ຄະນະຊ່ຽວຊານຈາກວາລະສານກົ້ງສານ ເຂົ້າຢ້ຽມຂ່ຳນັບການນຳ ຄອ​ສ​ພ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ວາລະສານ ອະລຸນໃໝ່

ຄະນະຊ່ຽວຊານຈາກວາລະສານກົ້ງສານ ເຂົ້າຢ້ຽມຂ່ຳນັບການນຳ ຄອ​ສ​ພ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ວາລະສານ ອະລຸນໃໝ່

​    ໃນວັນທີ 05 ກໍລະກົດ 2023 ນີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ), ຄະນະຊ່ຽວຊານຈາກວາລະສານກົ້ງສານ ນຳໂດຍ ສະຫາຍ ເລຫ່າຍ ຄະນະບັນນາທິການ ຫົວໜ້າກົມວາລະສານເອເລັກໂຕຣນິກ ຂອງວາລະສານກົ້ງສານ ພ້ອມດ້ວຍຄະ ນະ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ລາວປ່າວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ມີສະຫາຍ ວັນລາຕີ ຄໍາວານວົງສາ ຄະນະພັກ ຄອສພ ວ່າການຫົວໜ້າບັນນາທິການ ວາລະສານອະລຸນໃໝ່ ; ມີ​ບັນດາສະຫາຍ​ຄະນະພັກ ​ແລະ ຜູ້ຕາງໜ້າຈາກບັນດາກົມທີ່ກ່ຽວຂ້ອງອ້ອມຂ້າງ ຄອສພ ເຂົ້າຮ່ວມ.

    ໃນໂອກາດດັ່ງກ່າວ ທ່ານ ລາວປ່າວຊົ່ງ ນະວົງໄຊ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຕີລາຄາສູງຕໍ່ຄະນະຊ່ຽວຊານຈາກວາລະສານກົ້ງສານ ທີ່ໄດ້ເດີນທາງມາຢ້ຽມ ຢາມແລະເຮັດວຽກໃນຄັ້ງນີ້ຊຶ່ງສະແດງໃຫ້ເຫັນເຖິງນໍ້າໃຈໄມຕີຈິດມິດຕະພາບ, ຄວາມເປັນຫ່ວງເປັນໃຍດ້ວຍຄວາມຈິງໃຈທີ່ມີຕໍ່ກັນຖານອ້າຍນ້ອງ, ເພື່ອນມິດຮ່ວມອຸດົມການທີ່ມີມາຍາວນານ. ທັງສອງຝ່າຍໄດ້ຢືນຢັນວ່າ: ການຊ່ວຍເຫຼືອໃນການສ້າງວາລະ ສານອະລຸນໃໝ່ເປັນວາລະສານເອເລັກໂຕຣນິກ ແມ່ນຄວາມຈໍາເປັນພາວະວິໄສໃນຍຸກແຫ່ງຂໍ້ມູນຂ່າວ ສານແລະການເຊື່ອມໂຍງສາກົນ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງຂອງການໜ້າທີ່ການເມືອງໃນໄລຍະໃໝ່ໃຫ້ມີຄວາມວ່ອງໄວ, ກວ້າງຂວາງທົ່ວເຖິງກວ່າເກົ່າ ຕາມທິດຫັນເປັນທັນສະໄໝ  ທັງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະແມ່ນການພົວພັນຮ່ວມມືທີ່ເປັນມູນເຊື້ອຍາວນານຂອງສອງວາລະສານໃຫ້ນັບມື້ແໜ້ນແຟ້ນ, ເລິກເຊິ່ງ ແລະ ມີຜົນສໍາເລັດສູງຂຶ້ນ.

    ໃນໂອກາດດັ່ງກ່າວ ໄດ້ມີການມອບ-ຮັບເຄື່ອງຊ່ວຍເຫຼືອຈາກວາລະສານກົ້ງສານ ແລະ ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (ຫວຽດເທວ), ຕາງໜ້າມອບໂດຍ ສະຫາຍ ເລຫ່າຍ ແລະ ຮັບໂດຍ ສະຫາຍ ວັນ​ລາຕີ ຄຳ​ວານ​ວົງສາ ​ຊຶ່ງປະ ກອບມີ ຄອມພິວເຕີ ຈໍານວນ 10 ເຄື່ອງ, ກ້ອງຖ່າຍທໍາວີດີໂອ 2 ເຄື່ອງ ແລະ ກ້ອງ ຖ່າຍຮູບ 2 ເຄື່ອງ. ຄັດເປັນມູນຄ່າທັງໝົດ 1.050.000.000 ດົງ (ສະ​ກຸນ​ເງິນ​ຫວຽດ​ນາມ), ນະ​ໂອກາດ​ນີ້ ສະຫາຍ ລາວ​ປ່າວ​ຊົ່ງ ນະວົງໄຊ ໄດ້ໃຫ້ກຽດມອບໃບກຽດຕິຄຸນແກ່ ວາລະສານກົ້ງສານ, ກຸ່ມບໍລິສັດ ຫວຽດເທວ ແລະ ມອບໃບຍ້ອງຍໍ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ໃນການປະກອບ ສ່ວນສ້າງວາລະສານອະລຸນໃໝ່ໃຫ້ເປັນວາລະສານເອເລັກໂຕຣນິິກ.

    ຫຼັງຈາກສິ້ນສຸດເຂົ້າຢ້ຽມຂ່ຳນັບການນຳ ຄອສພ ແລ້ວ ສະຫາຍ ເລຫ່າຍ ຄະນະບັນນາທິການ ຫົວໜ້າກົມວາລະສານເອເລັກໂຕຣນິກ ຂອງວາລະສານກົ້ງສານ ພ້ອມດ້ວຍຄະນະ ກໍໄດ້ເດີນທາງໄປທ່ຽວຊົມແຫຼ່ງທ່ອງທ່ຽວຂອງເມືອງວັງວຽງເຊັ່ນ: ຖ້ຳນາງຟ້າ ແລະ ຖ້ຳປູຄຳອັນລືຊື່.