ພິທີເຊັນບົດບັນທຶກຄວາມເຂົ້າໃຈ( MOU ) ວ່າດ້ວຍການຮ່ວມມືຫັນເປັນດີຈີຕອນ ໃນວຽກງານໂຄສະນາອົບຮົມ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ.


ໃນວັນທີ 15 ກັນຍາ 2023 ທີ່ໂຮງແຮມ ດອນຈັນ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ວ່າດ້ວຍການຮ່ວມມືຫັນເປັນດີຈີຕອນ ໃນວຽກງານໂຄສະນາອົບຮົມ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ; ໃຫ້ກຽດຮ່ວມລົງນາມຄັ້ງນີ້ມີ ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ແລະ ທ່ານ ບັນດິດ ສາດສະ ດາຈານ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ. ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ນ. ວິລະວອນ ພັນທະວົງ ກໍາມະການປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ແກ້ວວີສຸກ ໂສລາພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຫົວໜ້າ ແລະ ຮອງກົມທັງສອງຝ່າຍເຂົ້າຮ່ວມ.


ໃນພິທີ, ທ່ານ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ກຕສ ໄດ້ຂຶ້ນລາຍງານກ່ຽວກັບໂຄງການຮ່ວມມືການຫັນເປັນດິຈິຕອນໃນວຽກງານໂຄສະ ນາອົບຮົມວ່າ: ເພື່ອຫັນວຽກງານບໍລິຫານພາຍໃນ ແລະ ສົ່ງເສີມວຽກງານໂຄສະນາອົບຮົມ ໃຫ້ກວ້າງຂວາງທົ່ວປະເທດ ການຫັນວຽກງານໂຄສະນາອົບຮົມເປັນທັນສະໄໝ ແລະ ເປັນຕົວຢ່າງໃຫ້ບັນດາອົງການຈັດຕັ້ງພັກ-ລັດ ໃນການຫັນເປັນທັນສະໄໝແບບດິຈິຕອນ ແມ່ນຄວາມຈຳເປັນໃນຍຸກ 4.0 ດັ່ງນັ້ນ, ສອງຝ່າຍ ຈຶ່ງໄດ້ຕົກລົງເຫັນດີຢ່າງເປັນເອກະພາບສູງເຊັນ MOU ຮ່ວມກັນ ເພື່ອເປັນບ່ອນອີງໃນການຮ່ວມມືຄົ້ນຄວ້າ, ແລກປ່ຽນບົດຮຽນ, ພັດທະນາ ແລະ ນໍາໃຊ້ເຄື່ອງມືດິຈິຕອນ ໃນການຫັນວຽກງານໂຄສະນາອົບຮົມໃຫ້ເປັນທັນສະໄໝ ເທື່ອລະກ້າວ ຊຶ່ງປະກອບມີຂອບເຂດການຮ່ວມມືຄື:
1). ຮ່ວມມືກັນຫັນເປັນດິຈິຕອນ ວຽກງານການບໍລິຫານຫ້ອງການຂອງ ຄອສພ ໃຫ້ເປັນທັນສະໄໝ;
2). ຮ່ວມມືກັນນໍາໃຊ້ເຄື່ອງມືດິຈິຕອນເຂົ້າໃນວຽກງານໂຄສະນາອົບຮົມ, ເຜີຍແຜ່ນະໂຍບາຍ ແລະ ຂໍ້ມູນຂ່າວສານຕ່າງໆ ໃນຂອບເຂດທົົ່ວປະເທດ;
3). ເພີ່ມທະວີການຮ່ວມມືຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານລັດຖະກອນ, ແລກປ່ຽນຂໍ້ມູນຂ່າວສານ, ປະສົບການ, ຈັດກອງປະຊຸມປຶກສາຫາລື, ສໍາມະນາ, ຝຶກອົບຮົມ ແລະ ອື່ນໆ.


ພາຍຫຼັງການລົງນາມແລ້ວ, ທັງສອງຝ່າຍ ຈະໄດ້ພ້ອມກັນຄົ້ນຄວ້າແຕ່ງຕັັ້ງຄະນະຮັບຜິດຊອບເຮັດວຽກຮ່ວມກັນໃນການຈັດຕັ້ງປະຕິບັດການຫັນເປັນດິຈິຕອນວຽກງານການບໍລິຫານຫ້ອງການເປັນທັນສະໄໝ ແລະ ການນໍາໃຊ້ເຄື່ອງມືດິຈິຕອນ ເຂົ້າໃນວຽກງານໂຄສະນາອົບຮົມໃນທົົ່ວປະເທດ. ທັງເປັນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວໃນອະນາຄົດ.