ເພສກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ

ໜ່ວຍພັກກົມຂໍ້ມູນຂ່າວສານ ເລື່ອນມະຫາຊົນກ້າວໜ້າຂຶ້ນ ເປັນສະມາຊິກພັກສຳຮອງ.

ໜ່ວຍພັກກົມຂໍ້ມູນຂ່າວສານ ຮັບມະຫາຊົນກ້າວໜ້າຂຶ້ນ ເປັນສະມາຊິກພັກສຳຮອງ. ໃນວັນທີ 19 ມີນາ 2021 ທີ່ຜ່ານມາ ໜ່ວຍພັກກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຈຳນວນ 3 ສະຫາຍ, ຍິງ 1 ສະຫາຍ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ອານົງສັກ ອິນທະວົງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ; ມີຜູ້ຕາງໜ້າຈາກບັນດາໜ່ວຍພັກອ້ອມຂ້າງ ຄອສພ ແລະ ພະນັກງານສະມາຊິກພັກສົມບູນ ພາຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ຄະນະຈັດຕັ້ງພິທີໄດ້ຂຶ້ນກ່າວຈຸດປະສົງ ຫຼັງຈາກນັ້ນໄດ້ສະເໜີໃຫ້ຕາງໜ້າສະມາຊິກພັກສຳຮອງຂື້ນຜ່ານໃບສະໝັກ. ຫຼັງຈາກນັ້ນ ສະຫາຍ ວັນຕຸລາ ຣັກນຸດ ເລຂາໜ່ວຍພັກ ກົມຂໍ້ມູນຂ່າວສານ ຂື້ນກ່າວຮັບເອົາສະມາຊິກພັກສຳຮອງໃໝ່ ທີ່ໄດ້ຜ່ານການຮຽນສະໜັບສະໜູນ ແລະ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ແລະ ຝຶກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດເປັນໄລຍະເວລາ 6 ເດືອນ. ຈາກນັ້ນ ສະຫາຍ ອານົງສັກ ອິນທະວົງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດໂອ້ລົມຕໍ່ສະມາຊິກພັກສໍາຮອງໃໝ່ ຊຶ່ງທ່ານໄດ້ຍົກໃຫ້ເຫັນທາດແທ້, ອຸດົມການ ແລະ ມູນເຊື້ອທີ່ອົງອາດ […]

ພິທີເປີດຊຸດຝຶກອົບຮົມການສ້າງ, ຄຸ້ມຄອງ ແລະ ການພັດທະນາເວັບໄຊຢູ່ກົມໄອທີຫ້ອງວ່າການສູນກາງພັກ.

ພິທີເປີດຊຸດຝຶກອົບຮົມການສ້າງ, ຄຸ້ມຄອງ ແລະ ການພັດທະນາເວັບໄຊຢູ່ກົມໄອທີຫ້ອງວ່າການສູນກາງພັກ. ໃນວັນທີ 22 ຫາ 26 ມີນາ 2021 ກົມພິພິທະພັນປະທານ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ຮ່ວມກັບ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດຊຸດຝຶກອົບຮົມການສ້າງ, ຄຸ້ມຄອງ ແລະ ການພັດທະນາເວັບໄຊ ໃຫ້ແກ່ວິຊາການໄອທີຢູ່ກົມພິພິຕະພັນ ແລະ ກົມໄອທີຫ້ອງວ່າການສູນກາງພັກ ຢູ່ທີ່ຫ້ອງໄອທີຂອງ ຫ້ອງວ່າການສູນກາງພັກ; ໃຫ້ກຽດເປັນປະທານໂດຍທ່ານ ເພັດຖາວອນ ພິລະວັນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຜູ້ຊີ້ນໍາວຽກງານໄອທີຂອງ ຫ້ອງວ່າການສູນກາງພັກ ເຂົ້າຮ່ວມມີ: ຫົວໜ້າກົມຂໍ້ມູນຂ່າວສານ ຄອສພ, ຮັກສາການຫົວໜ້າກົມພິພິຕະພັນ ແລະ ພະນັກງານກົມໄອທີ ຫ້ອງວ່າການສູນກາງພັກ, ກົມພິພິທະພັນປະທານ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ, ອາຈານຈາກກົມຂໍ້ມູນຂ່າສານ ຄະນະໂຄສະນາອົບຮົມສູນກາງພັກ ແລະ ມີຜູ້ເຂົ້າຮ່ວມທັງໝົດມີ 36 ທ່ານ. ໃນພິທີຄະນະຮັບຜິດຊອບໃນຊຸດຝຶກອົບຮົມໄດ້ກ່າວຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດກ່ຽວກັບການສ້າງເວັບໄຊໃຫ້ແກ່ພະນັກງານ ແລະ ເພື່ອສ້າງເວັບໄຊໃຫ້ແກ່ກົມພິພິທະພັນໄກສອນ ພົມວິຫານເພື່ອຮັບໃຊ້ເຂົ້າໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຫໍພິພິທະພັນໃຫ້ກວ້າງຂວາງ ແລະ […]

ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມຂໍ້ມູນຂ່າວສານ

ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມຂໍ້ມູນຂ່າວສານ ໃນວັນທີ 10 ມີນາ 2021 ໜ່ວຍພັກກົມຂໍ້ມູນຂ່າວສານຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະ ຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນຢູ່ທີ່ຫ້ອງປະຊຸມ ຊັ້ນ 5 ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ອານົງສັກ ອິນທະວົງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ສະ ຫາຍເລ ຂາ ແລະ ຮອງເລຂາໜ່ວຍພັກກົມຂໍ້ມູນຂ່າວສານ, ມີແຂກຖືກເຊີນຕາງໜ້າໜ່ວຍພັກບັນດາກົມອ້ອມຂ້າງ ຄອສພ ແລະ ບັນດາສະມາຊິກພັກສົມບູນພາຍໃນກົມຂໍ້ມູນຂ່າວສານເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ສະຫາຍ ວັນຕຸລາ ຣັກນຸດ ເລຂາໜ່ວຍພັກກົມຂໍ້ມູນຂ່າວສານ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກກົມຂໍ້ມູນຂ່າວສານຄະນະໂຄສະນາອົບຮົມສູນກາງພັກເຊິ່ງໄດ້ສະຫຼຸບຕີລາຄາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການເຄື່ອນໄຫວປະຕິບັດໜ້າທີ່ໃນໄລຍະ 5 ປີຜ່ານມາ (2015-2019) ແລະ ວາງທິດທາງວຽກງານຈຸດສຸມໃນ 5 ປີຕໍ່ໜ້າ; ກອງປະຊຸມໄດ້ຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງບົດລາຍງານການ ເມືອງ […]

ໜ່ວຍພັກກົມສັງລວມ, ໜ່ວຍພັກກົມອົບຮົມ ແລະ ໜ່ວຍພັກກົມຂໍ້ມູນຂ່າວສານ  ຄະນະໂຄສະນາອົບຮົມສູນກາງພັກ ສ້າງ…

ໜ່ວຍພັກກົມສັງລວມ, ໜ່ວຍພັກກົມອົບຮົມ ແລະ ໜ່ວຍພັກກົມຂໍ້ມູນຂ່າວສານ  ຄະນະໂຄສະນາອົບຮົມສູນກາງພັກ ສ້າງຂະບວນການຈັດກິດຈະກຳແຂ່ງຂັນກິລາເປຕັ້ງເພື່ອຕ້ອນຮັບກອງປະຊຸມໃຫຍ່ຂອງໜ່ວຍພັກ     ໃນວັນທີ 26 ກຸມພາ 2021 ໜ່ວຍພັກກົມສັງລວມ, ໜ່ວຍພັກກົມອົບຮົມ ແລະ ໜ່ວຍພັກກົມຂໍ້ມູນຂ່າວສານໄດ້ສ້າງຂະບວນການ ຈັດກິດຈະກຳເພື່ອຕ້ອນຮັບກອງປະຊຸມຂອງໜ່ວຍພັກແຕ່ລະໜ່ວຍ 

ພະນັກງານວິຊາການກົມຂໍ້ມູນຂ່າວສານ ຄອສພ ເຂົ້າຮ່ວມຊຸດຝຶກອົບຮົມວຽກງານໄອທີຢູ່ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ພະນັກງານວິຊາການກົມຂໍ້ມູນຂ່າວສານ ຄອສພ ເຂົ້າຮ່ວມຊຸດຝຶກອົບຮົມວຽກງານໄອທີຢູ່ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ     ໃນວັນທີ 8 ຫາ 11 ກຸມພາ 2021 ທີ່ຫ້ອງຝຶກອົບຮົມກະຊວງວິທະຍາສາດ ແລະ ເຕັກໂນໂລຊີໄດ້ຈັດພິທີຝຶກອົບຮົມກ່ຽວ

1 13 14 15 16 17 18