System

ອົບຮົມຄູ-ອາຈານສອນວິຊາສັງຄົມ-ການເມືອງ ຢູ່ເມືອງທຸລະຄົມ ແຂວງວຽງຈັນ

 ໃນວັນທີ 14-16/6/2022 ກົມອົບຮົມຄະນະໂຄສະນາອົບຮົມສູນກາງພັກສົມທົບກັບໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດຕັ້ງອົບຮົມຄູ-ອາຈານສອນວິຊາສັງຄົມ-ການເມືອງ ໃຫ້ ຄູ-ອາຈານສອນ ຢູ່ໂຮງຮຽນມັດທະຍົມອ້ອມຂ້າງເທດສະບານ ແຂວງວຽງຈັນ ທັງພາກລັດ ແລະ ເອກະຊົນຢູ່ທີ່ສະໂມສອນ ເມືອງ​ທຸລະຄົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນທັບ ວົງໄຊ ຮອງເລຂາພັກເມືອງທຸລະຄົມ, ທ່ານ ສົມຄິດ ອິນທະວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ຄຳເຄນ ຈັນທະວົງ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ.   ຊຸດອົບຮົມຄັ້ງນີ້ມີຄູ-ອາຈານສອນທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມອົບຮົມທັງໝົດ 39 ທ່ານ, ຍິງ 26 ທ່ານ. ໃນນັ້ນ, ມີສະມາຊິກພັກຈຳນວນ 39 ສະຫາຍ, ຍິງ 26 ສະຫາຍ, ອຳນວຍການໂຮງຮຽນ 5 ທ່ານ ແລະ ຮອງອຳນວຍການໂຮງຮຽນ 3 ທ່ານ, ຍິງ 2 […]

ສອງອົງການຈັດຕັ້ງຂັ້ນສູນກາງ ພົບປະແລກປ່ຽນບົດຮຽນລະຫວ່າງກົມຕໍ່ກົມ

     ຕອນເຊົ້າຂອງວັນທີ 10/6/2022 ຢູ່ທີ່ຫ້ອງປະຊຸມໂຕະມົນຊັ້ນ 2 ຂອງຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນລະຫວ່າງ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍ ທ່ານ ນາງ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ ກັບ ກົມອົບຮົມຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນໍາໂດຍ ທ່ານ ນາງ ແກ້ວອຸດອນ ແສງມະນີວົງ ຫົວໜ້າກົມອົບຮົມຊາວໜຸ່ມ, ມີຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກຈາກທັງສອງກົມດັ່ງກ່າວເຂົ້າຮ່ວມ ຈໍານວນ 18 ສະຫາຍ.

ທີມງານຝຶກອົບຮົມກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄປທັດສະນະສຶກສາຢູ່ບັນດາວິສະຫະກິດ ເມືອງປາກຊ່ອງ ແລະ ເມືອງບາຈຽງຈະເລີນສຸກ.

          ໃນລະຫວ່າງວັນທີ 8-9 ມິຖຸນາ 2022 ທ່ານ ປອ ສຸປານີ ສິລິປຸນໂຍ ຄະນະປະຈຳພັກແຂວງ,ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ນຳພາທີມງານຝຶກອົບຮົມຈາກກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄປທັດສະນະສຶກສາພື້ນຖານການຜະລິດກະສິກຳ ຢູ່ ເມືອງປາກຊ່ອງ ແລະ ເມືອງບາຈຽງຈະເລີນສຸກ.

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງຈຳປາສັກ

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງຈຳປາສັກ                 ໃນຕອນເຊົ້າວັນທີ 6 ມິຖຸນາ 2022 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງ ຈັດຕັ້ງຊຸດຝຶກອົບຮົມວຽກງານໄອທີ ກ່ຽວກັບລະບົບຄອມພິວເຕີ, ການບໍາລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂ່າຍເອເລັກໂຕຮນິກ ໃຫ້ພະນັກງານຄະນະໂຄສະນາອົບຮົມແຂວງຈຳປາສັກ ພາຍໃຕ້ການເປັນປະທານ ທັງກ່າວເປີດຊຸດຝຶກອົບຮົມ ໂດຍ ທ່ານ ປອ ສຸປານີ ສິລິປຸນໂຍ ຄະນະປະຈໍາພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງຈຳປາສັກ ແລະ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ; ມີນັກສໍາມະນາກອນຈາກຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ ທັງໝົດ 27 ທ່ານ.             ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ແນ່ໃສ່ເພື່ອບໍາລຸງຄວາມຮູ້ກ່ຽວກັບວຽກງານໄອທີໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມເວົ້າລວມ ເວົ້າສະເພາະ ແມ່ນການຝຶກອົບຮົມວິທີການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາ ເພື່ອສ້າງການຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ […]

ຄະນະໂຄສະນາອົບຮົມສູນກາງພັກ ຈັດກິດຈະກຳປູກຕົ້ນໄມ້ ຢູ່ສູນຝຶກອົບຮົມຄົບວົງຈອນ

ຄະນະໂຄສະນາອົບຮົມສູນກາງພັກ ຈັດກິດຈະກຳປູກຕົ້ນໄມ້ ຢູ່ສູນຝຶກອົບຮົມຄົບວົງຈອນ                 ຕອນເຊົ້າວັນທີ 1ມິຖຸນາ 2022 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ທີ່ສູນຝຶກອົບຮົມຄົບວົງຈອນ ບ້ານຫ້ວຍຍາງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ   (ເຂດ ດົງໝາກຄາຍ) ໂດຍການເຂົ້າຮ່ວມຂອງ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າ    ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍ ຄະນະພັກ, ຄະນະກົມ, ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານພາຍໃນຄອສພ.

1 6 7 8 9 10 21