ສົມພິນິດ ວົງສົມບັດ

ສປ ຈີນ ນໍາໃຊ້ ( ນໍ້າເລືອດ) ຄົນໄຂ້ໄວຣັສໂຄວິດ-19 ທີ່ຫາຍດີແລ້ວ ນໍາມາປິ່ນປົວຄົນເຈັບອື່ນໆ.

ສປ ຈີນ ນໍາໃຊ້ ( ນໍ້າເລືອດ) ຄົນໄຂ້ໄວຣັສໂຄວິດ-19 ທີ່ຫາຍດີແລ້ວ ນໍາມາປິ່ນປົວຄົນເຈັບອື່ນໆ. (ສໍານັກຂ່າວສານ Chan-nel News Asia) ລາຍງານວ່າ: ທ່ານໝໍຢູ່ນະຄອນຊຽງໄຮ້ ຂອງ ສປ ຈີນ ກໍາລັງໃຊ້ສານລະລາຍຈາກ ນໍ້າເລືອດ ຫຼື  Plasma (ພລາສມາ) ຈາກຄົນທີ່ຟຶ້ນໂຕຈາກການຕິດເຊື້ອໄວຣັສໂຄວິດ-19 ມາໃຊ້ກັບຄົນທີ່ຕິດເຊື້ອ ເພື່ອເພີ່ມພູມຕ້ານທານໃຫ້ແກ່ຄົນເຈັບ ວິທີການນີ້ມີປະສິດທິຜົນສໍາລັບຜູ້ຕິດເຊື້ອນີ້ມາແລ້ວ. ສາດສະດາຈານ ຫູ່ ກ່າວວ່າ: ທາງໂຮງຫມໍໄດ້ສ້າງຕັ້ງຄລິນິກພິເສດ ສໍາລັບການປິ່ນປົວດ້ວຍພລາສມາ ແລະ ເລືອກເອົາຄົນເຈັບທີ່ຍິນຍອມບໍລິຈາກເລືອດໂດຍເລືອດດັ່ງກ່າວຈະຜ່ານການຄັດເລືອກ ເພື່ອປ້ອງກັນການຕິດເຊື້ອໄວຣັສຕັບອັກເສບ (ຕັບບີ ແລະ ຊີ); ເຊື່ອໝັ້ນວ່າ ວິທີການນີ້ຈະມີປະສິດທິຜົນສູງ ສໍາລັບຄົນເຈັບທີ່ຕິດເຊື້ອໄວຣັສນີ້. ທ່ານ ດຣ. ໄມໄຣອັນ ຫົວໜ້າໂຄງການສຸກເສີນຂອງອົງການອະນາໄມໂລກ (WHO) ໄດ້ໃຫ້ຄໍາເຫັນຕໍ່ເລື່ອງນີ້ວ່າ: ການນໍາໃຊ້ນໍ້າເລືອດຈາກຄົນເຈັບທີ່ຫາຍດີມາໃຊ້ ແມ່ນວິທີການທີ່ສົມເຫດສົມຜົນຫຼາຍ ທີ່ຈະໄດ້ຮັບການທົດສອບ ເພາະວ່າມັນໄດ້ພິສູດວ່າມີປະສິດທິຜົນໃນການສູ້ກັບພະຍາດຕິດຕໍ່ອື່ນໆ ລວມທັງເຊື້ອພິດໝາວໍ້ ແລະ ພະ ຍາດຄໍຕີບ, ແຕ່ສິ່ງສໍາຄັນຄືການໃຊ້ເວລາທີ່ເໝາະສົມ […]

ກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ.

ກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ.       ໃນວັນທີ 25 ກຸມພາ 2020 ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ; ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ: ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ແລະ ທ່ານ ບຸນຕາ ເທບພະວົງ ຮອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເຂົ້າ ຮ່ວມມີ: ຄະນະພັກ ຄອສພ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ຕາງໜ້າບັນດາກົມພາຍໃນ ຄອສພ, ຫົວໜ້າກົມ, ຮອງກົມທີ່ມາຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຊາວໜຸ່ມບັນດາອົງການພັກອ້ອມຂ້າງ ຄອສພ ແລະ ພ້ອມດ້ວຍສະມາຊິກຊາວໜຸ່ມ ຄອສພ ທັງໝົດ 108 ສະຫາຍ, ຍິງ 54 ສະຫາຍ ກໍເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ທ່ານ ລິດສະໄໝ ເພັງສະຫວັນ […]

ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຄອສພ ຄັ້ງທີ VII

ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຄອສພ ຄັ້ງທີ VII       ໃນວັນທີ 18 ກຸມພາ 2020 ຜ່ານມາ, ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VII ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ; ໃຫ້ກຽດເຂົ້າຮ່ວມໂດຍ: ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສະຫະພັນແມ່ຍິງລາວ, ມີຄະນະພັກ ຄອສພ, ຕາງໜ້າອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບ ຮົມສູນກາງພັກ, ຄະນະບໍລິຫານງານສະຫະພັນແມ່ຍິງຄອສພ, ແຂກຖືກເຊີນພ້ອມດ້ວຍສະມາຊິກສະຫະພັນແມ່ຍິງທົ່ວ ຄອສພ ເຂົ້າຮ່ວມທັງໝົດ 77 ສະຫາຍ. ໃນກອງປະຊຸມທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ, ປະທານສະຫະພັນແມ່ຍິງ ຄອສພ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຄອສພ ຄັ້ງທີ […]

1 30 31 32 33 34