ວິຖີຊີວິດແບບປົກກະຕິໃໝ່ ( NEW NORMAL)
ວິຖີຊີວິດແບບປົກກະຕິໃໝ່ ( NEW NORMAL) ຄໍລໍາພວກເຮົາໄດ້ຂຽນກ່ຽວກັບຜົນກະທົບຈາກການລະບາດຂອງ ພະຍາດໂຄວິດ -19 ມາຫຼາຍແລ້ວແຕ່ມື້ນີ້ຢາກນໍາສະເໜີ ກ່ຽວກັັບການດໍາເນີນຊີວິດໄປຄຽງຄູ່ກັບການລະບາດຂອງພະຍາດໂຄວິດ -19 ເຊິ່ງຍັງບໍ່ທັນມີທ່າທີຫຼຸດຜ່ອນລົງ. ຫາກເພື່ອນຜູ້ອ່ານຕິດຕາມຂ່າວຈະເຫັນວ່າມີການເວົ້າເຖິງ ວິຖີຊີວິດແບບປົກກະຕິໃໝ່ ( NEW NORMAL) ຫຼືຈະເວົ້າແບບເຂົ້າໃຈງ່າຍໆວ່າ ການດໍາເນີນຊີວິດແບບໃໝ່ນີ້ ມັນຕ່າງຈາກແບບທີ່ພວກເຮົາເຄີຍຢູ່ເຄີຍກິນແນວໃດ? ອັນທີ່ໜຶ່ງ: ແມ່ນແນວທາງປະຕິບັດທີ່ຜູ້ຄົນໃນສັງຄົມຄຸ້ນເຄີຍຢ່າງເປັນປົກກະຕິນັ້ນຕ້ອງມີການປ່ຽນແປງໄປສູ່ອັນໃໝ່ທີ່ບໍ່ຄຸ້ນເຄີຍເຊິ່ງລວມມີ: ວິທີຄິດ, ວິທີຮຽນຮູ້, ວິທີສື່ສານ, ວິທີປະຕິບັດ ແລະ ວິທີບໍລິຫານຈັດການຕ່າງໆ. ວິຖີຊີວິດແບບໃໝ່ໄດ້ແກ່: – ພຶດຕິກໍາການນໍາໃຊ້ອິນເຕີເນັດ: ມັນມີບົດບາດຫຼາຍຂຶ້ນໃນການດໍາເນີນຊີວິດປະຈໍາວັນ ບໍ່ວ່າຈະເປັນການສຶກສາຮໍ່າຮຽນ ໂດຍສະເພາະການຮຽນທາງອອນລາຍ, ປະຊຸມອອນລາຍ… ຄົນບໍ່ຈໍາເປັນໄປຫ້ອງການເຮັດວຽກຢູ່ເຮືອນ (ແບບອອນລາຍ) ການສັ່ງຊື້ສິນຄ້າ ແລະ ອາຫານການກິນ; ການເຮັດທຸລະກໍາທາງການເງິນ; ການເບິ່ງຮູບເງົາ ແລະ ການບັນເທີງຕ່າງໆ ທາງອອນລາຍເປັນຕົ້ນ. – ການຮັກສາໄລຍະຫ່າງທາງສັງຄົມ: ຄົນເລີ່ມລະມັດລະວັງບໍ່ໃກ້ຊິດກັນຫຼາຍເກີນໄປ; ການໄປບ່ອນສາທາລະນະ ຫຼື ບ່ອນຊຸມຊົນແອອັດ-ບ່ອນຊຸມນຸມຊົນ-ງານລ້ຽງ-ງານດອງ-ງານບຸນຕ່າງໆ ກໍ່ຫຼຸດລົງຄົນຫັນໄປສູ່ການຈັດງານຢູ່ເຮືອນຫຼາຍຂຶ້ນ, ຫຼຸດຜ່ອນການເດີນທາງທ່ອງທ່ຽວ… – ການເອົາໃຈໃສ່ສຸຂະພາບ: ຄົນສ່ວນໃຫຍ່ຫັນໄປສູ່ການໃສ່ໜ້າກາກອະນາໄມ; […]