ປັດໃຈທີ່ເຮັດໃຫ້ເງິນກີບອ່ອນຄ່າ.
ປັດໃຈທີ່ເຮັດໃຫ້ເງິນກີບອ່ອນຄ່າ. ປັດຈຸບັນການຜະລິດພາຍໃນ ຍັງບໍ່ທັນຕອບສະໜອງການຊົມໃຊ້ໃນຊີວິດປະຈຳວັນ ຈຳເປັນຕ້ອງໄດ້ນຳເຂົ້າສິນຄ້າຈາກຕ່າງປະເທດ, ໃນຂະນະທີ່ການສະ ໜອງເງິນຕາຕ່າງປະເທດໃນລະບົບທະນາຄານ ບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ ບວກກັບການແຂງຄ່າຂອງ ເງິນໂດລາ ແລະ ເງິນບາດ ຈຶ່ງສົ່ງຜົນໃຫ້ເງິນກີບອ່ອນຄ່າລົງເມື່ອທຽບກັບເງິນສອງສະກຸນດັ່ງກ່າວ (ບາດ ແລະ ໂດລາ). ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຂຶ້ນຊີ້ແຈງ ກ່ຽວກັບສະພາບເງິນຕາຕ່າງປະເທດ, ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ມາດຕະ ການແກ້ໄຂຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 25 ມິຖຸນາ ຜ່ານມາ; ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ໂດຍໄດ້ກ່າວວ່າ: ໃນໄລຍະ 6 ເດືອນຕົ້ນປີ 2020 […]