ກອງປະຊຸມເຊື່ອມຊືມ ແລະ ຜັນຂະຫຍາຍນິຕິກຳທີ່ສຳຄັນຂອງພັກ-ລັດ

ກອງປະຊຸມເຊື່ອມຊືມ ແລະ ຜັນຂະຫຍາຍນິຕິກຳທີ່ສຳຄັນຂອງພັກ-ລັດ

 ໃນຕອນເຊົ້າວັນທີ 14 ກຸມພາ 2020 ຜ່ານມາ ທີ່ຫ້ອງວ່າການສູນກາງພັກໄດ້ຈັດກອງປະຊຸມເຊື່ອມຊືມ ແລະ ຜັນຂະຫຍາຍນິຕິກຳທີ່ສຳຄັນຂອງພັກ-ລັດ ໃຫ້ກຽດເປັນປະທານກອງປະຊຸມ ໂດຍທ່ານ ປອ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ເຂົ້າຮ່ວມມີ: ທ່ານ ປອ ຄຳ​ພັນ ພົມ​ມະ​ທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວ­ໜ້າ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ​ສູນ​ກາງ​ພັກ, ບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ການນຳຂັ້ນສູງຂອງຂັ້ນສູນກາງ, ທ້ອງຖິ່ນ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່ 7 ເອກະສານສຳຄັນດັ່ງນີ້:

  1. ຂໍ້ຕົກລົງສອງກົມການເມືອງລາວ-ຫວຽດນາມ ປະຈຳປີ 2020.
  2. ຜົນກອງປະຊຸມສຸດຍອດ ຄັ້ງທີ 12 ລະຫວ່າງ ພັກ ປປລາວ ແລະ ພັກປະຊາຊົນກຳປູເຈຍ.
  3. ຂໍ້ຕົກລົງຄັ້ງທີ 42 ຂອງຄະນະກຳມະການຮ່ວມື ລາວ-ຫວຽດນາມ ແລະ ບັນດາສັນຍາຮ່ວມມື ລະຫວ່າງ ສອງລັດຖະບານ.
  4. ຄຳສັ່ງກົມການເມືອງສູນກາງພັກກ່ຽວກັບການກະກຽມ ແລະ ສະເຫຼີມສະຫຼອງບັນດາວັນສຳຄັນປະຫວັດສາດລະດັບຊາດໃນປີ 2020.
  5. ຜົນສຳເລັດຂອງການຢ້ຽມຢາມສປ ຈີນຢ່າງເປັນທາງການຂອງ ສະຫາຍ ນາຍົກລັດຖະມົນຕີແຫ່ງສ ປປລາວ.
  6. ຂໍ້ຕົກລົງກ່ຽວກັບການສ້າງຄູ່ຮ່ວມສະຕາກຳລາວ-ຈີນ.
  7. ຂອບການຮ່ວມມືວ່າດ້ວຍການຮ່ວມກັນພັດທະນາແລວທາງເສດຖະກິດລາວ-ຈີນ(2019-2030)

ໃນກອງປະຊຸມຍັງໄດ້ສະຫຼຸບຜົນການເຄື່ອນໄຫວວຽກງານຕ່າງປະເທດຂອງການນຳພັກ-ລັດໃນປີ 2019 ແລະ ຕົ້ນປີ 2020 ເປັນຕົ້ນ ບັນດາຜົນສຳເລັດຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ສສ ຫວຽດນາມ, ສປ ຈີນ ແລະ ລາຊະອານາຈັກກຳປູເຈຍ ຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ກ່ຽວກັບການສະເຫຼີມສະຫຼອງວັນປະຫວັດສາດສຳຄັນຂອງຊາດ-ຂອງພັກໃນປີ 2020 ເພື່ອໃຫ້ຄະນະພັກ, ກະຊວງອົງການ ແລະ ທ້ອງຖິ່ນໄດ້ເຊື່ອມຊຶມກຳແໜ້ນ ແລະ ຈັດຜັນຂະຫຍາຍບັນດາຂໍ້ຕົກລົງການພົວພັນຮ່ວມມືແຕ່ລະຂົງເຂດວຽກງານກໍຄືໂຄງການຕ່າງໆກັບປະເທດເພື່ອນມິດໃຫ້ເຂົ້າສູ່ຕົວຈິງ ແລະ ມີປະສິດທິຜົນສູງ ທັງເຮັດໃຫ້ກະກຽມສະເຫຼີມສະຫຼອງວັນສຳຄັນປະຫວັດສາດ ໂດຍສະເພາະວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ, ວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຄົບຮອບ 100 ປີ ແລະ ວັນສຳຄັນອື່ນໆ.ນອກນັ້ນ ເພື່ອເປັນການສືບຕໍ່ບຸກທະລຸທາງດ້ານແນວຄິດຈິນຕະນາການ, ເພື່ອສ້າງຄວາມາຮັບຮູ້ ເຂົ້າໃຈທີ່ເປັນເອກະພາບທາງດ້ານຫຼັການ, ການພັດທະນາທິດຊີ້ນຳຂອງພັກ, ວຽກງານຈຸດສຸມທີ່ຈະປະຕິບັດໃນຕໍ່ໜ້າ ເຊີ່ງຈຳຕ້ອງເພີ່ມທະວີການຊີ້ນຳຊຸກຍູ້ການຈັດຕັ້ງປະຕິບັດໃຫ້ເຂົ້າສູ່ລວງເລິກແທດຕົວຈິງ, ຜັນຂະຫຍາຍໃຫ້ສອດຄ່ອງຕາມທິດຊີ້ນຳລວມຂອງສູນກາງພັກໃຫ້ມີຄວາມວ່ອງໄວ ແລະ ທັນການ, ເອົາໃຈໃສ່ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 , ກະກຽມດຳເນີນກອງປະຊຸມໃຫຍ່ຂອງບັນດາອົງຄະນະພັກຢູ່ຂັ້ນສູນກາງ, ທ້ອງຖີ່ນ ແລະ ນະຄອນຫຼວງວຽງຈັນ ໃຫ້ສຳເລັດເພື່ອກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.

 ໃນກອງປະຊຸມ ທ່ານ ປອ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວໄດ້ເນັ້ນໃຫ້ບັນດາການນຳຂັ້ນສູງແຕ່ລະຂັ້ນເອົາໃຈພົວພັນຮອບດ້ານນຳປະເທດເພື່ອນມິດຍຸດທະສາດ, ສືບຕໍ່ຈັດຕັ້ງປະຕິບັດແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືອັນສະເໝີຕົ້ນສະເໝີປາຍ, ເປັນເຈົ້າການໃນການເຊື່ອມໂຍງກັບພາກພື້ນ-ສາກົນຢ່າງຕັ້ງໜ້າ, ສືບຕໍ່ເພີ່ມທະວີເສີມຂະຫຍາຍມູນເຊື້ອມິດຕະພາບທີ່ຍິ່ງໃຫຍ່ຄວາມສາມັກຄີພິເສດໃນການຮ່ວມມືຮອບດ້ານນຳປະເທດເພື່ອນມິດຍຸດທະສາດ. ນອກນັ້ນ ທ່ານໄດ້ເນັ້ນໃຫ້ບັນດາການນຳຂັ້ນສູງຍົກສູງປະຕິບັດວຽກງານທີ່ລັດຖະບານມອບໝາຍໃຫ້ປະສົບຜົນສຳເລັດໂດຍການຢຶດໝັ້ນຫຼັກການສູນລວມປະຊາທິປະໄຕເພື່ອຜົນປະໂຫຍດຂອງຊາດກໍຄືຂອງປະຊາຊົນລາວ.

ໂດຍ: ຄອນສະຫວັນ ເນົາວະລັງສີ