ພະນັກງານຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມຝຶກອົບຮົມ ໃນຫົວຂໍ້”ພັດທະນາຄວາມສາມາດດ້ານການຄຸ້ມຄອງປັນຍາປະດິດ (AI)”
ພະນັກງານຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມຝຶກອົບຮົມ ໃນຫົວຂໍ້”ພັດທະນາຄວາມສາມາດດ້ານການຄຸ້ມຄອງປັນຍາປະດິດ (AI)” ໃນລະຫວ່າງ ວັນທີ 02 – 03 ກັນຍາ 2025, ທີ່ຫ້ອງປະຊຸມ ໂຮງແຮມ Double Tree, ນະຄອນຫຼວງວຽງຈັນໄດ້ຈັດຝຶກອົບຮົມໃນຫົວຂໍ້: ພັດທະນາຄວາມສາມາດ ດ້ານການຄຸ້ມຄອງປັນຍາປະດິດ (AI)” (National Training on AI Governance), ຈັດໂດຍ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສູນຝຶກອົບຮົມ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອການພັດທະນາອາຊີປາຊີຟິກ (APCICT/ESCAP). ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມ ໂດຍ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກຕສ ແລະ Mr. Bakhodir Burkhanov, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ. ເຂົ້າຮ່ວມມີ: Mr. […]