ພິທີປາຖະກະຖາຜົນສໍາເລັດອັນພົ້ນເດັ່ນ ຂອງພັກກອມມູນິດຫວຽດນາມ ໃນການນໍາພາປະເທດຊາດກ້າວຂຶ້ນສັງຄົມນິຍົມ ແລະ ນະໂຍບາຍຕ່າງປະເທດໃນເງື່ອນໄຂປັດຈຸບັນ.


ໃນຕອນເຊົ້າ ຂອງວັນທີ 17 ຕຸລາ 2023 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປລາວ ຈັດປາ ຖະກະຖາພາຍໃຕ້ຫົວຂໍ້: ຜົນສໍາເລັດອັນພົ້ນເດັ່ນ ຂອງພັກກອມມູນິດຫວຽດນາມ ໃນການນໍາພາປະເທດຊາດກ້າວຂຶ້ນສັງຄົມນິຍົມ ແລະ ນະໂຍບາຍຕ່າງປະເທດໃນເງື່ອນໄຂປັດຈຸບັນ; ໃຫ້ກຽດເຂົ້າຮ່ວມມີ: ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ, ມີບັນດາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງລັດຖະມົນຕີບັນດາກະຊວງ-ອົງການອ້ອມຂ້າງສູນກາງພັກ, ຫົວໜ້າກົມ, ຮອງຫົວ ໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຄະນະໂຄສະນາອົບຮົມເມືອງ, ນະຄອນຫຼວງ ແລະ ພະນັກງານວິຊາການທັງໝົດ ພາຍໃນ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ຫວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ໃຫ້ກຽດຂຶ້ນກ່າວປາຖະກະຖາລາຍງານຜົນສໍາເລັດອັນພົ້ນເດັ່ນ ຂອງພັກກອມມູນິດຫວຽດນາມ ໃນການນໍາພາປະເທດຊາດກ້າວຂຶ້ນສັງຄົມນິຍົມ ແລະ ນະໂຍບາຍຕ່າງປະເທດໃນເງື່ອນໄຂປັດຈຸບັນ. ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດອັນໃຫຍ່ຫຼວງຂອງພັກກອມມູນິດຫວຽດນາມ ໃນການສ້າງສັງຄົມນິຍົມ ເປັນຕົ້ນແມ່ນພາຍຫຼັງ 35 ປີ ແຫ່ງການປ່ຽນແປງໃໝ່ ໃນທ່າມກາງສະພາບການໂລກ, ພາກພຶ້ນມີການຜັນແປຢ່າງວ່ອງໄວ, ສັບສົນ ພາຍໃຕ້ການນໍາພາທີ່ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ທົ່ວປວງຊົນຫວຽດນາມ ຍຶດໝັ້ນບົນເສັ້ນທາງເອກະລາດແຫ່ງຊາດ, ປະຊາທິປະໄຕ, ສີວິໄລ ດ້ວຍເຂັມຊີ້ທິດທີ່ບໍ່ສາມາດປ່ຽນແປງໄດ້ນັ້ນ, ຫວຽດນາມ ໄດ້ບັນລຸຜົນສໍາເລັດອັນໃຫຍ່ຫຼວງທັງມີຄວາມໝາຍທາງປະຫວັດສາດ, ມີການພັດທະນາຢ່າງແຂງແຮງ ຮອບດ້ານທຽບໃສ່ໄລຍະຜ່ານມາກ່ອນການປ່ຽນ ແປງໃໝ່. ຄວາມຮັບຮູ້ທາງດ້ານທິດສະດີ, ການຈັດຕັ້ງຜັນຂະຫຍາຍຕົວຈິງທາງດ້ານການພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕິດພັນກັບການພົວພັນຕ່າງປະເທດ, ການກໍ່ສ້າງພຶ້ນຖານທາງການທູດທີ່ຮອບດ້ານ, ທັນສະ ໄໝ ດ້ວຍ 3 ເສົາຄໍ້າເຊັ່ນ: ການທູດສາຍພັກ, ການທູດສາຍລັດ, ການທູດປະຊາຊົນ ພວມໄດ້ຮັບກໍ່ສ້າງກໍາລັງພະນັກ ງານຕ່າງປະ ເທດຢ່າງຮອບດ້ານ, ທັນສະໄໝ ແລະ ແບບເປັນມືອາຊີບ; ການຍົກສູງຄຸນນະພາບວຽກງານຄົ້ນຄວ້າ, ການຄາດຄະເນຍຸດທະສາດກ່ຽວກັບການຕ່າງປະເທດກໍແມ່ນບັນຫາທີ່ສໍາຄັນເພື່ອກໍານົດແນວທາງການຕ່າງປະເທດທີ່ຊັດເຈນ, ພ້ອມນັ້ນທ່ານຍັງໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານໃນຂົງເຂດຕ່າງໆຂອງ ສສ ຫວຽດນາມ ໃນໄລຍະຜ່ານມາ ແລະ ບາງບົດຮຽນທີ່ຖອດຖອນໄດ້ ພ້ອມກັບທິດທາງແຜນການປະຕິບັດວຽກງານການຕ່າງປະເທດຂອງ ສສ ຫວຽດນາມ ໃນໄລຍະຕໍ່ໜ້າ.