ພິທີແລກປ່ຽນບົດຮຽນກ່ຽວກັບວຽກງານເວັບໄຊລະຫວ່າງກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ກັບ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ, ຫ້ອງວ່າການສູນກາງພັກ

ພິທີແລກປ່ຽນບົດຮຽນກ່ຽວກັບວຽກງານເວັບໄຊລະຫວ່າງກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ກັບ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ, ຫ້ອງວ່າການສູນກາງພັກ

    ໃນວັນທີ 11 ມີນາ 2020 ທີ່ຜ່ານມານໄດ້ມີການພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານເວັບໄຊລະຫວ່າງ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ກັບ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜຸ້ນຳປະຕິວັດ ຫ້ອງວ່າການສູນກາງພັກ ມີ: ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ, ຮອງກົມ, ວິຊາການພະແນກໂຄສະນາຜ່ານສື່ເອເລັກໂຕຼນິກ, ທ່ານ ບຸນເຫຼັກ ສຸປີດີ ຫົວໜ້າພະແນກໂຄສະນາຂໍ້ມູນ-ຂ່າວສານ ຂອງກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜຸ້ນຳປະຕິວັດ ພ້ອມດ້ວຍວິຊາການເຂົ້າຮ່ວມ.
    ໃນພິທີ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ທາງກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜຸ້ນຳປະຕິວັດເຊິ່ງນຳໂດຍ ສະຫາຍ ບຸນເຫຼັກ ສຸປີດີ ຫົວໜ້າພະແນກໂຄສະນາຂໍ້ມູນ-ຂ່າວສານ ຂອງກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜຸ້ນຳປະຕິວັດ ພ້ອມດ້ວຍທີມງານ ເຫັນໄດ້ຄວາມສຳຄັນຂອງເວັບໄຊ ແລະ ໄດ້ມາຖອດຖອນບົດຮຽນວຽກງານດັ່ງກ່າວ ແລະ ໄດ້ຍົກໃຫ້ເຫັນສະພາບລວມກ່ຽວກັບການພັດທະນາເທັກໂນໂລຢີໃນຍຸກປັດຈຸບັນ, ຄວາມໝາຍຄວາມສຳຄັນ ແລະ ຄວາມຈຳເປັນໃນການສ້າງເວັບໄຊ. ຫຼັງຈາກນັ້ນ ພະແນກໂຄສະນາຜ່ານສື່ເອເລັກໂຕຼນິກກໍໄດ້ນຳສະເໜີຂັ້ນຕອນຕ່າງໆໃນການສ້າງເວັບໄຊ, ການບໍລິຫານຈັດການຈົນເຖີງຂອດການຈັດຕັ້ງປະຕິບັດ, ການອອກແບບ, ການເຊົ່າພື້ນທີ່ຝາກ ແລະ ບຸກຄະລາກອນເຂົ້າໃນໜ່ວຍງານເພື່ອຮ່ວມກັນຄົ້ນຄວ້າປຶກສາຫາລືກ້າວໄປສູ່ການສ້າງເວັບໄຊເປັນຂອງຕົນເອງ.
ຕອນທ້າຍພິທີ ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານຍົກໃຫ້ເຫັນຂອດຂອງການຊີ້ນຳ-ນຳພາຂອງວຽກງານເວັບໄຊ ແລະ ວິທີການສ້າງເວັບໄຊເຮົາຕ້ອງມີການກະກຽມຄວາມພ້ອມທາງດ້ານເຕັກນິກ ແລະ ບຸກຄະລາກອນ, ໂຄງສ້າງເວັບໄຊຄືແນວໃດ ພ້ອມກັບມີຖາມຄຳຖາມເຈາະຈິ້ມເພື່ອໃຫ້ເຂົ້າໃຈເລີກເຊິ່ງ ແລະ ໄດ້ແລກປ່ຽນບົດຮຽນນຳກັນທາງດ້ານການຊີ້ນຳ-ນຳພາກ່ຽວກັບວຽກງານເວັບໄຊ.
ຜ່ານການປຶກສາຫາລື ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ທັງສອງຝ່າຍເຫັນດີເປັນເອກະພາບນຳກັນດັ່ງນີ້:
• ທາງດ້ານການຊີ້ນຳ-ນຳພາ
• ງົບປະມານ
• ຂັ້ນຕອນການຈັດຕັ້ງປະຕິບັດ: ການອອກແບບ, ເຊົ່າພື້ນທີ່ ແລະ ບຸກຄະລາກອນຮັບຜິດຊອບ
    ບັນດາບັນຫາຂ້າງເທີງທາງພະແນກໂຄສະນາຜ່ານສື່ເອເລັກໂຕຣນິກຍີນດີຮ່ວມມືກັບຝ່າຍພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜຸ້ນຳປະຕິວັດສ້າງເວັບໄຊໃຫ້ເປັນຂອງຕົນ ແນ່ໃສ່ຍົກສູງທາງດ້ານວຽກງານຂອງຕົນໃຫ້ກ້າວທັນໃນຍຸກ 4.0.
ໂດຍ: ທ. ຄອນສະຫວັນ ເນົາວະລັງສີ