Month: July 2026

ສໍາເລັດການຈັດຝຶກອົບຮົມຄວາມຮູ້ພື້ນຖານ ດ້ານການເມືອງ-ການປົກ ຄອງໃຫ້ພະນັກງານຂັ້ນຕາແສງ ຢູ່ເມືອງວຽງພູຄາ ແຂວງ ຫຼວງນໍ້າທາ

ກົມອົບຮົມ ໄດ້ສົມທົບກັບ ຄະນະໂຄສະນາອົບຮົມ ແຂວງຫຼວງນໍ້າທາ ແລະ ຄະນະໂຄສະນາອົບຮົມເມືອງວຽງພູຄາ ຈັດຝຶກອົບຮົມຄວາມຮູ້ພື້ນ ຖານ ດ້ານການເມືອງ-ການປົກຄອງ ໃຫ້ພະນັກງານຂັ້ນຕາແສງ ຢູ່ເມືອງວຽງພູຄາ ໃນວັນທີ 23-24 ກໍລະກົດ 2026. ໂດຍການເປັນປະທານຮ່ວມຂອງ ສະຫາຍ ສິງຄໍາ ວັນໄຊ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງຫຼວງນໍ້າທາ; ສະຫາຍ ຄໍາກອງ ທໍາມະເທວາ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ; ສະຫາຍ ນາງ ເຮື່ອຍ ສົມຫວັງ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ເມືອງວຽງພູຄາ; ມີປະທານ, ຮອງປະທານ ກໍາມະການ ຄະນະກໍາມະການປົກຄອງຕາແສງ ແລະ ຜູ້ຊ່ວຍວຽກງານຕາແສງທີ່ມາຈາກ 3 ຕາແສງ ພາຍໃນເມືອງວຽງພູຄາ ເຂົ້າຮ່ວມທັງໝົດ 30 ທ່ານ, ຍິງ 5 ທ່ານ.

ພະນັກງານກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຝຶກອົບຮົມ 2 ຫົວຂໍ້ສຳຄັນ

ພະນັກງານກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຝຶກອົບຮົມ 2 ຫົວຂໍ້ສຳຄັນ ໃນລະຫວ່າງ ວັນທີ 28 – 31 ກໍລະກົດ 2026, ທີ່ ໂຮງແຮມ Double Tree, ນະຄອນຫຼວງວຽງຈັນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເປີດຝຶກອົບຮົມ 2 ຫົວຂໍ້ສຳຄັນ ຄື: “ຄວາມປອດໄພ ທາງດ້ານໄຊເບີ ສໍາລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ” ແລະ “ ການເພີີ່ມຂີດຄວາມສາມາດ ໃຫ້ແກ່ຜູ້ປະກອບການເພດຍິງ ໂດຍຜ່ານການຫັນເປັນດິຈິຕອນ” ໄດ້ຮັບກຽດເປັນປະທານກ່າວເປີດພິທີດັ່ງກ່າວໂດຍ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ Bakhodir Burkhanov, ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ແລະ ມີຜູ້ເຂົ້າຮ່ວມທີ່ມາຈາກ ບັນດາກະຊວງ, ສະຖາບັນການສຶກສາ, ຜູ້ປະກອບທຸລະກິດ […]

ກອງປະຊຸມ ຄະນະປະຈໍາ ສະພາທິດສະດີສູນກາງພັກ ຮ່ວມກັບ ຄະນະຮັບຜິດຊອບຮ່າງມະຕິຂອງຊວງ ສຶກສາທິການ ແລະ ກິລາ

ປະຕິບັດຕາມເນື້ອໃນຈິດໃຈແຈ້ງການຂອງຂອງຫ້ອງວ່າການສູນກາງພັກ, ສະບັບເລກທີ 47/ຫສພ, ລົງວັນທີ 20 ເມສາ 2026 ແລະແຜນການຄົ້ນຄວ້າ ແລະຮັບຮອງຮ່າງມະຕິຂອງຄະນະບໍລິຫານງານສູນກາງພັກ, ສະໄໝທີ XII, ສະບັບເລກທີ 22/ຫສພ, ລົງວັນທີ 1 ເມສາ 2026 ໃຫ້ຮັບປະກັນສໍາເລັດທັນຕາມກໍານົດເວລາທີ່ວາງໄວ້. ໃນຕອນບ່າຍວັນທີ 29 ກໍລະກົດ 2026 ເວລາ 14:00 ໂມງ, ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມຄະນະປະຈໍາສະພາທິດສະດີສູນກາງພັກ ຮ່ວມກັບຄະນະຮັບຜິດຊອບຮ່າງມະຕິຂອງກະຊວງສຶກສາທິການ ແລະກິລາ ທີ່ຫ້ອງປະຊຸມໃຫຍ່ຊັ້ນ II (ຫຼັກ 6) ຂອງສໍານັກງານສະພາທິດ ສະດີສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ສຈ. ປອ. ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ປະທານສະພາທິດສະດີສູນກາງພັກ. ເຂົ້າຮ່ວມກອງປະຊຸມປະກອບດ້ວຍຄະນະປະຈໍາ ແລະ ສະມາຊິກຂອງສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບຮ່າງມະຕິຂອງກະຊວງສຶກສາທິການ ແລະກິລາ; ພ້ອມດ້ວຍພະນັກງານຂອງຫ້ອງ ການສະພາທິດສະດີສູນກາງພັກ. ຈຸດປະສົງຂອງການດໍາເນີນກອງປະຊຸມໃນຄັ້ງນີ້ເພື່ອຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງມະຕິ ວ່າດ້ວຍການພັດ  ທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບຕອບສະໜອງໃຫ້ແກ່ການພັດທະນາໃນເງື່ອນໄຂໃໝ່.

ກອງປະຊຸມຄະນະປະຈໍາສະພາທິດສະດີສູນກາງພັກ ຮ່ວມກັບ ຄະນະຮັບ ຜິດຊອບຮ່າງມະຕິຂອງກະຊວງ ປກຊ ຄະນະຮັບຜິດຊອບຮ່າງມະຕິຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ

ປະຕິບັດຕາມເນື້ອໃນຈິດໃຈແຈ້ງການຂອງຂອງຫ້ອງວ່າການສູນກາງພັກ, ສະບັບເລກທີ 47/ຫສພ, ລົງວັນທີ 20 ເມສາ 2026 ແລະແຜນການຄົ້ນຄວ້າ ແລະຮັບຮອງຮ່າງມະຕິ ຂອງຄະນະບໍລິຫານງານສູນກາງພັກ, ສະໄໝທີ XII, ສະບັບເລກທີ 22/ຫສພ, ລົງວັນທີ 1 ເມສາ 2026 ໃຫ້ຮັບປະກັນສໍາເລັດທັນຕາມກໍານົດເວລາທີ່ວາງໄວ້. ໃນຕອນເຊົ້າວັນທີ 29 ກໍລະກົດ 2026 ເວລາ 08:30 ໂມງ, ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມຄະນະປະຈໍາສະພາທິດສະດີສູນກາງພັກ ຮ່ວມກັບຄະນະຮັບຜິດຊອບຮ່າງມະຕິຂອງກະຊວງ ປກຊ, ກະຊວງ ປກສ ແລະ ຄະນະຮັບຜິດຊອບຮ່າງມະຕິຂອງກະຊວງອຸດສາຫະກໍາ ແລະການຄ້າທີ່ຫ້ອງປະຊຸມໃຫຍ່ຊັ້ນ II (ຫຼັກ 6) ຂອງສໍານັກງານສະພາທິດສະດີສູນກາງພັກ. ໂດຍການເປັນປະທານຂອງ ສະຫາຍ ສຈ. ປອ. ກິແກ້ວ ໄຂຄໍາພິທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ປະທານສະພາທິດ ສະດີສູນກາງພັກ.

ກົມໂຄສະນາ ຈັດຝຶກອົບຮົມ ຄວາມຮູ້ຟື້ນຖານກ່ຽວກັບການຜະລິດສາລະຄະດີ

ໃນຕອນເຊົ້າ ຂອງວັນທີ 28 ກໍລະກົດ 2026, ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຊຸດຝຶກອົບຮົມ ຄວາມຮູ້ຟື້ນຖານກ່ຽວກັບການຜະລິດ ສາລະຄະດີ (ການຂຽນບົດ, ການຖ່າຍທໍາ ແລະ ຕັດຕໍ່) ຢູ່ທີ່ຫ້ອງປະຊຸມ ຄອສພ ໃຫ້ກຽດເຂົ້າຮ່ວມພິທີເປີດ ໂດຍ ທ່ານ ບົວໄລ ພານຸວົງ ຄະນະພັກ, ຫົວໜ້າກົມໂຄສະນາ, ມີທ່ານຫົວໜ້າກົມກວດກາ, ຜູ້ຕາງໜ້າຈາກກົມຈັດຕັ້ງ, ຫ້ອງການ, ກົມສື່ມວນຊົນ, ຄູ-ອາຈານຈາກ ໂທລະພາບແຫ່ງຊາດລາວ, ຂ່າວສານປະເທດລາວ, ມີນັກສໍາມະນາກອນຈາກກົມໂຄສະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ ຈໍານວນ 37 ທ່ານ, ຍິງ 14 ທ່ານ. ໂດຍປະຕິບັດຕາມແຜນພັດທະນາວຽກງານ ຂອງກົມໂຄສະນາ ທີ່ໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກ ກໍຄື ປະຕິບັດຕາມແຜນດໍາເນີນງານ ຂອງກົມໂຄສະນາ ປະຈໍາປີ 2026 ເວົ້າລວມ, ເວົ້າສະເພາະ ແມ່ນປະຕິບັດຕາມຂໍ້ຕົກລົງ ຂອງຄະນະໂຄສະນາອົບຮົມສູນກາງພັກສະບັບເລກທີ 207/ຄອສພ, ລົງວັນທີ […]

1 2 3 4