ຄະນະໂຄສະນາອົບຮົມສູນກາງພັກຈັດພິທີປາຖະກະຖາວັນສ້າງຕັ້ງອົງການກາແດງລາວຄົບຮອບ 65 ປີ.

ຄະນະໂຄສະນາອົບຮົມສູນກາງພັກຈັດພິທີປາຖະກະຖາວັນສ້າງຕັ້ງອົງການກາແດງລາວຄົບຮອບ 65 ປີ.

ໃນຕອນເຊົ້າວັນທີ 24 ທັນວາ 2019 ທີ່ຫ້ອງປະຊຸມໃຫຍ່ຂອງຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງອົງການກາແດງ ລາວຄົບຮອບ 65 ປີ( 01 ມັງກອນ1955 – 01 ມັງກອນ 2020)ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາເຈນ ວົງໂພສີ ກຳມະການສູນກາງພັກ ຮອງ ເລຂາຄະ ນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໃຫ້ກຽດປາຖະກະຖາໂດຍ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ມີ: ຄະນະພັກ, ພະນັກງານຫຼັກແຫຼ່ງຈາກກະຊວງອົງການອ້ອມຂ້າງສູນກາງ ແລະ ພະນັກງານທົ່ວ ຄອສພ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ໄດ້ຍົກໃຫ້ເຫັນ: ຂະບວນການກາແດງສາກົນ, ການກຳເນີດເຕີມໃຫຍ່ຂະ ຫຍາຍຕົວຂອງອົງການກາແດງລາວ, ຄວາມໝາຍຄວາມສຳຄັນຂອງອົງການກາແດງທີ່ໃຫ້ການຊ່ວຍເຫຼືອຊີວິດ ຂອງມວນມະນຸດໃນຕະຫຼອດໄລຍະທີ່ ຜ່ານມາ, ຜົນງານທີ່ພົ້ນເດັ່ນຕະຫຼອດໄລຍະ 65 ປີຜ່ານມາ; ການຕັ້ງໜ້າເສີມຂະຫຍາຍພາລະບົດບາດ-ໜ້າທີ່ຂອງອົງການກາແດງລາວທີ່ ເປັນເສນາ ທິການໃຫ້ແກ່ລັດຖະບານ ໃນການປະຕິບັດວຽກງານ ບັນເທົາທຸກໃຫ້ແກ່ປະຊາຊົນ ຜູ້ທຸກຍາກຂາດເຂີນ, ຜູ້ປະສົບໄພພິບັດ ຕ່າງໆ, ປົກປັກຮັກສາ ສົ່ງ ເສີມສຸຂະພາບ ຂັ້ນພື້ນຖານ ຈັດຕັ້ງປະຕິບັດວຽກງານ ການບໍລິຈາກເລືອດ, ການສະໜອງເລືອດທີ່ປອດໄພໃຫ້ແກ່ສັງຄົມ ແລະ ສົ່ງເສີມຄຸນຄ່າ ດ້ານ ມະນຸດສະທຳ, ຂົນຂວາຍ ແຫລ່ງທຶນ ແລະ ອາສາສະໝັກກາແດງ ເພື່ອປະກອບສ່ວນເຂົ້າ ໃນວຽກງານມະນຸດສະທຳຕາມ 7 ຫລັກການພື້ນຖານ ຂອງ ຂະບວນການກາແດງສາກົນວາງອອກ. ນອກນັ້ນ ທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ໂຄສະນາອົບຮົມ ປູກຈິດສຳນຶກ ໃຫ້ສະມາຊິກພັກ, ພະນັກງານ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດໃຫ້ເຂົ້າໃຈເລິກເຊິ່ງຕໍ່ວຽກງານເພື່ອຊ່ວຍເຫຼືອມະນຸດສະທຳຂອງອົງການກາແດງລາວ, ສ້າງໂອກາດ ແລະ ເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າມີສ່ວນຮ່ວມເຂົ້າໃນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ, ເພີ່ມທະວີການພົວພັນຮ່ວມມືກັບຂະບວນການ ກາແດງສາກົນ ແລະ ຮຽກຮ້ອງໃຫ້ໝົດທຸກຄົນເປັນເຈົ້າການປະກອບສ່ວນທາງດ້ານເຮື່ອແຮງ, ສະຕິປັນຍາ, ວັດຖຸສິ່ງຂອງ ແລະ ອຶ່ນໆ ເພື່ອຊ່ວຍເຫຼືອ ມະນຸດສະທຳຕໍ່ຜູ້ປະສົບໄພພິບັດ, ຜູ້ດ້ອຍໂອກາດ, ຜູ້ຮັບເຄາະຮ້າຍອຸບັດຕິເຫດໃຫ້ກາຍເປັນພະລັງແຮງ ສັງລວມທີ່ເຂັ້ມແຂງປະກອບສ່ວນເຂົ້າໃນວຽກ ງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຂຽນໂດຍ: ນາງ ສົມພິນິດ ວົງສົມບັດ