System

ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ແລະ ເຕັກນິກການຂຽນຂ່າວ ໃຫ້ບັນດາສະມາຊິກຊາວໜຸ່ມ.

ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ແລະ ເຕັກນິກການຂຽນຂ່າວ ໃຫ້ບັນດາສະມາຊິກຊາວໜຸ່ມ.           ໃນຕອນເຊົ້າວັນທີ 2 ມິຖຸນາ 2022.  ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ແລະ ເຕັກນິກການຂຽນຂ່າວ ໃຫ້ແກ່ບັນດາສະມາຊິກຊາວໜຸ່ມ ຂຶ້ນທີ່ ຫ້ອງປະຊຸມ ຊັ້ນ 5; ໃຫ້ກຽດເປັນປະທານ ແລະ ກ່າວເປີດຊຸດຝຶກອົບຮົມໂດຍທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ; ເຂົ້າຮ່ວມມີ: ທ່ານ ນາງ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ, ທ່ານ ນາງ ສຸກສະຫວັນອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ  ແລະ ບັນດາອາຈານສອນ, ຄະນະຮັບຜິດຊອບ, ບັນດາສະມາຊິກຊາວໜຸ່ມ ຈາກບັນດາກົມພາຍໃນ ຄະນະໂຄສະ ນາອົບຮົມສູນກາງພັກ ແລະ ສະມາຊິກຊາວໜຸ່ມຈາກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທັງໝົດ 30 ທ່ານ.                 […]

ຄະນະໂຄສະນາອົບຮົມສູນກາງພັກຈັດຝຶກອົບຮົມ ກ່ຽວກັບ ການນໍາໃຊ້ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນ ຂອງພາກລັດ ໃຫ້ແກ່ພະນັກງານ ຄອສພ.

ຄະນະໂຄສະນາອົບຮົມສູນກາງພັກຈັດຝຶກອົບຮົມ ກ່ຽວກັບ ການນໍາໃຊ້ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນ ຂອງພາກລັດ ໃຫ້ແກ່ພະນັກງານ ຄອສພ.           ໃນຕອນບ່າຍຂອງ ວັນທີ 31 ພຶດສະພາ 2022 ທີ່ຫ້ອງປະຊຸມໃຫ່ຍ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຝຶກອົບຮົມກ່ຽວກັບ ການນໍາໃຊ້ ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນ ຂອງພາກລັດ (G-Share, G-Drive) ໃຫ້ແກ່ ພະນັກງານ – ລັດຖະກອນພາຍໃນ ຄອສພ,

ກອງປະຊຸມທາງໄກແລກປ່ຽນຖອດຖອນບົດຮຽນວຽກງານແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວໃນທົ່ວປະເທດ

ກອງປະຊຸມທາງໄກແລກປ່ຽນຖອດຖອນບົດຮຽນວຽກງານແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວໃນທົ່ວປະເທດ ໃນຕອນເຊົ້າວັນທີ 31 ພຶດສະພາ 2022 ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ປະທານສະຫະພັນກຳມະບານ ຄອສພ ເຂົ້າຮ່ວມກອງປະຊຸມທາງໄກ ແລກປ່ຽນຖອດຖອນບົດຮຽນວຽກງານແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວໃນທົ່ວປະເທດ

ສາລະບານເອກະສານອົບຮົມເປົ້າໝາຍຕ່າງໆ ( ສະບັບປັບປຸງໃໝ່ປີ 2022 )

ສາລະບານເອ​ກະ​ສານ​ອົບ​ຮົມເປົ້າໝາຍຕ່າງໆ (ສະບັບປັບປຸງໃໝ່ປີ 2022)   ເອກະສານອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ. ບົດທີ 1 : ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວ. ບົດທີ 2 : ລະບົບການເມືອງ ແລະ ການປົກຄອງ ຢູ່ ສປປ ລາວ. ບົດທີ 3 : ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ບົດທີ 4 : ການສ້າງບ້ານພັດທະນາ. ບົດທີ 5 : ການແກ້ໄຂຄວາມທຸກຍາກ ດ້ວຍການຜະລິດເປັນສິນຄ້າ. ເອກະສານອົບຮົມປະຊາຊົນຢູ່ລຽບຕາມຊາຍແດນ. ບົດທີ 1 : ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວ. ບົດທີ 2 : ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ບົດທີ 3 : ເອກະສານອົບຮົມປະຊາຊົນລຽບຕາມຊາຍແດນ […]

ກອງປະຊຸມສໍາມະນາເປີດກວ້າງ ເພຶ່ອລະດົມຄວາມຄິດເຫັນຕໍ່ຮ່າງບົດຄົົ້ນຄວ້າ ຫົວຂໍ້:ການຄົົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ.

ຕອນເຊົ້າວັນທີ 26 ເມສາ 2022; ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມສໍາມະນາເປີດ ກວ້າງ ເພື່ອລະດົມຄວາມຄິດເຫັນປະກອບໃສ່ຮ່າງຄົ້ນຄວ້າສະບັບຫຍໍ້ ໃນຫົວຂໍ້: “ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານ ຂອງສະຫາຍ ປອ. ຄໍາພັນ ເຜີຍຍະວົງ

1 7 8 9 10 11 21