ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປີ 2018-2019

ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປີ 2018-2019

ໃນວັນທີ 12-13 ກຸມພາ 2020, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດປີ 2018-2019 ຂື້ນຢູ່ທີ່ຫ້ອງປະຊຸມໃຫຍ່ ຄອສພ; ໂດຍການເປັນປະທານຂອງ ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າໂຄສະນາອົບຮົມສູນ ກາງພັກ; ເຂົ້າຮ່ວມມີ: ບັນດາເລຂາ, ຮອງເລຂາຄະນະພັກກະຊວງ,ອົງການອ້ອມຂ້າງສູນກາງ, ຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ຫົວໜ້າກົມ, ຮອງກົມຢູ່ຂັ້ນສູນກາງ, ຫົວໜ້າ, ຮອງຫົວໜ້າ ຄະນະໂຄສະ ນາອົບຮົມແຂວງ, ຫົວໜ້າພະແນກ, ຮອງພະແນກ, ຜູ້ທີ່ເຮັດວຽກງານການເມືອງ-ແນວຄິດ ຕະຫຼອດຮອດພະນັກງານຄະນະໂຄສະນາອົບຮົມຂັ້ນສູນກາງ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ ໄດ້ລາຍງານການເຄື່ອນໄຫວການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງໂຄສະນາອົບຮົມໃນໄລຍະ 2 ປີຜ່ານມາ ແລະ ທິດທາງໜ້າທີ່ຈຸດສຸມປີ 2020 ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງບັນດາປັດໃຈທີ່ເປັນກາລະໂອກາດ ແລະ ປັດໃຈທີ່ເປັນສິ່ງທ້າທ້າຍຕໍ່ວຽກງານໂຄສະນາອົບຮົມ, ດ້ານດີ ແລະ ຜົນງານເຊິ່ງສະແດງອອກໃນວຽກງານດ້ານຕ່າງໆເຊັ່ນ: ວຽກງານສັງລວມ-ຫາງສຽງສັງຄົມ, ວຽກງານຂໍ້ມູນຂ່າວສານ, ປັບປຸງຄຸນ ນະພາບຂອງວາລະສານໂຄສະນາ ແລະ ວາລະສານອະລຸນໃໝ່, ປັບປຸງກົງຈັກການຈັດຕັ້ງ, ກໍ່ສ້າງ ແລະ ຍົກລະ ດັບພະນັກງານທີ່ເຮັດວຽກງານໂຄສະນາແຕ່ລະຂັ້ນ, ການນໍາໃຊ້ກໍາລັງແຮງສັງລວມຂອງສັງຄົມ ແລະ ບັນດາຊັ້ນຄົນເຂົ້າໃນການເຮັດວຽກງານໂຄສະນາອົບຮົມ, ການພົວພັນຮ່ວມມືກັບອົງການທີ່ເຮັດວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດຂອງປະເທດເພື່ອນມິດຍຸດທະສາດ, ຄຽງຄູ່ກັບດ້ານດີນັ້ນກໍຍັງມີຈຸດອ່ອນ-ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂການຊຸກຍູ້ວຽກງານປຸກລະດົມຂະບວນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດຂອງຊາດ, ຄົ້ນຄວ້າແນວທາງ, ແຜນນະໂຍບາຍໃນຂົງເຂດວຽກງານການເມືອງ-ແນວຄິດເຂົ້າສູ່ຊີວິດຕົວຈິງໃນທົ່ວສັງຄົມຍັງບໍ່ທັນເລິກເຊິ່ງ ແລະ ທົ່ວເຖິງທຸກເປົ້າໝາຍ; ກໍາລັງແຮງຄວາມສາມາດ ແລະ ຄຸນນະພາບຂອງວຽກງານໂຄສະນາອົບຮົມບໍ່ທັນໄດ້ຍົກລະດັບໃຫ້ສູງຂື້ນເທົ່າທີ່ຄວນ ແລະ ບັນຫາຈຸດອ່ອນ-ຂໍ້ຄົງຄ້າງຈໍານວນໜຶ່ງຂອງວຽກງານໂຄສະນາອົບຮົມຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງເຖິງຖອງ ສະນັ້ນໃນກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນຄົ້ນຄ້ວາຕີລາຄາບັນດາປັດໃຈຕັ້ງໜ້າ ແລະ ຫຍໍ້ທໍ້ທີ່ສົ່ງຜົນກະທົບຕໍ່ແນວຄິດ ແລະ ບັນຫາທີ່ພົ້ນເດັ່ນທາງດ້ານການເຄື່ອນໄຫວຂອງວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ. ແນ່ໃສ່ເພື່ອເຮັດໃຫ້ວຽກງານໂຄສະນາອົບຮົມກາຍເປັນວຽກງານແຖວໜ້າ ແລະ ສອດຫ້ອຍໄປທົ່ວທຸກຂົງເຂດ; ພ້ອມນັ້ນ ກອງປະຊຸມຍັງໄດ້ຮັບຟັງການແລກປ່ຽນຄໍາຄິດຄໍາເຫັນຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມເພື່ອປະກອບໃສ່ຮ່າງບົດສະ ຫຼຸບວຽກງານໂຄສະນາອົບຮົມທົ່ວປະເທດ ປີ 2018-2019ໃຫ້ມີເນື້ອໃນເລີກເຊິ່ງ ແລະ ຮັດກຸ້ມກວ່າເກົ່າ.

ກອງປະຊຸມໄດ້ດຳເນີນມາຮອດວັນທີ 13 ກຸມພາ 2020 ໃນໂອກາດດັ່ງກວ່າໄດ້ຮັບຟັງການໂອ້ລົມຂອງສະ ຫາຍ ປອ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປລາວ. ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ຂອງ ຄະນະໂຄສະນາອົບຮົມໃນໄລຍະ 2 ປີຜ່ານມາ ພ້ອມທັງເນັ້ນໜັກ 5 ບັນຫາສໍາຄັນທີ່ຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ປັບປຸງແກ້ໄຂແນ່ໃສ່ເພື່ອເຮັດໃຫ້ວຽກງານໂຄສະນາອົບຮົມມີຄວາມເຂັ້ມແຂງ ແລະ ມີບາດກ້າວໃໝ່ຢ່າງຈະແຈ້ງຄື:

  1. ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຕ່ລະຂັ້ນຕ້ອງປິ່ນອ້ອມ ແລະ ສ້າງການຫັນປ່ຽນອັນແຂງແຮງຮອບດ້ານ ໂດຍສະເພາະແມ່ນໃນດ້ານຈິນຕະນາການ, ຖ້າບໍ່ມີຄວາມຮັບຮູ້ເຂົ້າໃຈ ຫຼື ຕື່ນຕົວແທ້ບັນຫາທີ່ຕັ້ງຂຶ້ນໃນກອງປະຊຸມ 3 ຂັ້ນຂອງພັກ ບໍ່ວ່າຈະເປັນທາງດ້ານເນື້ອໃນ, ບຸກຄະລາກອນ, ແຜນພັດທະນາກໍຍາກທີ່ຈະບັນລຸໄດ້.
  2. ຕ້ອງສຸມໃສ່ວຽກງານໂຄສະນາສຶກສາອົບຮົມຕ້ານ, ຕີຖອຍບັນດາປະກົດການຫຍໍ້ທໍ້ຢູ່ພາຍໃນພັກ ແລະ ໃນສັງຄົມ ຕິດພັນກັບການສ້າງສະຕິເຄົາລົບປະຕິບັດລັດຖະທໍາມະນູນ, ກົດໝາຍ, ກົດລະບຽບຂອງພັກ ພ້ອມກັນນັ້ນກໍຕອບໂຕ້ຖ້ອຍທໍານອງຂອງກຸ່ມຄົນບໍ່ດີທີ່ສວຍໃຊ້ບາງປະກົດການຫຍໍ້ທໍ້ໂຄສະນາບິດເບືອນ, ໃສ່ຮ້າຍ, ໂຈມຕີຕໍ່ການນໍາພາຂອງພັກ.
  3. ຄະນະໂຄສະນາອົບຮົມສູນກາງພັກຕ້ອງຮ່ວມມືກັບບັນດາພາກສ່ວນກ່ຽວຂ້ອງຄົ້ນຄວ້າທິດສະດີ ແລະ ພຶດຕິກໍາຂອງພັກ, ຄົ້ນຄວ້າປະຫວັດການເຄື່ອນໄຫວຂອງບັນດາທ່ານຜູ້ນໍາ ພ້ອມທັງເອົາໃຈໃສ່ເຜີຍແຜ່ອອກສູ່ສັງ ຄົມໃຫ້ກວ້າງຂວາງປະກອບສ່ວນປັບປຸງຄວາມເຂັ້ມແຂງໃນຂົງເຂດວຽກງານການເມືອງຂອງພັກ.
  4. ປັບປຸງກົງຈັກການຈັດຕັ້ງຂອງຄະນະໂຄສະນາອົບຮົມ ແຕ່ສູນກາງຮອດທ້ອງຖິ່ນໃຫ້ມີຄວາມໜັກແໜ້ນ, ເຂັ້ມ ແຂງສົມຄູ່ກັບພາລະບົດບາດ ແລະ ຄວາມສໍາຄັນຂອງວຽກງານໂຄສະນາອົບຮົມ, ເອົາໃຈໃສ່ສ້າງ ແລະ ຍົກລະ ດັບຖັນແຖວພະນັກງານທີ່ເຮັດວຽກງານໂຄສະນາຂອງພັກຢ່າງເປັນລະບົບ, ຕໍ່ເນື່ອງ ແລະ ຖືສໍາຄັນໃນການສ້າງຖັນແຖວພະນັກງານວິຊາການທີ່ມີຄວາມຮູ້ຄວາມສາມາດ, ຊໍານານດ້ານຕ່າງໆເປັນຕົ້ນແມ່ນນັກຄົ້ນຄວ້າທາງດ້ານການຂີດຂຽນ, ນັກໂຄສະນາປາຖະກະຖາ.
  5. ປັບປຸງລະບົບກົນໄກປະສານງານລະຫວ່າງຄະນະໂຄສະນາອົບຮົມສູນກາງພັກ ກັບ ຄະນະພັກບັນດາກະຊວງ-ອົງການຕ່າງໆຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນໃຫ້ກົມກຽວ ແລະ ວ່ອງໄວ, ສຶກສາອົບຮົມການເມືອງແນວຄິດຂອງພະນັກງານລັດຖະກອນ ຕະຫຼອດຮອດປະຊາຊົນບັນດາເຜົ່າ.

ໃນຕອນທ້າຍຂອງພິທີ ທ່ານ ປອ ຄໍາພັນ ພົມມະທັດ ໄດ້ຂຶ້ນກ່າວຢືນຢັນ ແລະ ກ່າວປິດກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ທຸກສະຫາຍ ພ້ອມກັນເອົາໃຈໃສ່ສຶບຕໍ່ຄົ້ນຄວ້າເຊື່ອມຊຶມ ກໍາແໜ້ນບັນດາເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ເພື່ອເອົານໍາໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງຂອງຕົນໃຫ້ມີປະສິດ ທິຜົນສູງສຸດ ແລະ ຖືເອົາວຽກງານໂຄສະນາອົບຮົມເປັນວຽກສໍາຄັນ, ເປັນວຽກຫຼັກ ເປັນວຽກງານແຖວໜ້າໃນຂົງເຂດວຽກງານການເມືອງແນວຄິດ.

ຂຽນໂດຍ: ນາງ ສົມພິນິດ ວົງສົມບັດ