ພິທີປິດກອງປະຊຸມຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V.


ພິທີປິດກອງປະຊຸມຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V.
ໃນຕອນບ່າຍຂອງວັນທີ 18 ກໍລະກົດ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກ   ຄະນະໂຄສະນາອົບຮົມສູນກາງພັກສະໄໝທີ V ຂຶ້ນທີ່ ຫ້ອງປະຊຸມໃຫຍ່ (ຫຼັກ 6) ພາຍໃຕ້ການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມ: ຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ເລຂາໜ່ວຍພັກ, ຄະນະໜ່ວຍພັກ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກໃນທົ່ວ ຄອສພ.


ໃນພິທີ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນຜ່ານບົດລາຍງານຜົນການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມໃນການດໍາເນີນກອງປະຊຸມ, ຕີລາຄາຜົນການດໍາເນີນກອງປະຊຸມ ແລະ ບາງບັນຫາທີ່ຄວນເອົາໃຈໃສ່ປັບປຸງແກ້ໄຂ.
ກອງປະຊຸມໄດ້ດໍາເນີນຕາມ 3 ວາລະຄື:
ວາລະທີ 1: ກອງປະຊຸມເຊື່ອມຊຶມເອກະສານຕ່າງໆ ແລະ ທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນຄະນະບໍລິຫານງານພັກ ຄະນະໂຄສະນາອົບ ຮົມສູນກາງພັກ ກາງສະໄໝທີ V
ວາລະທີ 2: ກອງປະຊຸມເປີດກວ້າງຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V
ວາລະທີ 3: ກອງປະຊຸມດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ V
ໃນໂອກາດທີ່ມີຄວາມໝາຍສໍາຄັນ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕາງໜ້າໃຫ້ຄະນະເລຂາກົມການເມືອງ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ສໍາເລັດຂອງກອງປະຊຸມ, ພ້ອມນັ້ນ ທ່ານໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກບາງບັນຫາສໍາຄັນຄື:
1. ສືບຕໍ່ເພີ່ມທະວີນໍາພາວຽກງານການເມືອງແນວຄິດໃຫ້ພະນັກງານ-ສະມາຊິກພັກໃຫ້ເລິກເຊິ່ງ ກວ້າງຂວາງ ໂດຍສະເພາະແມ່ນຍົກລະດັບຄວາມຕື່ນຕົວທາງດ້ານການເມືອງ ເຊີດຊູສະຕິຮັກຊາດ , ສືບຕໍ່ແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ ຊີວິດການເປັນຢູ່ດ້ວຍຈິດໃຈ ເຂັ້ມແຂງ ເປັນເຈົ້າຕົນເອງ ເສີມຂະຫຍາຍກຳ ລັງແຮງທີ່ເຮົາມີເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຕົນເອງ ສ້າງການຫັນປ່ຽນໃໝ່ ໂດຍສະເພາະການບຸກທະລຸທາງດ້ານຈິນຕະນາການ ເພື່ອເປັນພຶ້ນຖານອັນໜັກແໜ້ນໃຫ້ແກ່ການເຄື່ອນໄຫວໜ້າທີ່ວຽກງານ
2. ສ້າງການຫັນປ່ຽນຢ່າງແຂງແຮງທາງດ້ານເນື້ອໃນ ແລະ ຮູບການ ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ ເພື່ອສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່
3. ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າໃຫ້ແກ່ພະນັກງານ-ສະມາຊິກພັກ ຢ່າງຮອບດ້ານ
4. ສືບຕໍ່ຈັດຕັ້ງໂຄສະນາອົບຮົມໃຫ້ເປົ້າໝາຍຕ່າງໆ ດ້ວຍຫຼາຍຮູບການ ຫຼາຍວິທີການ ແລະ ວ່ອງທັນທັນກັບສະພາບປັດຈຸບັນ
5. ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ແທດເໝາະກັບຕົວຈິງ ແທດເໝາະກັບຄວາມຮູ້ ຄວາມສາມາດຂອງ ພະນັກງານ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານມີຄວາມອຸ່ນອ່ຽງທຸ່ນທ່ຽງໃນການປະຕິບັດໜ້າທີ່ວຽກງານ.
6. ກໍ່ສ້າງຍົກລະດັບຄວາມຮູ້ ຄວາມສາມາດໃຫ້ຖັນແຖວພະນັກງານ, ບໍາລຸງກໍ່ສ້າງພະນັກງານສືບທອດປ່ຽນແທນ ໃຫ້ກາຍເປັນຜູ້ທີ່ມີຄວາມຊໍານານ ແລະ ການເປັນຊ່ຽວຊານດ້ານຕ່າງໆ,
7. ເພີ່ມທະວີການລົງຮາກຖານຕົວຈິງສົມທົບກັບບັນດາແຂວງເພື່ອເຮັດໃຫ້ວຽກງ່ານໂຄສະນາອົບຮົມກ້າວໄປສູ່ຄຸນນະພາບໃໝ່
8. ປະຕິບັດນະໂຍບາຍໃຫ້ແກ່ພະນັກງານທາງດ້ານວັດຖຸ ແລະ ຈິດໃຈ ຄົ້ນຄວ້າຊອກວິທີແກ້ໄຂບັນຫາເສດຖະກິດ, ຊີວິດການເປັນຢູ່ໃຫ້ມີບາດກ້າວທີ່ດີຂຶ້ນ.
9. ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດ, ຢ້ຽມຢາມພົບປະແລກປ່ຽນບົດຮຽນກັບບັນດາແຂວງ ເມືອງ ແລະ ກະຊວງອົງການອ້ອມຂ້າງໃຫ້ເລິກເຊິ່ງ.
10. ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນເພື່ອພ້ອມກັນປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ກໍຄືໜ້າທີ່ການເມືອງໃຫ້ມີປະສິດທິຜົນສູງສຸດ.