ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຄອສພ ຄັ້ງທີ VII

ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຄອສພ ຄັ້ງທີ VII

      ໃນວັນທີ 18 ກຸມພາ 2020 ຜ່ານມາ, ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VII ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ; ໃຫ້ກຽດເຂົ້າຮ່ວມໂດຍ: ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສະຫະພັນແມ່ຍິງລາວ, ມີຄະນະພັກ ຄອສພ, ຕາງໜ້າອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບ ຮົມສູນກາງພັກ, ຄະນະບໍລິຫານງານສະຫະພັນແມ່ຍິງຄອສພ, ແຂກຖືກເຊີນພ້ອມດ້ວຍສະມາຊິກສະຫະພັນແມ່ຍິງທົ່ວ ຄອສພ ເຂົ້າຮ່ວມທັງໝົດ 77 ສະຫາຍ.

ໃນກອງປະຊຸມທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ, ປະທານສະຫະພັນແມ່ຍິງ ຄອສພ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຄອສພ ຄັ້ງທີ VI (2013-2019) ແລະ ກ່າວເປີດກອງປະຊຸມຢ່າງເປັນທາງ ການ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຜົນງານ ແລະ ການເຄື່ອນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງ ສະຫະພັນແມ່ຍິງ ຄອສພ ໃນໄລຍະ 6 ປີຜ່ານມາ , ທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານໃນ 5 ປີ (2020-2024); ໃນຕະຫຼອດໄລຍະ 6 ປີ ສະມາຊິກສະຫະພັນແມ່ຍິງ ໄດ້ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດ ຊອບສູງ, ຕັ້ງໜ້າປັບປຸງກໍ່ສ້າງ ແລະ ພັດທະນາອົງການຈັດຕັ້ງສະຫະພັນແມ່ຍິງໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ ແລະ ມີຄວາມໜັກແໜ້ນ ເຂັ້ມແຂງຂຶ້ນເປັນກ້າວໆ, ໄດ້ເອົາໃຈໃສ່ປຸກລະດົມຊຸກຍູ້, ເປັນເຈົ້າການໃນການຄົ້ນຄວ້າເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ບັນດາມະຕິສູນກາງພັກ ສະໄໝທີ IX , X ກໍຄືລັດຖະທໍາມະນູນ, ກົດ ໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ 5ປີ ຄັ້ງທີ VIII ຂອງລັດ; ພ້ອມທັງປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກໍ່ສ້າງເພດຍິງ, ວຽກງານພັດທະນາຊີວິດການເປັນຢູ່ເພື່ອແກ້ໄຂຄວາມທຸກ ຍາກຂອງຄອບຄົວ ໄປຄຽງຄູ່ກັບພາລະກິດປົກປັກຮັກສາ, ສ້າງສາປະເທດຊາດ ແລະ ວຽກງານ ນະໂຍບາຍ-ຍ້ອງ ຍໍ, ດ້ວຍຄວາມເອົາໃຈໃສ່ຢ່າງສູງເຊິ່ງສາມາດຈັດປະເພດໄດ້ດັ່ງນີ້:

  • ປີ 2016 ສາມາດຄັດເລືອກບຸກຄົນ 3 ດີປະເພດ I ມີ 75 ສະຫາຍ; ປະເພດ II ມີ 3 ສະ ຫາຍ.
  • ປີ 2017 ສາມາດຄັດເລືອກບຸກຄົນ 3 ດີປະເພດ I ມີ 75 ສະຫາຍ; ປະເພດ II ມີ 3 ສະ ຫາຍ.
  • ປີ 2018 ສາມາດຄັດເລືອກບຸກຄົນ 3 ດີປະເພດ I ມີ 75 ສະຫາຍ; ປະເພດ II ມີ 4 ສະ ຫາຍ.
  • ປີ 2019 ສາມາດຄັດເລືອກບຸກຄົນ 3 ດີປະເພດ I ມີ 74 ສະຫາຍ; ປະເພດ II ມີ 5 ສະ ຫາຍ.

ກອງປະຊຸມໄດ້ຮັບຮອງເອົາຮ່າງບົດລາຍງານການເມືອງຢ່າງເປັນເອກະສັນ ຂອງສະພັນແມ່ຍິງ ຄອສພ ໃນໄລຍະ 6 ປີ ດັ່ງກ່າວເຊິ່ງເປັນການຢັ້ງຢືນເຖິງຜົນສໍາເລັດໃນການປະກອບສ່ວນທີ່ສໍາຄັນ ຂອງອົງການຈັດຕັ້ງສະ ຫະພັນແມ່ຍິງເຂົ້າໃນຜົນສໍາເລັດຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 4 ຂອງອົງຄະນະພັກ ຄອສພ, ມະຕິກອງປະຊຸມໃຫຍ່ຄັ້ງທີ X ພັກ, ກອງປະຊຸມໃຫຍ່ຍັງໄດ້ຄົ້ນຄວ້າປຶກສາຫາລື ແລະ ເປັນເອກະພາບຮັບຮອງເອົາທິດທາງ ແລະ ໜ້າທີ່ລວມ ໃນການພັດທະນາສະຫະພັນແມ່ຍິງ ຄອສພ ໃນ 5 ປີຕໍ່ໜ້າ ໂດຍສຸມໃສ່ເພີ້ມທະວີຄວາມສາມັກຄີເປັນປຶກແຜ່ນ, ສ້າງ ແລະ ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ຄຽງຄູ່ກັບດ້ານດີ ແລະ ຜົນງານດັ່ງກ່າວກໍຍັງມີດ້ານອ່ອນຂໍ້ຄົງຄ້າງຈໍານວນໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸຸງແກ້ ໄຂ ໂດຍສະເພາະແມ່ນການຄົ້ນຄວ້າຮໍ່າຮຽນຍົກລະດັບທາງດ້ານທິດສະດີການເມືອງ-ແນວຄິດ, ແນວທາງນະໂຍ ບາຍຂອງພັກ, ມະຕິ, ຄໍາສັ່ງ ແລະ ລະບຽບກົດໝາຍຂອງລັດ, ການສູ້ຊົນບຸກບືນພັດທະນາຕົນເອງຂອງສະມາ ຊິກຍັງບໍ່ເຂັ້ມແຂງ, ຄວາມຮັບຜິດຊອບຕໍ່ການປະຕິບັດພາລະບົດບາດ, ໜ້າທີ່ຕິດພັນກັບຂໍ້ແຂ່ງຂັນ 3 ດີບໍ່ທັນສູງ,        ສະນັ້ນຈຶ່ງເຮັດໃຫ້ຜົນໄດ້ຮັບຂອງທຸກວຽກງານບໍ່ທັນສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງ ການຂອງວຽກງານໃນໄລຍະໃໝ່; ຫຼັງຈາກນັ້ນຄະນະສະຫະພັນແມ່ຍິງ ຄອສພ ຊຸດເກົ່າ ໄດ້ຂຶ້ນກ່າວລາໜ້າທີ່ ແລະ ປ່ອນບັດຄັດເລືອກເອົາຄະນະສະຫະພັນແມ່ຍິງ ຄອສພ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກເລືອກຕັ້ງເປັນຄະນະສະ ຫະພັນແມ່ຍິງ ຄອສພ ຊຸດໃໝ່ 7 ສະຫາຍ, ໃນນັ້ນໃຫ້ເລືອກເອົາຄະນະສະຫະພັນແມ່ຍິງ ຄອສພ ຊຸດໃໝ່ 5 ສະ ຫາຍ, ຜ່ານການປ່ອນບັດເລືອກຕັ້ງບັນດາສະມາຊິກສະຫະພັນແມ່ຍິງ ຄອສພ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມທີ ແລະ ເລືອກໄດ້ 5 ສະຫາຍຄື:

ຄະນະສະຫະພັນແມ່ຍິງ ຄອສພ ຊຸດເກົ່າ

ຄະນະສະຫະພັນແມ່ຍິງ ຄອສພ ຊຸດໃໝ່

  1. ທ່ານ ນາງ ພວງມະລີ ອັກຄະມຸນຕີ ເປັນປະທານສະຫະພັນແມ່ຍິງ ຄອສພ.
  2. ທ່ານ ນາງ ຈັນສຸກ ພິມມະວັນ ເປັນຮອງປະທານ
  3. ທ່ານ ນາງ ມອນສະຫວັນ ແສນໄຕ ເປັນຮອງ ແລະ ເປັນປະທານກວດກາສະຫະພັນແມ່ຍິງ ຄອສພ.
  4. ທ່ານ ນາງ ຈັນທະວົງ ຫຼວງລາດ ເປັນຄະນະສະຫະພັນແມ່ຍິງ ຄອສພ.
  5. ທ່ານ ນາງ ຫຼ້າຊ້ອຍ ກອງແກ້ວມະນີວົງ ເປັນຄະນະສະຫະພັນແມ່ຍິງ ແລະ ເປັນຮອງປະທານກວດກາສະຫະພັນແມ່ຍິງ ຄອສພ.

ເພື່ອເປັນການຢືນຢັນຕໍ່ຜົນງານ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງ ສະຫະພັນແມ່ຍິງ ຄອສພ ຍາດມາໄດ້ໃນໄລຍະ 6 ປີຜ່ານມານັ້ນ ກອງປະຊຸມຍັງໄດ້ຟັງການໂອ້ລົມ ແລະ ມີຄໍາເຫັນຂອງ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງລາວ ແລະ ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕໍ່ກອງປະຊຸມກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງ ສະຫະພັນແມ່ຍິງ ຄອສພ ຕະຫຼອດໄລຍະ 6 ປີຜ່ານມາ, ເຊິ່ງເປັນໝາກຜົນອັນໃຫຍ່ຫຼວງໃນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິ ບັດໜ້າທີ່ວຽກງານທາງດ້ານການເມືອງ-ແນວຄິດ, ເວົ້າລວມ ເວົ້າສະເພາະກໍຄືວຽກງານຂອງໂຄ ສະນາອົບຮົມ ພ້ອມນັ້ນທ່ານ ຍັງໄດ້ເນັ້ນ ໜັກໃຫ້ສະມາຊິກສະຫະພັນແມ່ຍິງທຸກສະຫາຍ ສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍ ບາຍຂອງພັກ, ມະຕິຄໍາສັ່ງຕ່າງໆຂອງສູນກາງພັກ, ຂອງສູນກາງສະຫະ ພັນແມ່ຍິງລາວ, ສືບຕໍ່ເສີມຂະຫຍາຍ ແລະ ຮັກສາມູນເຊື້ອ, ຮີດຄອງປະເພນີອັນດີງາມຂອງແມ່ຍິງລາວ, ພັດທະ ນາຕົນເອງ, ບຸກບືນຫ້າວ ຫັນຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະຂອງຕົນ ແລະ ເອົາໃຈໃສ່ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ເປັນເຈົ້າການສືບຕໍ່ປະສານງານ ກັບ ສູນກາງສະຫະ ພັນແມ່ຍິງລາວ, ບັນດາກະຊວງອົງ ການອ້ອມຂ້າງ, ເອົາໃຈໃສ່ປະຕິບັດຕົນຕາມເນື້ອໃນຄໍາຂວັນ 3 ດີ, ຕິດພັນກັບຂະບວນຮັກຊາດ ແລະ ພັດທະນາ ໃຫ້ໄດ້ຮັບໝາກຜົນສູງສຸດ.

ຂຽນໂດຍ: ນາງ ສົມພິນິດ ວົງສົມບັດ