ຂະບວນອອກແຮງງານອະນາໄມລວມ ຫໍພິພິຕະພັນ ປະທານ ໄກສອນ ພົມວິຫານ

ຂະບວນອອກແຮງງານອະນາໄມລວມ ຫໍພິພິຕະພັນ ປະທານ ໄກສອນ ພົມວິຫານ

ໃນເຊົ້າວັນທີ 5 ເມສາ 2019, ສູນກາງຊາວໜຸ່ມພັກ ປະຊາຊົນ ປະຕິວັດລາວໄດ້ຈັດຂະບວນການອອກແຮງງານອະນາໄມລວມທີ່ຫໍພິພິຕະພັນປະທານ ໄກສອນ ພົມວິຫານ ເພື່ອເປັນການ ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາ ຊົນປະຕິວັດລາວຄົບຮອບ 64 ປີ(22 ມີນາ 1955 – 22 ມີນາ 2019) ແລະ ວັນສ້າງຕ້ັ້ງຄະນະ

ຊາວໜຸ່ມປະຊາຊົນປະຕິວັດລາວ(14 ເມສາ 1955 – 14 ເມສາ 2019). ໃຫ້ກຽດເປັນປະທານໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳ ມະການສຳຮອງສູນກາງພັກ, ເລຂາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ. ເຂົ້າຮ່ວມມີ: ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ, ອົງການພັກ ແລະ ລັດ, ສະມາຊິກຊາວໜຸ່ມກະຊວງ, ອົງການໃນອ້ອມຂ້າງສູນກາງ ແລະ ນ້ອງໆຊາວໜຸ່ມໃນໂຮງຮຽນທີ່ໃກ້ຄຽງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດ່ັງກ່າວ ທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ ໄດ້ຂື້ນເປີດພິທີ ແລະ ໄດ້ເລົ່າມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຊາວໜຸ່ມປະຊາ ຊົນປະຕິວັດລາວ, ບໍ່ວ່າຈະຢູ່ໃນໄລຍະປະຫວັດສາດໃດກໍ່ຕາມ ຊາວຫນຸ່ມຍັງມີບົດບາດສຳຄັນໃນການຕໍ່ສູ້ເພື່ອປົກປັກຮັກສາ ແລະສ້າງສາພັດທະນາບ້ານເມືອງ, ຊາວໜຸ່ມຈຳນວນບໍ່ໜ້ອຍໄດ້ເສຍສະຫລະຊີວິດເພື່ອປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນແສນຮັກຂອງຕົນ ແລະ ຍັງໄດ້ນຳເອົາປະເທດຊາດຜ່ານຜ່າພະຍຸລົມແດງ ແລະ ສາມາດຮັກສາດິນແດນໄວ້ໃຫ້ໝັ້ນຄົງ ນ້ຳໃຈຮັກເຊືອແພງຊາດບໍ່ຍອມຈຳນົນຕໍ່ສັດຕູໄດ້ຖືກອົບຮົມບົ່ມສອນ ເພາະພວກເພິ່ນຕັ້ງແຕ່ຕອນຍັງໜຸ່ມ ແລະ ພວກເພິ່ນກໍໄດ້ຍອມເສຍສະຫລະເລືອດເນື້ອອັນໜຸ່ມແໜ້ນຂອງຕົນເອງເພື່ອປະເທດຊາດ ສະເພາະໄລຍະປະ ຫວັດສາດນັບແຕ່ມື້ສ້າງຕັ້ງພັກມານີ້ ຊາວໜຸ່ມໄດ້ຂະໜານນາມວ່າ: ເປັນແຂນຂວາຂອງພັກ ເປັນກະດູກສັນຫລັງຂອງປະເທດຊາດ ເປັນຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະເທດຊາດ ຊຶ່ງມູນເຊື້ອ ແລະ ພາລະກຳແມ່ນໄດ້ຮັບການຜັນຂະຫຍາຍ ກາຍເປັນການກະທຳປະຕິວັດຂອງໄວໜຸ່ມ ຊຶ່ງສາມາດຕອບສະຫນອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງພັກ-ຂອງປະເທດຊາດແລະເຮັດສຳເລັດພາລະກຳປະຫວັດສາດຄືປົກປັກຮັກສາແລະສ້າງສາພັດທະນາປະເທດຊາດໃຫ້ກ້າວສູ່ຄວາມຮຸ່ງເຮືອງສີວິໄລ.

ນອກນັ້ນ ທາງຄະນະຈັດຕັ້ງພິທີຍັງໄດ້ສ້າງກິດຈະກຳໂດຍໃຫ້ນັກຂຽນ, ນັກເວົ້າ ແລະ ນັກປາຖະ ກະຖາໜຸ່ມຕົວແບບທີ່ມີຜົນງານອັນດີເດັ່ນພາຍໃນປະເທດ ແລະ ໃນເວທີສາກົນ ຂື້ນໂອ້ລົມເພື່ອສ້າງແຮງບັນດານໃຈໃຫ້ແກ່ສະມາ ຊິກຊາວໜຸ່ມ, ສ້າງເປົ້າໝາຍການໃຊ້ຊີວິດເພື່ອໃຫ້ກາຍເປັນຊາວໜຸ່ມທີ່ດີຂອງຊາດ, ສ້າງຄວາມຫ້າວຫັນອັນເປັນຈິດໜື່ງໃຈດຽວ ແລະ ກະຕຸກຊຸກຍູ້ຊາວໜຸ່ມລາວສ້າງຜົນງານທີ່ດີໃຫ້ແກ່ສັງຄົມ ແລະ ຍັງໄດ້ເຕົ້າໂຮມເອົາກຳລັງແຮງຊາວໜຸ່ມທັງໝົດສ້າງຂະບວນການຟົດຟື້ນອອກແຮງງານອະນາໄມລວມຫໍພິພິຕະພັນ ປະທານ ໄກສອນ ພົມວິຫານໃຫ້ສະອາດງາມຕາເພື່ອຊົມເຊີຍສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ວັນສ້າງຕ້ັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.