ເພສກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ

ພິທີເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໄອທີ ປະຈຳປີ 2019 ໃຫ້ແກ່ພະນັກງານພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ

ພິທີເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໄອທີປະຈຳປີ2019ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໄອທີໃຫ້ແກ່ພະນັກງານບັນດາກົມຢູ່ພາຍໃນຄອສພ ເປັນເວລາ 5 ວັນລະຫວ່າງວັນທີ 23 -27 ກັນຍາ 2019 ທີ່ຜ່ານມາ.ໃຫ້ກຽດເປັນປະທານກ່າວເປີດພິທີໂດຍ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ, ເຂົ້າຮ່ວມ​ມີ: ຄະນະຮັບຜິດຊອບຝຶກອົບຮົມ ແລະ ພະນັກງານວິຊາການຈາກບັນດາກົມອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກຈຳນວນ 16 ສະຫາຍ, ຍິງ 11 ສະຫາຍ. ຈຸດປະສົງ​ໃນ​ການ​ເປີດ​ຊຸດ​ອົບຮົມ​ຄັ້ງນີ້ ​ແມ່ນ​ເພື່ອ​​ຍົກ​ລະດັບ​ຄວາມ​ຮູ້​, ຄວາມ​ສາມາດ​ໃຫ້​ພະນັກງານ​ວິຊາ​ການ​ພາຍໃນ ຄອສພ ກ່ຽວກັບ​ວຽກງານຂໍ້ມູນຂ່າວສານໃຫ້ນັບມື້ນັບສູງ, ເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ປະກອບມີ 7 ບົດຄື: ຄວາມຮູ້ພື້ນຖານກ່ຽວກັບການສື່ສານຂໍ້ມູນ ການຮຽນຮູ້ກ່ຽວກັບຮາດແວ(Hardware) ພື້ນຖານການບຳລຸງຮັກສາລະບົບຄອມພິວເຕີ ການນຳໃຊ້ໂປຣແກຣມ Lao Antivirus, ການແກ້ໄຂໄວຣັດ ແລະ ການປ່ຽນຟອນເອກະສານ ການນຳໃຊ້ Google drive ການເກັບໄຟລ, ຂໍ້ມູນຕ່າງໆໄວ້ແຜ່ນ CD, DVD ດ້ວຍໂປຣແກຣມ Nero Express8 ການນຳໃຊ້ Microsoft Office word, […]

1 15 16 17