ທ່ານ ສີປະເສີດ ແສນສະຫວັດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພ້ອມ ຄະນະລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ສາລະວັນ.

ທ່ານ ສີປະເສີດ ແສນສະຫວັດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພ້ອມ ຄະນະລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ສາລະວັນ.

ໃນວັນທີ 16-17 ຕຸລາ ປີ 2019 ຜ່ານມາທ່ານ ສີປະເສີດ ແສນສະຫວັດ ຄະນະພັກ,ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຄະນະໄດ້

ລົງມາເຄື່ອນໄຫວ ແລະ ເຮັດວຽກຢູ່ ແຂວງສາລະວັນ ໂດຍເປັນກຽດຕ້ອນຮັບຂອງທ່ານ ສີເຮັງ ຫອມສົມບັດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົມຮົມແຂວງ ແລະ ໄດ້ນໍາພາເຂົ້າພົບຄະນະນໍາຂອງແຂວງ ໂດຍແມ່ນ ທ່ານ ບຸນທຽມ ແກ້ວໄຊຍະວົງ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນຜູ້ປະຈໍາການໄດ້ໃຫ້ການຕ້ອນຮັບ ແລະ ຮັບຟັັງຈຸດປະສົງໃນການລົງມາເຮັດວຽກໃນຄັ້ງນີ້ຂອງທ່ານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ຫຼັງຈາກນັ້ນ, ໄດ້ຈັດກອງປະຊຸມແລກປ່ຽນຄວາມຄິດເຫັນກ່ຽວກັບການຍົກສູງຄຸນນະພາບ ວຽກງານການເມືອງ-ແນວຄິດ ຢູ່ທີ່ຫ້ອງປະຊຸມສະໂມສອນແຂວງສາລະວັນ,  ໂດຍການເປັນປະທານຂອງທ່ານ  ສີປະເສີດ ແສນສະຫວັດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຮັບຟັງຂອງທ່ານ ສີເຮັງ ຫອມສົມບັດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ ຫຼື ຮອງຫົວພະແນກການ, ທະຫານ, ຕໍາຫຼວດ, ຫົວໜ້າ ແລະ ຮອງຂະ ແໜງການອ້ອມຂ້າງແຂວງ, ຫົວໜ້າ ແລະ ຮອງຄະນະໂຄສະນາອົບຮົມ 8 ເມືອງ ເຂົ້າຮ່ວມຮັບຟັງທັງໝົດ 270 ທ່ານ, ຍິງ 76 ທ່ານ,

ໃນກອງປະຊຸມ ທ່ານ ສີເຮັງ ຫອມສົມບັດ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ລາຍງານສະພາບການໂດຍຫຍໍ້ ຂອງແຂວງສາລະວັນ ເຊິ່ງເປັນແຂວງໜຶ່ງທີ່ເປັນພື້ນຖານຂອງການປະຕິວັດມາແຕ່ດົນນານກ່ອນມີພັກນຳພາຂະບວນການຕໍ່ສູ້ໄດ້ມີຂະບວນການຕ່າງໆລຸກຂື້ນຕໍ່ສູ້ຢ່າງພິລາອາດຫານ ເປັນຕົ້ນແມ່ນຂະບວນການຕໍ່ສູ້ຂອງ ອົງແກ້ວໃນຊຸມປີ 1901-1910 ແລະ ຂະບວນການຕໍ່ສູ້ອື່ນໆ ແຂວງສາລະວັນມີເນື້ອທີ່ທັງໝົດ 10.691 ກິໂລຕາແມັດ, ມີປະຊາກອນທັງໝົດ 4 ແສນກວ່າຄົນ, ປະກອບມີ 8 ຕົວເມືອງ 579 ບ້ານ ແລະມີ 72 ພັນກວ່າຄອບຄົວ, ມີບ້ານທຸກຍາກ 40 ກວ່າບ້ານ ແລະ 2 ພັນກວ່າຄອບຄົວ, ການຂະຫຍາຍຕົວທາງດ້ານເສດຖະກິດສະເລ່ຍ 7,5% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ 10 ລ້ານກວ່າກີບ ຫຼື ເທົ່າກັບ 1.290 ໂດລາ, ປັດຈຸບັນທົ່ວແຂວງມີສະມະຊິກພັກທັງໝົດ 13 ພັນກວ່າສະຫາຍ, ຍິງ 2 ພັນກວ່າສະຫາຍ, ມີ 942 ໜ່ວຍພັກຮາກຖານ, ໃນນັ້ນໜ່ວຍພັກແຂງຮູ້ນຳພາຮອບດ້ານກວມ 80%, ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກໄດ້ດຳເນີນໄປຢ່າງເປັນຂະບວນຟົດຟື້ນພາຍຫຼັງໄດ້ມີມະຕິຂອງສູນກາງພັກ, ຄະນະປະຈຳພັກແຂວງກໍ່ໄດ້ອອກມະຕິເລກທີ 02/ຄຈພຂ, ຂໍຕົກລົງເລກທີ 153,154 ລົງວັນທີ 5 ກໍລະກົດ ປີ 2018 ກ່ຽວກັບການກະກຽມກອງປະຊຸມຢ່າງເປັນລະບົບຄົບຊຸດ ແລະ ສອດຄອງກັບມະຕິຄຳສັ່ງຂັ້ນເທິງວາງອອກ, ປັດຈຸບັນຂັ້ນແຂວງໄດ້ກະກຽມຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມສຳເລັດໂດຍພື້ນຖານ, ສຳລັບຂັ້ນເມືອງແມ່ນສຳເລັດໄປແລ້ວ 3 ເມືອງຄື: ເມືອງສະໝ້ວຍ, ເມືອງຕະໂອ້ຍ ແລະເມືອງຕຸ້ມລ້ານ, ພ້ອມນັ້ນຄະນະໂຄສະນາອົບຮົມແຂວງຍັງໄດ້ເອົາໃຈໃສ່ໃນການຜັນຂະຫຍາຍມະຕິ X ຂອງພັກ ແລະມະຕິ VIII ຂອງອົງຄະນະພັກແຂວງໃຫ້ເຂົ້າສູ່ລວງເລິກ

ຈາກນັ້ນທ່ານ  ສີປະເສີດ ແສນສະຫວັດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກໍ່ໄດ້ຍົກໃຫ້ເຫັນຫຼາຍສາຍເຫດ, ຫຼາຍບັນຫາ ແລະ ຫຼາຍປະກົດການທີ່ເກີດຂື້ນກ່ຽວກັບການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ເປັນຕົ້ນແມ່ນປະກົດການຫຍໍ້ທໍ້, ບັນຫາເສດຖະກິດ ແລະ ບັນຫາອື່ນໆ. ນອກຈາກນັ້ນໄດ້ຍົກໃຫ້ເຫັນກ່ຽວກັບການປົກປັກຮັກສາປະເທດຊາດ, ການຕໍ່ສູ້ຂອງຂະບວນການຕ່າງໆໃນແຕ່ລະໄລຍະ ແລະ ການເສຍສະຫຼະຂອງບັນດາທ່ານການນຳລຸ້ນຕ່າງໆ.

ໃນຕອນທ້າຍກອງປະຊຸມ ຄະນະນໍາຈາກສູນກາງ ໄດ້ມອບເຄື່ອງຄອມພີວເຕີ 1 ຊຸດ ແລະ  ປິ່ນເຕີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງ. ກອງປະຊຸມໃນຄັ້ງນີ້ ໄດ້ດໍາເນີນໄປເປັນເວລາ ໜື່ງຄາບຈຶ່ງອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ.