ເພສກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ

ພະນັກງານວິຊາການກົມຂໍ້ມູນຂ່າວສານ ຄອສພ ເຂົ້າຮ່ວມຊຸດຝຶກອົບຮົມວຽກງານໄອທີຢູ່ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ພະນັກງານວິຊາການກົມຂໍ້ມູນຂ່າວສານ ຄອສພ ເຂົ້າຮ່ວມຊຸດຝຶກອົບຮົມວຽກງານໄອທີຢູ່ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ     ໃນວັນທີ 8 ຫາ 11 ກຸມພາ 2021 ທີ່ຫ້ອງຝຶກອົບຮົມກະຊວງວິທະຍາສາດ ແລະ ເຕັກໂນໂລຊີໄດ້ຈັດພິທີຝຶກອົບຮົມກ່ຽວ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດເຕັກໂນໂລຊີ.

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດເຕັກໂນໂລຊີ. ໃນຕອນບ່າຍຂອງວັນທີ 4 ກຸມພາ 2021 ຜ່ານມາ, ກົມຂໍ້ມູນຂ່າວສານ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ (ໄອຊີທີ) ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດເຕັກໂນໂລຊີ, ເຊິ່ງນໍາໂດຍ ທ່ານ ວັນຕຸລາ ຣັກນຸດ ຫົວ ໜ້າກົມຂໍ້ມູນຂ່າວສານ, ພ້ອມດ້ວຍຄະນະ ໂດຍການຕ້ອນຮັບຂອງທ່ານ ວິລະສັກ ອິນທະປະຖາ ຫົວໜ້າສະຖາ ບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ພ້ອມດ້ວຍຄະນະ. ໃນພິທີ ທ່ານ ວັນຕຸລາ ຣັກນຸດ ໄດ້ກ່າວຈຸດປະສົງ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງຄະນະ ແລະ ພະນັກງານຂອງ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ. ໃນການພົບປະແລກປ່ຽນບົດ ຮຽນໃນຄັ້ງນີ້ແນ່ໃສ່ ເພື່ອເຮັດໃຫ້ພະນັກງານວິຊາການທັງສອງຝ່າຍໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງກ່ຽວກັບວຽກງານໄອທີ ກໍຄືການພັດທະນາ, […]

ນັກສຶກສາປະລິນຍາຕີຮຸ່ນທີ 23 ຊຸດທີ VII ສາຂາໂຄສະນາອົບຮົມ ເຂົ້າຝຶກພາກປະຕິບັດຕົວຈິງຢູ່ກົມຂໍ້ມູນຂ່າວສານ

ນັກສຶກສາປະລິນຍາຕີຮຸ່ນທີ 23 ຊຸດທີ VII ສາຂາໂຄສະນາອົບຮົມ ເຂົ້າຝຶກພາກປະຕິບັດຕົວຈິງຢູ່ກົມຂໍ້ມູນຂ່າວສານ ໃນຕອນເຊົ້າວັນທີ 22 ມັງກອນ 2021 ທີ່ຫ້ອງອິນເຕີເນັດ ກົມຂໍ້ມູນຂ່າວສານຈັດພິທີ

ພິທີເປີດປື້ມຄວາມຊົງຈຳຂອງ ທ່ານ ເລວັນຫຽນ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ 5 ສະໄໝ(1962-1976)

ພິທີເປີດປື້ມຄວາມຊົງຈຳຂອງ ທ່ານ ເລວັນຫຽນ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ 5 ສະໄໝ(1962-1976)      ທ້າຍອາທິດຜ່ານມາ, ທີ່ຫໍພິພິທະພັນໄກສອນ ພົມວິຫານ ນະຄອນຫລວງວຽງຈັນ  ທ່ານ ວັນຕຸລາ ຣັກນຸດ ໄດ້ຕາງໜ້າໃຫ້ ຄະນະໂຄສະນາອົບຮົມສູນກາງພັກ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ     ໃນຕອນເຊົ້າວັນທີ 12 ຕຸລາ 2020 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານຂື້ນທີ່ຫ້ອງປະຊຸມຊັ້ນ 5 ຂອງຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານໂດຍ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ. ເຂົ້າຮ່ວມມີ: ຕາງໜ້າຫ້ອງການ, ຕາງໜ້າກົມຈັດຕັ້ງພະນັກງານ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານວິຊາການຂອງກົມຂໍ້ມູນຂ່າວສານທັງໝົດ ແລະ ພ້ອມດ້ວຍນັກສຶກສາຝຶກງານ.     ໃນພິທີຕາງໜ້າໃຫ້ຄະນະຜິດຊອບຊຸດຝຶກງານຂອງກົມຂໍ້ມູນຂ່າວສານຂື້ນຜ່ານບົດສະຫຼຸບຜົນສຳເລັດການລົງຝຶກງານຂອງສຶກສາໃນໄລຍະ 1 ເດືອນ ແຕ່ວັນທີ 14 ກັນຍາ ຫາ 9 ຕຸລາ 2020 ທີ່ມາຈາກມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດທຳມະຊາດ ສາຂາພັດທະນາໂປຼແກຼມຄອມພິວເຕີຈຳນວນ 7 ທ່ານ ເຊິ່ງໄດ້ລົງມາເຄື່ອນໄຫວຕົວຈິງຢູ່ພະແນກເຄື່ອຂ່າຍເອເລັກໂຕຼນິກ ແລະ ພະແນກໂຄສະນາຜ່ານສື່ເອເລັກໂຕຼນິກ ໂດຍໄດ້ນຳໃຊ້ທິດສະດີທີ່ຮຽນມາເຂົ້າສູ່ການປະຕິບັດວຽກງານຕົວຈິງເຊັ່ນ:ວຽກງານໄອທີຕ່າງໆ, ການສ້ອມແປງຄອມພິວເຕີ, ລະບົບເຄື່ອຂ່າຍ ໂດຍສະເພາະການກວດກາອິນເຕີເນັດ ແລະ ກວດກາຄອມພິວເຕີ, ການອອກແບບໜ້າປົກວາລະສານດ້ວຍໂປຼແກຼມ Indesign ແລະ Photoshop, ຮຽນຮູ້ພາສາ HTML, […]

1 12 13 14 15 16 17