ກົມໂຄສະນາ ຄອສພ ໄດ້ຈັດພິທີເລື່ອນສະມາຊິກສຳຮອງຂຶ້ນສົມບູນ
ກົມໂຄສະນາ ຄອສພ ໄດ້ຈັດພິທີເລື່ອນສະມາຊິກສຳຮອງຂຶ້ນສົມບູນ ຕອນເຊົ້າຂອງວັນທີ 21 ມັງກອນ 2021 ທີ່ຜ່ານມາ ກົມໂຄສະນາ ຄະນະໂຄສະນາອົບ
ກົມໂຄສະນາ ຄອສພ ໄດ້ຈັດພິທີເລື່ອນສະມາຊິກສຳຮອງຂຶ້ນສົມບູນ ຕອນເຊົ້າຂອງວັນທີ 21 ມັງກອນ 2021 ທີ່ຜ່ານມາ ກົມໂຄສະນາ ຄະນະໂຄສະນາອົບ
ພິທີເປີດຊຸດຝຶກອົບວຽກງານໂຄສະນາ-ປະຖະກະຖາ ຢູ່ກະຊວງ ຍທຂ. ໃນຕອນເຊົ້າຂອງວັນທີ 08 ທັັນວາ 2020, ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບກະຊວງ ຍທຂ ຈັດຊຸດຝຶກອົບຮົມວຽກງານ ໂຄສະນາ-ປະຖະກະຖາ ໃຫ້ແກ່ພະນັກງານສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະ ພາກລັດວິສາຫະກິດອ້ອມຂ້າງກະຊວງ. ພິທີດັ່ງກ່າວໄດ້ຈັດຂຶ້້ນທີ່ສະຖາບັນຝຶກອົບຮົມຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ສີລິພອນ ອິນທິລາດ ເລຂາໜ່ວຍພັກຮາກຖານ ຫົວໜ້າສະຖາບັນຝຶກອົບຮົມ ຍທຂ ແລະ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າກົມໂຄສະນາ, ມີນັກສຳມະນາກອນ ແລະ ວິທະຍາກອນເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດດັ່ງກ່າວ ທ່ານ ສີລິພອນ ອິນທິລາດ ໄດ້ກ່າວວ່າ: ຫຼັກສູດຝຶກອົບຮົມວຽກງານປະຖະກະຖາ ໃນໄລຍະສັ້ນ 10 ວັນ, ມາຮອດປັດຈຸບັນນີ້ໄດ້ຈັດຕັ້ງຝຶກອົບຮົມມາແລ້ວ 19 ຊຸດ, ມີນັກສໍານະກອນເຂົ້າຮ່ວມທັງໝົດ 544 ຄົນ ເຊິ່ງ ສະແດງໃຫ້ເຫັນວ່າ ການນໍາຂອງກະຊວງ […]
ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ (ດາວໂຫຼດ ຫຼື ກົດອ່ານ……) ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ (ດາວໂຫຼດ ຫຼື ກົດອ່ານ…….)
ອ້າງອີງຈາກ: ເອກະສານຄູ່ມືປາຖະກະຖາ ຄະນະໂຄສະນາອົບຮົມສູນກາງພັກ
ກະຊວງໄປສະນີ ໂທລະຄົມ ແລະ ການສື່ສານ ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ແກ່ສະຊິກພັກ-ພະນັກງານຫຼັກແຫຼ່ງ ໃນວັນທີ 14 ກັນຍາ 2020 ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ສົບທົບກັບກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາເປັນໄລຍະ 10 ວັນ ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງ ເຊິ່ງຈັດຂຶ້ນຢູ່ທີ່ສະຖາບັນ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ທອງໃສ ຊານໄຊຍະ ຮອງເລຂາຄະນະພັກ ຮອງລັດຖະມົນ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ; ເຂົ້າຮ່ວມໃນພິທີມີ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄູອາຈານ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ທີ່ມາຈາກ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ແລະ ນັກສໍາມະນາກອນ. ຊຸດຝຶກອົບຮົມໃນຄັ້ງນີ້ມີຜູ້ເຂົ້າຮ່ວມ ທັງໝົດ 36 ສະຫາຍ, ຍິງ 15 […]