ສົມພິນິດ ວົງສົມບັດ

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຈັດຊຸດຝຶກອົບຮົມລະບົບໂປຣແກຣມລົງທະບຽນອອນລາຍ.

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຈັດຊຸດຝຶກອົບຮົມລະບົບໂປຣແກຣມລົງທະບຽນອອນລາຍ. ໃນຕອນເຊົ້າຂອງວັນທີ 23 ມີນາ 2023, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄອສພ ເປີດຊຸດຝຶກອົບຮົມລະບົບໂປຮແກຣມລົງທະບຽນອອນລາຍດ້ວຍມືຖື ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນທີ່ ຫ້ອງອິນເຕີເນັດ ຊັ້ນ 3 ຂອງ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ໃຫ້ກຽດກ່າວເປີດຊຸດຝຶກອົບຮົມໂດຍທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ເຂົ້າຮ່ວມມີ: ຄະນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍນັກສໍາມະກອນ ຈາກບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 16 ສະຫາຍ. ໃນພິທີ ທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ໃຫ້ກຽດຂຶ້ນກ່າວຈຸດປະສົງໃນການເປີດຊຸດຝຶກອົບຮົມລະ ບົບໂປຮແກຣມລົງທະບຽນອອນລາຍຄັ້ງນີ້ແມ່ນ ເພືື່ອແນ່ໃສ່ປັບປຸງພັດທະນາວຽກງານ, ບໍາລຸງຍົກລະດັບຄວາມຮູ້ […]

ທ່ານ ນາງ ພວງມະລີ ອັກຄະມຸນຕີ ຫົວໜ້າກົມກວດກາ ກ່າວຄໍາປາໄສຕໍ່ສື່ມວນຊົນເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ.

ທ່ານ ນາງ ພວງມະລີ ອັກຄະມຸນຕີ ຫົວໜ້າກົມກວດກາ ກ່າວຄໍາປາໄສຕໍ່ສື່ມວນຊົນເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ. ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີທີຈະມາເຖິງນີ້, ຂ້າພະເຈົ້າຂໍສະແດງທັດສະນະຕໍ່ວັນສຳຄັນດັ່ງກ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະ 68 ປີຜ່ານມາ ພັກເຮົາໄດ້ເປັນແກນນໍາພັກໃນການວາງແນວທາງອັນຖືກຕ້ອງສອດຄ່ອງ ກັບສະພາບຄວາມເປັນຈິງຂອງປະເທດເຮົາໃນແຕ່ລະໄລຍະ ຈຶ່ງເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາ ມີຜົນສໍາເລັດຫຼາຍດ້ານອັນໄດ້ເຮັດໃຫ້ ສປປ ລາວ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງປົວແປງດີຂຶ້ນເທື່ອລະກ້າວ, ພື້ນຖານໂຄງຮ່າງໄດ້ຮັບການພັດທະນາຂະຫຍາຍຕົວ ແຕ່ຕົວເມືອງຮອດຊົນນະບົດ, ຕາໜ່າງຄົມມະນາຄົມ, ໂຮງຮຽນ, ໂຮງໝໍ ມີການຂະຫຍາຍຕົວທາງດ້ານປະລິມານ ແລະ ມີການປັບປຸງຄຸນນະພາບ ໃຫ້ດີຂຶ້ນເລື້ອຍໆ, ມໍລະດົກ, ວັດທະນະທໍາອັນລໍ້າຄ່າຂອງຊາດ ໄດ້ຮັບການປົກປັກຮັກສາ ແລະ ບູລະນະ ສປປ ລາວ ໄດ້ມີການພົວພັນຮ່ວມມືກັບສາກົນນັບມື້ຫຼາຍຂຶ້ນອັນໄດ້ເຮັດໃຫ້ຊື່ສຽງ ແລະ ບົດບາດສູງຂຶ້ນໃນເວທີພາກພຶ້ນ ແລະ ສາກົນ. ບັນດາຜົນສໍາເລັດທີ່ໄດ້ມານັ້ນ ແມ່ນຍ້ອນພັກໄດ້ເອົາໃຈໃສ່ໃຫ້ຄວາມສໍາຄັນທີ່ສຸດຕໍ່ວຽກງານການເມືອງ-ແນວຄິດ […]

ຄະນະບັນນາທິການ ວາລະສານອະລຸນໃໝ່ ລົງເຄື່ອນໄຫວເກັບກຳຂໍ້ມູນວິຊາສະເພາະຢູ່ ແຂວງ ຫຼວງນ້ຳທາ.

ຄະນະບັນນາທິການ ວາລະສານອະລຸນໃໝ່ ລົງເຄື່ອນໄຫວເກັບກຳຂໍ້ມູນວິຊາສະເພາະຢູ່ ແຂວງ ຫຼວງນ້ຳທາ. ໂດຍປະຕິບັດຕາມແຜນການເຄື່ອນໄຫວວຽກງານ ປະຈຳປີ 2023 ຂອງວາລະສານອະລຸນໃໝ່ ໃນຕອນເຊົ້າຂອງ ວັນທີ 13 ມີນາ 2023 ວາລະສານອະລຸນໃໝ່ ເຊິ່ງເປັນວາລະສານທິດສະດີ ແລະ ພຶດຕິກຳຂອງພັກປະຊາຊົນປະຕິວັດລາວ ໄດ້ລົງເຄື່ອນໄຫວເກັບກຳຂໍ້ມູນ ວຽກງານວິຊາສະເພາະ ຢູ່ແຂວງຫຼວງນ້ຳທາ ເຊິ່ງນຳພາໂດຍ ທ່ານ ບຸນທ່ຽງ ພັນນະຈັນ ຮອງຫົວໜ້າບັນນາທິການວາລະສານອະລຸນໃໝ່ ພ້ອມດ້ວຍຄະນະ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີ ຈາກຄະນະໂຄສະນາອົບຮົມແຂວງ ກໍຄືພາກສ່ວນທີ່ກ່ຽວຂ້ອງຕ່າງໆ ເຮັດໃຫ້ການເຄື່ອນໄຫວວຽກງານສຳເລັດໄປຕາມຄາດໝາຍ ໃນໂອກາດດັ່ງກ່າວ, ທ່ານ ບຸນມາ ພັນດາວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ລາຍງານສະພາບການພົ້ນເດັ່ນຂອງແຂວງໂດຍສັງເຂບ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະປີຜ່ານມາ (2022) ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ; ວຽກງານກໍ່ສ້າງພັກ-ພະນັກງານ ຕິດພັນການຍົກສູງຄວາມສາມາດນຳພາຂອງຄະນະພັກຮາກຖານ; ການພັດທະນາການທ່ອງທ່ຽວ ຕິດພັນກັບການເສີມຂະຫຍາຍທ່າແຮງຂອງແຂວງ ແລະ ການສົ່ງເສີມການຜະລິດເປັນສິນຄ້າເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ. ຄ່ຽງຄູ່ກັນນັ້ນ […]

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ທີ່ ມະຫາວິທະຍາໄລແຫ່ງຊາດ.

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ທີ່ ມະຫາວິທະຍາໄລແຫ່ງຊາດ. ໃນຕອນເຊົ້າຂອງວັນທີ 15 ມີນາ 2023 ທີ່ຜ່ານມາ. ຢູ່ທີ່ສະໂມສອນ ຊັ້ນ 2 ມະຫາວິທະຍາໄລແຫ່ງຊາດ ໂດຍພາຍໃຕ້ການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ນາງ ວິລະວອນ ພັນທະວົງ, ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ສະຫາຍ ສິນທະວອນ ດາລາວົງ ຄະນະພັກ ມຊ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງຊາວໜຸ່ມ ມຊ, ສະຫາຍ ສີສຸພັນ ພົມມະນີວົງ, ຮອງເລຂາຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ ທັງເປັນເລຂາຊາວໜຸ່ມ ມຊ ພ້ອມດ້ວຍບັນດາຄະນະບໍລິຫານງານຊາວໜຸ່ມ, ຜູ້ຕາງໜ້າຊາວໜຸ່ມຮາກຖານທົ່ວ ມຊ ຕະຫຼອດຮອດສະມາຊິກເຂົ້າຮ່ວມຫຼາຍກວ່າ 200 ສະຫາຍ. ໃນພິທີ […]

ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ( 22 ມີນາ 1955 – 22 ມີນາ 2023) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ.

ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ( 22 ມີນາ 1955 – 22 ມີນາ 2023) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ. ໃນຕອນເຊົ້າ ວັນທີ 17 ມີນາ 2023 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ6) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ຄົບຮອບ 68 ປີ ( 22 ມີນາ 1955 – 22 ມີນາ 2023) ແລະ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ. ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ […]

1 12 13 14 15 16 34