ສົມພິນິດ ວົງສົມບັດ

ຊຸດຝຶກອົບຮົມການເມືອງ-ແນວຄິດໃຫ້ແກ່ຜູ້ຊົງຄຸນວຸດທິບັນດາເຜົ່າຢູ່ກຸ່ມບຸນຖິ່ນ, ເມືອງຄຳ, ແຂວງຊຽງຂວາງ.

ຊຸດຝຶກອົບຮົມການເມືອງ-ແນວຄິດໃຫ້ແກ່ຜູ້ຊົງຄຸນວຸດທິບັນດາເຜົ່າຢູ່ກຸ່ມບຸນຖິ່ນ, ເມືອງຄຳ, ແຂວງຊຽງຂວາງ. ວັນທີ 15/3/2021 ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມແຂວງ ຊຽງຂວາງ ແລະ ຄະນະໂຄສະນາອົບຮົມເມືອງຄໍາ ໄດ້ສົບທົບກັນຈັດຊຸດອົບຮົມຂຶ້ນຢູ່ສະໂມສອນກຸ່ມບ້ານບຸນຖິ່ນເປົ້າໝາຍເຂົ້າຮ່ວມ ປະກອບມີ 10 ບ້ານ ຄື: ບ້ານ ແທ່ນຈອງ, ບ້ານແທນໂທ້, ບ້ານພຽງໂຄ້ງ, ບ້ານພຽງດ້າງ, ບ້ານສົບທ້າງ, ບ້ານສົບນາ, ບ້ານສົບເປິນ, ບ້ານພຽງພ່າງ ແລະ ບ້ານສັນແກ້ວ. ພາຍໃຕ້ການເປັນປະທານ ສະຫາຍ ຄໍາຟອງ ໄຊຍະແສງ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ, ສະຫາຍ ສີວັນໄຊ ເພັງສັນຕິ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານກຸ່ມບຸນຖິ່ນ ແລະ ສະຫາຍ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ຊຸດອົບຮົມຄັ້ງນີ້ມີນັກຝຶກອົບຮົມເຂົ້າຮ່ວມທັງໝົດ ຈຳນວນ 40 ສະຫາຍ, ຍິງ 2 ສະຫາຍ. ເອກະສານຝຶກອົບຮົມອົບຮົມລວມມີ 3 ບົດ: […]

ເມືອງກວັນສ້າງຄວາມຮັບຮູ້ໃຫ້ແກ່ພະນັກ ງານຫຼັກແຫຼ່ງຜູ້ທີ່ເຮັດວຽກງານໂຄສະນາ-ປາຖະກະຖາ

ເມືອງກວັນສ້າງຄວາມຮັບຮູ້ໃຫ້ແກ່ພະນັກງານຫຼັກແຫຼ່ງຜູ້ທີ່ເຮັດວຽກງານໂຄສະນາ-ປາຖະກະຖາ. ວັນທີ 30 ມີນາ 2021 ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບ ຮົມແຂວງຫົວພັນ ແລະ ຫ້ອງການໂຄສະນາເມືອງກວັນ ໄດ້ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານ ກ່ຽວກັບວຽກ ງານໂຄສະນາ-ປາຖະກະຖາ ຄັ້ງທີ I ຂຶ້ນ ຢູ່ທີ່ຫ້ອງການຖະແຫລງຂ່າວວັດ ທະນະທຳ ແລະ ສະຫວັດດີການສັງຄົມເມືອງກວັນ ໂດຍການເປັນປະທານ ຂອງ ທ່ານ ອຳພອນ ສອນວິໄລ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານແນວຄິດ-ທິດສະດີການເມືອງ ແລະ ເປັນປະທານຮ່ວມ ຂອງ ທ່ານ ນ. ບົວລີ ບັນຊາລິດ ຄະນະພັກ, ຫົວໜ້າກົມໂຄ ສະນາ ຄະນະໂຄສະນາອົບຮົມສູນກາງພັກ; ມີຄູອາຈານ ພ້ອມດ້ວຍຜູ້ເຂົ້າຝຶກອົບຮົມທັງໝົດ 30 ສະຫາຍ, ຍິງ 9 ສະຫາຍ. ຊຸດຝຶກອົບຮົມຄັ້ງນີ້ ດຳເນີນເປັນເວລາ 3 ວັນ, (ແຕ່ວັນທີ 30 ມີນາ ຫາ 1 […]

ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກກົມໂຄສະນາ

ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກກົມໂຄສະນາ ຂ່າວ: ສິນທະວົງ ນາກກາລະສິນ ເພື່ອເປັນການກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະ ໂຄສະນາອົບຮົມສູນກາງພັກ ແລະ ສັງເກດຕີລາຄາການເຄື່ອນໄຫວຊີ້ນຳ-ນຳພາ ຂອງໜ່ວຍພັກກົມໂຄສະ ນາ ຕະຫຼອດໄລຍະ 5 ປີຜ່ານມາ (2015-2020). ໃນຕອນເຊົ້າ ຂອງວັນທີ 23 ມີນາ 2021 ທີ່ຫ້ອງປະຊຸມຊັ້ນ 5 ຂອງ ຄະນະໂຄສະນາອົບຮົມສູນກາງພັກ. ໜ່ວຍພັກກົມໂຄສະນາໄດ້ເປີດກອງປະຊູມໃຫຍ່ ຄັ້ງທີ VIII ຂອງຕົນຂຶ້ນ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ, ມີບັນດາຕາງໜ້າຄະນະໜ່ວຍພັກອ້ອມຂ້າງ ແລະ ສະມາຊິກພັກໜ່ວຍກົມໂຄສະນາ ເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດດັ່ງກ່າວ ສະຫາຍ ນາງ ບົວລີ ບັນຊາລິດ ຄະນະພັກ, ເລຂາໜ່ວຍພັກ ຫົວໜ້າກົມໂຄສະ […]

ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມຂໍ້ມູນຂ່າວສານ

ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມຂໍ້ມູນຂ່າວສານ ໃນວັນທີ 10 ມີນາ 2021 ໜ່ວຍພັກກົມຂໍ້ມູນຂ່າວສານຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະ ຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນຢູ່ທີ່ຫ້ອງປະຊຸມ ຊັ້ນ 5 ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ອານົງສັກ ອິນທະວົງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ສະ ຫາຍເລ ຂາ ແລະ ຮອງເລຂາໜ່ວຍພັກກົມຂໍ້ມູນຂ່າວສານ, ມີແຂກຖືກເຊີນຕາງໜ້າໜ່ວຍພັກບັນດາກົມອ້ອມຂ້າງ ຄອສພ ແລະ ບັນດາສະມາຊິກພັກສົມບູນພາຍໃນກົມຂໍ້ມູນຂ່າວສານເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ສະຫາຍ ວັນຕຸລາ ຣັກນຸດ ເລຂາໜ່ວຍພັກກົມຂໍ້ມູນຂ່າວສານ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກກົມຂໍ້ມູນຂ່າວສານຄະນະໂຄສະນາອົບຮົມສູນກາງພັກເຊິ່ງໄດ້ສະຫຼຸບຕີລາຄາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການເຄື່ອນໄຫວປະຕິບັດໜ້າທີ່ໃນໄລຍະ 5 ປີຜ່ານມາ (2015-2019) ແລະ ວາງທິດທາງວຽກງານຈຸດສຸມໃນ 5 ປີຕໍ່ໜ້າ; ກອງປະຊຸມໄດ້ຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງບົດລາຍງານການ ເມືອງ […]

ຄຸນປະໂຫຍດຂອງໝາກຕູມ

ຄຸນປະໂຫຍດຂອງໝາກຕູມ ໝາກຕູມມີຄຸນປະໂຫຍດ ແກ້ອາການຮ້ອນໃນ ເວລາດື່ມນໍ້າໝາກຕູມຈະຮູ້ສຶກສົດຊື່ນ ນອກຈາກນີ້ ຍັງມີຄຸນ ປະໂຫຍດຫຼາຍຢ່າງເຊັ່ນ: 1. ຊ່ວຍຟຶ້ນຟູຮ່າງກາຍຈາກການເປັນໄຂ້ 2. ຊ່ວຍຫຼຸດຜ່ອນນໍ້າຕານໃນເລືອດ 3. ໝາກຕູມຊ່ວຍໃນການດູດຊຶມອິນຊູລິນ ຂອງຜູ້ມີພະຍາດເບົາຫວານ 4. ຊ່ວຍແກ້ອາການອ່ອນເພຍຈາກອາການເຈັບທ້ອງ, ຖອກທ້ອງ ຫຼື ອາຫານເປັນພິດ 5. ດື່ມນໍ້າໝາກຕູມຊ່ວຍແກ້ອາການອືດທ້ອງ, ອາຫານບໍ່ຍ່ອຍ 6. ຊ່ວຍໃຫ້ກິນເຂົ້າແຊບ ແລະ ຮັກສາລໍາໃສ້ 7. ຊ່ວຍຂ້າເຊື້້ອໂລກໃນລໍາໃສ້ 8. ນໍ້າໝາກຕູມເປັນຢາລະບາຍອ່ອນໆ ເຮັດໃຫ້ເຮົາຮູ້ສຶກເບົາໂຕ. 9. ຮາກຂອງໝາກຕູມເປັນຢາສະໝຸນໄພຊ່ວຍຮັກສາອາການໄຂ້ 10. ໃບໝາກຕູມເປັນຢາຊ່ວຍຮັກສາບາດແຜ 11. ຊ່ວຍປັບຄວາມສົມດຸນ ຂອງຮ່າງກາຍ 12. ເປັນຢາແກ້ຫຼອດລົມອັກເສບ 13. ໝາກຕູມມີລົດຊາດຫວານ ແຕ່ບໍ່ເປັນອັນຕະລາຍຕໍ່ສຸຂະພາບ 14. ຊ່ວຍຫຼຸດຜ່ອນອາການບວມຊໍ້າ ຂອງຜິວໜັງ 15. ຊ່ວຍແກ້ໄອ ແລະ ແກ້ຫອບຫືດ 16. ປະໂຫຍດ ຂອງໝາກຕູມຊ່ວຍຂັບສານຜິດອອກທາງປັດສະວະ ວິທີປຸງແຕ່ງ 1. […]

1 22 23 24 25 26 36