາພັກ-ກວດກາລັດ ຊຸດທີ III ຂຶ້ນ, ໃຫ້ກຽດເປັນປະທານ ໂດຍ ທ່ານ ນ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ປະທານກວດກາຄະນະພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນ ກາງພັກ, ເຂົ້າຮ່ວມມີ ທ່ານ ວັນຄໍາ ໄຊວົງສັກ ຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ, ຄະນະກວດກາສູນນກາງພັກ, ມີຄະນະກົມກວດກາ, ພ້ອມດ້ວຍພະນັກງານຜູູ້ເຮັດວຽກງານກວດກາ ຂອງບັນດາກົມ ແລະ ອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຈໍານວນ 25 ທ່ານ. ໃນພິທີ ທ່ານ ນ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ປະທານກວດກາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດກ່າວເປີດພິທີຢ່າງເປັນທາງການ ບົດຮຽນທີ່ຈະມາຝຶກອົບຮົມໃນຄັ້ງນີ້ ມີຈໍານວນ 8 ບົດຄື: […]