ຂ່າວສານ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ.

ກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ.       ໃນວັນທີ 25 ກຸມພາ 2020 ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ; ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ: ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ແລະ ທ່ານ ບຸນຕາ ເທບພະວົງ ຮອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເຂົ້າ ຮ່ວມມີ: ຄະນະພັກ ຄອສພ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ຕາງໜ້າບັນດາກົມພາຍໃນ ຄອສພ, ຫົວໜ້າກົມ, ຮອງກົມທີ່ມາຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຊາວໜຸ່ມບັນດາອົງການພັກອ້ອມຂ້າງ ຄອສພ ແລະ ພ້ອມດ້ວຍສະມາຊິກຊາວໜຸ່ມ ຄອສພ ທັງໝົດ 108 ສະຫາຍ, ຍິງ 54 ສະຫາຍ ກໍເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ທ່ານ ລິດສະໄໝ ເພັງສະຫວັນ […]

ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມວຽກງານຕ້ານສະກັດກັ້ນການຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມວຽກງານຕ້ານສະກັດກັ້ນການຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ  ວັນທີ 21 ກຸມພາ 2020 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຕ້ານສະກັດກັ້ນການຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍການເປັນປະທານຮ່ວມຂອງທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ; ເຂົ້າຮ່ວມມີ: ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການທັງໝົດພາຍໃນ ຄອສພ . ໃນພິທີ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໃຫ້ກຽດກ່າວເປີດພິທີ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມຂອງສາກົນ, ສະພາບລວມພາຍໃນ ສປປ ລາວ, ການກຳເນີດ ນິຕິກຳທີ່ເປັນພຶ້ນຖານ, ການປະເມີນກ່ຽວກັບການຈັດຕັ້ງປະຕິບັດກົດໜາຍວ່າດ້ວຍ ການຕ້ານສະກັດກັ້ນ ການຟອກເງິນ ແລະ ການສະ […]

ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຄອສພ ຄັ້ງທີ VII

ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຄອສພ ຄັ້ງທີ VII       ໃນວັນທີ 18 ກຸມພາ 2020 ຜ່ານມາ, ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VII ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ; ໃຫ້ກຽດເຂົ້າຮ່ວມໂດຍ: ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສະຫະພັນແມ່ຍິງລາວ, ມີຄະນະພັກ ຄອສພ, ຕາງໜ້າອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບ ຮົມສູນກາງພັກ, ຄະນະບໍລິຫານງານສະຫະພັນແມ່ຍິງຄອສພ, ແຂກຖືກເຊີນພ້ອມດ້ວຍສະມາຊິກສະຫະພັນແມ່ຍິງທົ່ວ ຄອສພ ເຂົ້າຮ່ວມທັງໝົດ 77 ສະຫາຍ. ໃນກອງປະຊຸມທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ, ປະທານສະຫະພັນແມ່ຍິງ ຄອສພ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຄອສພ ຄັ້ງທີ […]

ກອງປະຊຸມເຊື່ອມຊືມ ແລະ ຜັນຂະຫຍາຍນິຕິກຳທີ່ສຳຄັນຂອງພັກ-ລັດ

ກອງປະຊຸມເຊື່ອມຊືມ ແລະ ຜັນຂະຫຍາຍນິຕິກຳທີ່ສຳຄັນຂອງພັກ-ລັດ  ໃນຕອນເຊົ້າວັນທີ 14 ກຸມພາ 2020 ຜ່ານມາ ທີ່ຫ້ອງວ່າການສູນກາງພັກໄດ້ຈັດກອງປະຊຸມເຊື່ອມຊືມ ແລະ ຜັນຂະຫຍາຍນິຕິກຳທີ່ສຳຄັນຂອງພັກ-ລັດ ໃຫ້ກຽດເປັນປະທານກອງປະຊຸມ ໂດຍທ່ານ ປອ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ເຂົ້າຮ່ວມມີ: ທ່ານ ປອ ຄຳ​ພັນ ພົມ​ມະ​ທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວ­ໜ້າ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ​ສູນ​ກາງ​ພັກ, ບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ການນຳຂັ້ນສູງຂອງຂັ້ນສູນກາງ, ທ້ອງຖິ່ນ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່ 7 ເອກະສານສຳຄັນດັ່ງນີ້: ຂໍ້ຕົກລົງສອງກົມການເມືອງລາວ-ຫວຽດນາມ ປະຈຳປີ 2020. ຜົນກອງປະຊຸມສຸດຍອດ ຄັ້ງທີ 12 ລະຫວ່າງ ພັກ ປປລາວ ແລະ ພັກປະຊາຊົນກຳປູເຈຍ. ຂໍ້ຕົກລົງຄັ້ງທີ 42 ຂອງຄະນະກຳມະການຮ່ວມື ລາວ-ຫວຽດນາມ […]

ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປີ 2018-2019

ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປີ 2018-2019 ໃນວັນທີ 12-13 ກຸມພາ 2020, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດປີ 2018-2019 ຂື້ນຢູ່ທີ່ຫ້ອງປະຊຸມໃຫຍ່ ຄອສພ; ໂດຍການເປັນປະທານຂອງ ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າໂຄສະນາອົບຮົມສູນ ກາງພັກ; ເຂົ້າຮ່ວມມີ: ບັນດາເລຂາ, ຮອງເລຂາຄະນະພັກກະຊວງ,ອົງການອ້ອມຂ້າງສູນກາງ, ຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ຫົວໜ້າກົມ, ຮອງກົມຢູ່ຂັ້ນສູນກາງ, ຫົວໜ້າ, ຮອງຫົວໜ້າ ຄະນະໂຄສະ ນາອົບຮົມແຂວງ, ຫົວໜ້າພະແນກ, ຮອງພະແນກ, ຜູ້ທີ່ເຮັດວຽກງານການເມືອງ-ແນວຄິດ ຕະຫຼອດຮອດພະນັກງານຄະນະໂຄສະນາອົບຮົມຂັ້ນສູນກາງ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ ໄດ້ລາຍງານການເຄື່ອນໄຫວການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງໂຄສະນາອົບຮົມໃນໄລຍະ 2 ປີຜ່ານມາ ແລະ ທິດທາງໜ້າທີ່ຈຸດສຸມປີ 2020 ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງບັນດາປັດໃຈທີ່ເປັນກາລະໂອກາດ ແລະ ປັດໃຈທີ່ເປັນສິ່ງທ້າທ້າຍຕໍ່ວຽກງານໂຄສະນາອົບຮົມ, ດ້ານດີ ແລະ […]

1 52 53 54 55 56 57