ສ້າງຄວາມພ້ອມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ

ສ້າງຄວາມພ້ອມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄອສພ.

ໂດຍ: ມີໄຊ ພູນວິໄຊ

    ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກສຳເລັດລົງເຊິ່ງຍັງມີກະຊວງ, ອົງການຈຳນວນໜື່ງຍັງບໍ່ທັນໄດ້ດຳເນີນກອງປະຊຸມໃຫຍ່ອົງຄະນະພັກຂອງຕົນໃນນັ້ນ, ຄະນະໂຄສະນາອົບຮົມສູນກາງພັກກໍແມ່ນໜື່ງໃນອົງການຂອງພັກທີ່ມີກຳນົດໝາຍໃຫ້ດຳເນີນກອງປະຊຸມໃຫຍ່ອົງຄະນະພັກຂອງຕົນພາຍຫຼັງສຳເລັດກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. ປັດຈຸບັນກຳລັງສືບຕໍ່ກະກຽມຄວາມພ້ອມຢ່າງຮອບດ້ານຄາດວ່າຈະໄຂຂື້ນຢ່າງເປັນທາງການໃນເວລາອັນໃກ້ໆນີ້.

ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄອສພ ແມ່ນສຸດທີ່ມີຄວາມໝາຍ, ຄວາມສຳຄັນຕໍ່ວຽກງານໂຄສະນາອົບຮົມຂອງພັກໃນ 5 ປີຕໍ່ໜ້າເຊິ່ງຈະໄດ້ວາງວິໄສທັດທີ່ມີລັກສະນະວິທະຍາສາດ ທັງເປັນຄາດໝາຍໃໝ່ໃນການສ້າງບາດກ້າວບຸກທະລຸໃນ 5 ປີຕໍ່ໜ້າຄື: “ສ້າງການຫັນປ່ຽນໃໝ່, ເລິກເຊິ່ງ, ຮອບດ້ານ”. ກອງປະຊຸມໃຫຍ່ອົງຄະນະພັກຄັ້ງທີ V ນີ້ຈະເປັນບາດລ້ຽວໃໝ່ໃນການປັບປຸງວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່ທີ່ມີປະສິດທິຜົນກວ່າເກົ່າ. ກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກ ຄອສພ ທີ່ໄດ້ສຳເລັດໄປແລ້ວນັ້ນ, ແມ່ນເປັນພື້ນຖານຕັດສິນໃນການຄັດເລືອກບຸກຄະລາກອນທີ່ຈະເຂົ້າໃນຄະນະພັກຊຸດໃໝ່ຕາມຄາດໝາຍທີ່ວາງໄວ້ສ່ວນທາງດ້ານເນື້ອໃນກໍໄດ້ກຳນົດຢ່າງລະອຽດ, ຈະແຈ້ງກ່ຽວກັບຄາດໝາຍສູ້ຊົນໃນການນຳຂອງແຕ່ລະໜ່ວຍພັກໃນ 5 ປີຕໍ່ໜ້າເຊິ່ງສະແດງໃຫ້ເຫັນຢ່າງຈະແຈ້ງເຖິງວິໄສທັດໃນການສ້າງການຫັນປ່ຽນໃນແຕ່ລະວຽກງານ; ພ້ອມດຽວກັນນີ້, ການກະກຽມດຳເນີນກອງປະຊຸມໃຫຍ່ຂອງແຕ່ລະໜ່ວຍພັກແມ່ນໄດ້ຕິດພັນກັບການສ້າງຂະບວນການດ້ວຍຫຼາຍກິດຈະກຳທີ່ແຕກຕ່າງກັນອັນໄດ້ເຮັດໃຫ້ການດຳເນີນກອງປະຊຸມຂອງແຕ່ລະໜ່ວຍພັກເຕັມໄປດ້ວຍເນື້ອໃນ ແລະ ຮູບການທັງຮັບປະກັນຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄອສພ ທີ່ຈະໄຂຂື້ນໃນຕໍ່ໜ້ານີ້.

ໂດຍປະຕິບັດຕາມແຈ້ງການຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 33/ ຄລສພ ລົງວັນທີ 15/02/2021 ວ່າດ້ວຍໃຫ້ຮີບຮ້ອນສືບຕໍ່ກະກຽມກອງປະຊຸມໃຫຍ່ອົງຄະນະພັກຂັ້ນຂອງຕົນ. ຄະນະພັກ-ຄະນະນຳ ຄອສພ ກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບກະກຽມການດຳເນີນກອງປະຊຸມໃຫຍ່ຢ່າງລະອຽດໂດຍມີ 4 ອະນຸກຳມະການດັ່ງນີ້: ອະນຸກຳມະການເນື້ອໃນ, ອະນຸກຳມະການບຸກຄະລາກອນ, ອະນຸກຳມະການເສດຖະກິດ-ບໍລິຫານ-ພິທີການ ແລະ ປ້ອງກັນ, ອະນຸກຳມະການຂະບວນການ ແລະ ໂຄສະນາ; ມາຮອດປັດຈຸບັນ, ການກະກຽມຄວາມພ້ອມຂອງແຕ່ລະອະນຸກຳມະການແມ່ນສຳເລັດໂດຍພື້ນຖານແລ້ວຄາດວ່າຈະເປີດຕາມກຳນົດເວລາທີ່ກຳນົດໄວ້, ໜ້າວຽກອັນຮີບດ່ວນອີກອັນໜື່ງແມ່ນດຳເນີນການທາບທາມບຸກຄະລາກອນທີ່ຈະສະໜັກຄະນະພັກ ຄອສພ ຊຸດໃໝ່.

ໃນໄລຍະທີ່ປະເທດພວກເຮົາພວມຮັບມືກັບການລະບາດຂອງພະຍາດໂຄວິດ-19 ນີ້ລັດຖະບານໄດ້ມີຫຼາຍມາດຕະການຄຸ້ມຄອງ ແລະ ສະກັດກັ້ນການແຜ່ລະບາດຢ່າງເຄັງຄັດ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ວຽກງານທັງພາກລັດ ແລະ ເອກະຊົນລວມທັງຊີວິດການເປັນຢຸ່ຂອງພົນລະເມືອງທີ່ດຳລົງຊີວິດຢູ່ໃນ ສປປ ລາວ, ສະນັ້ນ ການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄອສພ ກໍໄດ້ຮັບຜົນກະທົບໄປຕາມໆກັນໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນການຂອງອະນຸກຳມະການຂະບວນການ ແລະ ໂຄສະນາ. ເຖິງຢ່າງໃດກໍຕາມ, ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄອສພ ຈະຕ້ອງໄດ້ໄຂຂຶ້ນຢ່າງແນ່ນອນ, ສະນັ້ນ ສະມາຊິກພັກທຸກສະຫາຍທີ່ສັງກັດຢູ່ໃນ ຄອສພ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການຄົ້ນຄິດພິຈາລະນາຢ່າງຖີ່ຖ້ວນໃນການຄັດເລືອກເອົາບຸກຄະລາກອນເຂົ້າໃນໂຄງປະກອບຂອງຄະນະພັກ ຄອສພ ຊຸດໃໝ່ໃຫ້ໄດ້ຕາມມາດຖານເງື່ອນໄຂທີ່ກຳນົດໄວ້, ໃນນີ້ ຄວນເນັ້ນມາດຖານທາງດ້ານຄວາມຮູ້-ຄວາມສາມາດ ແລະ ທັດສະນະຫຼັກໝັ້ນການເມືອງ; ຖ້າເລືອກເອົາຜູ້ນຳທີ່ຂາດຄວາມສາມາດໃນການນຳພາ, ບໍ່ມີວິໄສທັດໃນການພັດທະນາອົງກອນ, ທັດສະນະມະຫາຊົນບໍ່ກວ້າງຂວາງ, ເວົ້າບໍ່ໄດ້, ຂຽນບໍ່ເປັນ, ບໍ່ກ້າເຮັດ-ກ້າທຳ ແລະ ກ້າຮັບຜິດຊອບ ແນ່ນອນຈະບໍ່ສາມາດສ້າງບາດກ້າວບຸກທະລຸທັງສາມດ້ານໄດ້ຢ່າງແນ່ນອນ.