System

ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ລົງພົບປະພະນັກງານ ແລະ ນັກຮົບ ຂອງກອງພັນໃຫຍ່ລົດຕັງ-ຍາຍເກາະ 661 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73ປີ

ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ລົງພົບປະພະນັກງານ ແລະ ນັກຮົບ ຂອງກອງພັນໃຫຍ່ລົດຕັງ-ຍາຍເກາະ 661 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73ປີ ໃນວັນທີ 19 ມັງກອນ 2022 , ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ​ໄດ້ລົງພົບປະໂອ້ລົມ ພະນັກງານ ແລະ ນັກຮົບ ກອງພັນໃຫຍ່ລົດຕັງ-ຍານເກາະ 661 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73ປີ.

ພະນັກງານ, ນັກຮົບແນວຄິດ ຄະນະໂຄສະນາອົບຮົມສູນກາງພັກ ໄປທັດສະນະສຶກສາຂີ່ລົດໄຟຄວາມໄວສູງລາວ-ຈີນ.

ໃນວັນທີ 26 ພະຈິກ 2021, ພະນັກງານ, ນັກຮົບແນວຄິດ ຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍ ທ່ານ ນາງ ບົວລີ ບັນຊາລິດ  ຫົວໜ້າກົມໂຄສະນາ ໄດ້ນຳພາພະນັກງານລັດຖະກອນພາຍໃນ ຄອສພ ເດີນທາງໄປ ທັດສະນະສຶກຂີ່ລົດໄຟຄວາມໄວສູງລາວ-ຈີນ ຢູ່ທີ່ ສະຖານນີໂດຍສານລົດໄຟລາວ-ຈີນນະຄອນຫຼວງວຽງຈັນ.

ກອງປະຊຸມສ່ອງແສງລາຍງານວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ.

ໃນຕອນບ່າຍວັນທີ 24 ພະຈິກ 2021 ທີ່ຄະນະຈັດຕັ້ງສູນກາງພັກໄດ້ຈັດກອງປະຊຸມສ່ອງແສງລາຍງານວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໂດຍຜ່ານລະບົບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ  ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນການພັກ ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ. ຕາງໜ້າ ຄອສພເຂົ້າຮ່ວມແມ່ນ ທ່ານ ອານົງສັກ ອິນທະວົງ ກຳມະການພັກ, ຫົວໜ້າກົມຈັດຕັ້ງພະນັກງານພ້ອມດ້ວຍຄະນະກົມ ແລະ ຫົວໜ້າພະແນກ ເຊິ່ງໄດ້ຈັດຂື້ນຢູ່ຫ້ອງປະຊຸມທາງໄກຊັ້ນ 4 ຂອງ ຄອສພ.

1 12 13 14 15 16 24