ກອງປະຊຸມປຶກສາຫາລືການກະກຽມເນື້ອໃນລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 3 ສະໄໝທີ XI

ກອງປະຊຸມປຶກສາຫາລືການກະກຽມເນື້ອໃນລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ
ຄັ້ງທີ 3 ສະໄໝທີ
XI

       ໃນຕອນບ່າຍວັນທີ 14 ກໍລະກົດ 2021 ໄດ້ຈັດກອງປະຊຸມປຶກສາຫາລືການກະກຽມເນື້ອໃນລາຍງານຕໍ່ກອງປະຊຸມສູນກາງ ຄັ້ງທີ 3 ສະໄໝທີ XI ໃນຫົວຂໍ້: “ການສ້າງປະຖົມປັດໄຈເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ຢູ່ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານກອງປະຊຸມ ໂດຍ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີ: ບັນດາລັດຖະມົນຕີ, ຮອງລັດຖະມົນຕີຈາກກະຊວງ-ອົງການ ແລະ ນະຄອນຫຼວງວຽງຈັນ.

       ໃນພິທີດັ່ງກ່າວ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ມີຄຳຄິດຄຳເຫັນຕໍ່ບັນດານັກຄົ້ນຄວ້າແຕ່ລະກະຊວງ-ອົງການ ໃຫ້ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະຊີ້ນຳລວມໃສ່ແຜນດຳເນີນງານຂອງຄະນະກະກຽມເນື້ອໃນລາຍງານຕໍ່ກອງປະຊຸມສູນກາງ ຄັ້ງທີ 3 ສະໄໝທີ XI ຫົວຂໍ້: “ຄົ້ນຄວ້າການສ້າງປະຖົມປັດໄຈໃຫ້ແກ່ການກ້າວເດີນສູ່ຈຸດໝາຍສັງຄົມນິຍົມ”, ແລະ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ແບ່ງວຽກໃນການຄົ້ນຄ້ວາ.

       ຈຸດປະສົງເພື່ອເຮັດໃຫ້ການເຄື່ອນໄຫວກະກຽມເນື້ອໃນດັ່ງກ່າວ ດຳເນີນຕາມບາດກ້າວ-ຂັ້ນຕອນຢ່າງຕໍ່ເນື່ອງ ແລະ ທັນເວລາ; ທັງຮັບປະກັນລັກສະນະວິທະຍາສາດ, ສອດຄ່ອງ ແລະ ແທດກັບສະພາບຕົວຈິງ. ເສີມຂະ ຫຍາຍ, ລະດົມສະຕິປັນຍາຢ່າງກ້ວາງຂວາງ ຈາກບັນດານັກຄົ້ນຄວ້າ, ພະນັກງານຫຼັກແຫຼ່ງຂອງກະຊວງ-ອົງການທີ່ກ່ຽວຂ້ອງ ໃນການຄົ້ນຄວ້າຕີລາຄາ ການສ້າງປະຖົມປັດໄຈ ໃຫ້ແກ່ການກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ທີ່ມີວິທະຍາສາດ, ເລິກເຊິ່ງ ແລະ ໜັກແໜ້ນ ເພື່ອກາຍເປັນເອກະສານທີ່ສຳຄັນຂອງພັກໃນການສືບຕໍ່ດຳເນີນພາລະກິດປ່ຽນແປງໃໝ່ສູ່ຈຸດໝາຍສັງຄົມນິຍົມ.