ຄອນສະຫວັນ ເນົາວະລັງສີ

ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄອບຮົບ 67 ປີ

ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄອບຮົບ 67 ປີ. ໃນຕອນເຊົ້າຂອງວັນທີ 10 ກຸມພາ 2023, ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄອບຮົບ 67 ປີ(01/02/1956- 01/02/2023), ໃຫ້ກຽດປາຖະກະຖາໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ປະທານສະຫະພັນກໍາມະບານ ຄອສພ, ຄະນະກໍາມະບານຮາກຖານ ພ້ອມດ້ວຍສະມາຊິກສະຫະພັນກໍາມະບານທົ່ວຄອສພ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງການປາຖະກະຖາແມ່ນເພື່ອເຮັດໃຫ້ສະມາຊິກກໍາມະບານໃນທົ່ວຄະນະໂຄສະນາອົບຮົມສູນກາງໄດ້ຫວນຄືນມູນເຊື້ອ ແລະ ຜົນງານການປະກອບສ່ວນເຂົ້າໃນພາລະກິດປະຕິວັດຂອງອົງການຈັດຕັ້ງກໍາມະບານລາວໃນໄລຍະການປະຕິວັດຊາດປະຊາທິປະໄຕ ແລະ ໄລຍະແຫ່ງການປົກປັກຮັກສາສ້າງສາພັດທະນາປະເທດຊາດ ທັງເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກກໍາມະບານ, ພະນັກງານ-ລັດຖະກອນໃຫ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບພາລະບົດບາດ, ຫນ້າທີ່ຂອງອົງການຈັດຕັ້ງກໍາມະບານລາວ ໃນໄລຍະໃຫມ່ຂອງການປະຕິວັດ, ຊຶ່ງເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊົ້ນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວໃນທົ່ວປະເທດ. ໃນພິທີ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, […]

ກອງປະຊຸມສຳມະນາວິທະຍາສາ​ດລະດັບຊາດ ພາຍໃຕ້ຫົວຂໍ້: “ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975”

ກອງປະຊຸມສຳມະນາວິທະຍາສາ​ດລະດັບຊາດ ພາຍໃຕ້ຫົວຂໍ້: “ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975”     ໃນວັນທີ 08 ກຸມພາ 2023 ທີ່ ສະໂມສອນຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມກອງປະຊຸມສຳມະນາລະດັບຊາດ ພາຍໃຕ້ຫົວຂໍ້: “ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975” ໃຫ້ກຽດກ່າວ​ເປີດ​ແລະເປັນປະທານກອງປະຊຸມ

ສະພາທິດສະດີສູນກາງພັກ ສະຫຼຸບການເຄື່ອນໄຫວ ປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023

ສະພາທິດສະດີສູນກາງພັກ ສະຫຼຸບການເຄື່ອນໄຫວ ປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023     ໃນວັນທີ 01 ກຸມພາ 2023 ທີີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ສະພາທິດສະດີສູນກາງພັກ

ຝຶກອົບຮົມແນວທາງປະຕິບັດສຳລັບຊຸມຊົນ(ຜູ້ໃຊ້ງານຕິກຕ໋ອກ) Tik tok Community Guidelines Training

ຝຶກອົບຮົມແນວທາງປະຕິບັດສຳລັບຊຸມຊົນ(ຜູ້ໃຊ້ງານຕິກຕ໋ອກ) Tik tok Community Guidelines Training      ວັນທີ 19 ມັງກອນ  2023 ວິຊາການກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ​ໄດ້ເຂົ້າຮ່ວມຝຶກອົບຮົມແນວທາງປະຕິບັດ ສຳລັບຊຸມຊົນ

ຫົວໜ້າ ຄອສພ ລົງເຄື່ອນໄຫວວຽກງານຢູ່ 4 ແຂວງພາກໃຕ້

ຫົວໜ້າ ຄອສພ ລົງເຄື່ອນໄຫວວຽກງານຢູ່ 4 ແຂວງພາກໃຕ້ ໃນລະຫວ່າງວັນທີ 11-14 ມັງກອນ 2023 ຜ່ານມານີ້ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ 4 ແຂວງພາກໃຕ້ (ອັດຕະປື, ເຊກອງ, ສາລະວັນ ແລະ ຈຳປາສັກ).

1 9 10 11 12 13 71