ທ່ານ ສີປະເສີດ ແສນ​ສະຫວັດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ ພົບປະໂອ້ລົມການນຳເມືອງບາຈຽງຈະເລີນສຸກ

ທ່ານ ສີປະເສີດ ແສນ​ສະຫວັດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ ພົບປະໂອ້ລົມການນຳເມືອງບາຈຽງຈະເລີນສຸກ
ໃນວັນທີ 18 ຕຸລາ 2019 ທ່ານ ສີປະເສີດ ແສນ​ສະຫວັດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມ​ຄະນະໄດ້ພົບປະໂອ້ລົມ

ການນຳ ເມືອງບາຈຽງຈະເລີນສຸກຢູ່ທີ່ສະໂມສອນຂອງເມືອງ ໃຫ້ກຽດຕ້ອນຮັບໂດຍທ່ານ ໂສມ ບຸດຕະກຸນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆບາຈຽງຈະເລີນສຸກ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວຫນ້າຫ້ອງການ, ຮອງຫ້ອງການ, ພະນັກງານກໍ່ສ້າງຮາກຖານການເມືອງຂອງແຂວງປະຈຳເມືອງ, ພະນັກງານອາວຸໂສບຳນານ, ພະນັກງານ-ລັດຖະກອນ ຕະຫຼອດຮອດ ນາຍທະຫານ ແລະ ນາຍຕຳຫຼວດ ເຂົ້າຮ່ວມຢ່າງພ້ອມພຽງ ລວມທັງໝົດ 173 ທ່ານ,  ຍິງ 50 ທ່ານ.

ໃນກອງປະຊຸມຄັ້ງນີ້ໄດ້ຮັບຟັງການລາຍງານການຊີ້ນຳໆພາວຽກງານຮອບດ້ານໃນໄລຍະຜ່ານມາໂດຍສັງເຂບຂອງ ທ່ານ ໂສມ ບຸດຕະກຸນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆບາຈຽງຈະເລີນສຸກ,

ຈາກນັ້ນ ທ່ານ ສີປະເສີດ ແສນສະຫວັດ ຄະນະພັກ, ຮອງຄະນະໂຄສະນາອົບຮົມສູນກາງພັກໄດ້ໃຫ້ກຽດມີຄຳເຫັນເຊິ່ງ ທ່ານໄດ້ຍົກໃຫ້ເຫັນເຖິງສະພາບການຜັນແປຂອງໂລກ ແລະ ພາກພື້ນ ພ້ອມນັ້ນຍັງໄດ້ເນັ້ນໃຫ້ພະນັກງານນຳພາຫຼັກແຫຼ່ງເອົາໃຈໃສ່ຫັນລົງກໍ່ສ້າງຮາກຖານການເມືອງເປັນປົກກະຕິຕໍ່ເນື່ອງ ແລະ ເຄື່ອນໄຫວໂຄສະນາ​ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດໃຫ້ພໍ່ແມ່ປະຊາຊົນມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ.