ສົມພິນິດ ວົງສົມບັດ

ຄະນະໂຄສະນາອົບຮົມສູນກາງພັກຈັດພິທີປາຖະກະຖາວັນສ້າງຕັ້ງອົງການກາແດງລາວຄົບຮອບ 65 ປີ.

ຄະນະໂຄສະນາອົບຮົມສູນກາງພັກຈັດພິທີປາຖະກະຖາວັນສ້າງຕັ້ງອົງການກາແດງລາວຄົບຮອບ 65 ປີ. ໃນຕອນເຊົ້າວັນທີ 24 ທັນວາ 2019 ທີ່ຫ້ອງປະຊຸມໃຫຍ່ຂອງຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງອົງການກາແດງ ລາວຄົບຮອບ 65 ປີ( 01 ມັງກອນ1955 – 01 ມັງກອນ 2020)ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາເຈນ ວົງໂພສີ ກຳມະການສູນກາງພັກ ຮອງ ເລຂາຄະ ນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໃຫ້ກຽດປາຖະກະຖາໂດຍ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ມີ: ຄະນະພັກ, ພະນັກງານຫຼັກແຫຼ່ງຈາກກະຊວງອົງການອ້ອມຂ້າງສູນກາງ ແລະ ພະນັກງານທົ່ວ ຄອສພ ເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ໄດ້ຍົກໃຫ້ເຫັນ: ຂະບວນການກາແດງສາກົນ, ການກຳເນີດເຕີມໃຫຍ່ຂະ ຫຍາຍຕົວຂອງອົງການກາແດງລາວ, ຄວາມໝາຍຄວາມສຳຄັນຂອງອົງການກາແດງທີ່ໃຫ້ການຊ່ວຍເຫຼືອຊີວິດ ຂອງມວນມະນຸດໃນຕະຫຼອດໄລຍະທີ່ ຜ່ານມາ, ຜົນງານທີ່ພົ້ນເດັ່ນຕະຫຼອດໄລຍະ 65 ປີຜ່ານມາ; ການຕັ້ງໜ້າເສີມຂະຫຍາຍພາລະບົດບາດ-ໜ້າທີ່ຂອງອົງການກາແດງລາວທີ່ ເປັນເສນາ […]

1 32 33 34