System

ມອບ-ຮັບປຶ້ມເລື່ອງສັ້ນຂອງທ່ານ ຄໍາມາ ພົມກອງ

ມອບ-ຮັບປຶ້ມເລື່ອງສັ້ນຂອງທ່ານ ຄໍາມາ ພົມກອງ         ໃນຕອນບ່າຍຂອງວັນທີ 21 ເມສາ 2023 ທີ່ຫ້ອງສະໝຸດ ກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6), ທ່ານ ນາງ ສີອານົງ ພົມກອງ ແລະ ທ່ານ ພົງສະຫວັນ ພົມກອງ ເຊິ່ງເປັນລູກສາວ-ລູກຊາຍ ຂອງທ່ານ ຄໍາມາ ພົມກອງ ໄດ້ນໍາເອົາປຶ້ມເລື່ອງສັ້ນ “ຟອງເດືອນ 9 ແລະ ກີບເຂົ້າຕົ້ມຈີ້ເອົາປືນ” ທີ່ຂຽນໂດຍທ່ານ ຄໍາມາ ພົມກອງ ມາມອບໃຫ້ຫ້ອງສະໝຸດ ກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ ຂອງຄະນະໂຄສະນາອົບຮົມສູນກາງພັກ.

ຝຶກອົບຮົມວຽກງານໂຄສະນາອົບຮົມ 5 ແຂວງພາກໃຕ້ ປະຈໍາປີ 2023

ຝຶກອົບຮົມວຽກງານໂຄສະນາອົບຮົມ 5 ແຂວງພາກໃຕ້ ປະຈໍາປີ 2023             ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຝຶກອົບຮົມວຽກງານໂຄສະນາອົບຮົມ 5 ແຂວງພາກໃຕ້ ປະຈໍາປີ 2023 ຂຶ້ນໃນຕອນເຊົ້າຂອງວັນທີ 03 ມີນາ 2023, ທີ່ ແຂວງ ຈໍາປາສັກ ໂດຍໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ

ພະນັກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ການພັດທະນາບຸກຄະລາກອນດ້ານຄວາມປອດໄພທາງໄຊເບີ ທີ່ສູນອິນເຕີເນັດແຫ່ງຊາດ.

ພະນັກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ການພັດທະນາບຸກຄະລາກອນດ້ານຄວາມປອດໄພທາງໄຊເບີ ທີ່ສູນອິນເຕີເນັດແຫ່ງຊາດ.       ໃນວັນທີ 22-28 ກຸມພາ 2023 ທີ່ຜ່ານມາ ພະນັກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈຳນວນ 4 ທ່ານ ໄດ້ເຂົ້າຮ່ວມຝຶກອົບຮົມຢູ່ທີສູນອິນເຕີເນັດແຫ່ງຊາດ ຕາມໜັງສືເຊີນຂອງ ຫ້ອງການ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມຝຶກອົບຮົມ ການພັດທະນາບຸກກຄະລາກອນດ້ານຄວາມປອດໄພໄຊເບີ.

ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ລົງພົບປະໂອ້ລົມພະນັກງານນັກຮົບ-ນັກສຶກສາ ໂຮງຮຽນທິດສະດີການເມືອງກອງທັບ ເນື່່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949 – 20 ມັງກອນ 2023)

ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ລົງພົບປະໂອ້ລົມພະນັກງານນັກຮົບ-ທະຫານ ໂຮງຮຽນທິດສະດີການເມືອງກອງທັບ ເນື່່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949 – 20 ມັງກອນ 2023)              ໃນວັນທີ 19 ມັງກອນ 2023 , ສະຫາຍ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ​ໄດ້ລົງພົບປະໂອ້ລົມ ພະນັກງານ-ນັກຮົບ ໂຮງຮຽນທິດສະດີການເມືອງກອງທັບ ເນື່່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74ປີ ໃນພິທີ ໄດ້ຮັບຟັງການລາຍງານຫຍໍ້ການຈັດຕັ້ງເຄື່ອນໄຫວວຽກງານຮອບດ້ານຂອງ ໂຮງຮຽນທິດສະດີການເມືອງກອງທັບ ໃນໄລຍະ1ປີຜ່ານມາ ຈາກ ສະຫາຍ ພົນຈັດຕະວາ ປອ ຄຳໄພ ຟອງດາລາ  ຮອງເລຂາຄະນະພັກ ຫົວໜ້າການທະຫານໂຮງຮຽນທິດສະດີການເມືອງກອງທັບ ເຊີ່ງສະຫາຍໄດ້ຍົກໃຫ້ເຫັນເຖິງການເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ […]

ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະຊຸມ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງ ຄອສພ.

ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະຊຸມ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງ ຄອສພ.           ໃນວັນທີ 29-30 ທັນວາ 2022 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະຊຸມ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງ ຄອສພ ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ປອ. ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ

1 6 7 8 9 10 24