3 ອົງການຈັດຕັ້ງມະຫາຊົນຄະນະໂຄສະນາອົບຮົມສູນກາງພັກຮ່ວມກັນຈັດກິດຈະກຳບານເຕະຍິງ-ຊາຍເພື່ອຄຳນັບຮັບຕ້ອນກອງປະຊຸມໃຫຍ່ກຳມະບານ ຄອສພ ແລະ ວັນແມ່ຍິງສາກົນ


3 ອົງການຈັດຕັ້ງມະຫາຊົນຄະນະໂຄສະນາອົບຮົມສູນກາງພັກຮ່ວມກັນຈັດກິດ ຈະກຳບານເຕະຍິງ-ຊາຍເພື່ອຄຳນັບຮັບຕ້ອນກອງປະຊຸມໃຫຍ່ກຳມະບານ ຄອສພ ແລະ ວັນແມ່ຍິງສາກົນ
ໃນຕອນບ່າຍວັນທີ 28 ກຸມພາ 2020 ຜ່ານມາ 3ອົງການຈັດຕັ້ງມະຫາຊົນຄະນະໂຄສະນາອົບຮົມສູນກາງພັກໄດ້ຮ່ວມກັນຈັດກິດຈະກຳບານເຕະຍິງ-ຊາຍເພື່ອຄຳນັບຮັບຕ້ອນກອງປະຊຸມໃຫຍ່ກຳມະບານ ຄອສພ ແລະ ວັນແມ່ຍິງສາກົນວັນທີ 8 ມິນາ 2020 ຄົບຮອບ 110 ປີ ທີ່ເດີນເຕະບານແກ້ວດາລາໃຫ້ກຽດປະທານກ່າວເປີດພິທີໂດຍ ທ່ານ ຄຳເຄນ ຈັນທະວົງ ປະທານສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ຄະນະບໍລິຫານງານຊາວໜຸ່ມ, ແມ່ຍິງ ແລະ ສະມາຊິກກຳມະບານທັງໝົດ ຄອສພ.
ກ່ອນເລີ່ມການແຂ່ງຂັນປະທານກຳມະບານ ຄອສພ ໄດ້ມີຄຳເຫັນກ່າວຈຸດປະສົງຂອງການຈັດກິດຈະກຳໃນຄັ້ງນີ້ເຊິ່ງໄດ້ຍົກໃຫ້ເຫັນເຖິງການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ກຳມະບານ ຄອສພ ທັງເປັນການ ຫັດແໜ້ນຄວາມສາມັກຄີລະຫວ່າງກົມຕໍ່ກົມພາຍໃນ ຄອສພ. ການແຂ່ງຂັນໄດ້ແບ່ງເປັນ 4 ທີມຄື: ທີມຍິງ 2 ທີມ ແລະ ທີມຊາຍ 2 ທີມ.

ທີມຍິງ A
ທີມຍິງ B
ທີມຊາຍ A
ທີມຊາຍ B
ກົມ ຂໍ້ມູນຂ່າວສານ ຫ້ອງການ ຫ້ອງການ ກົມ ສັງລວມ
ກົມ ໂຄສະນາ ກົມ ຈັດຕັ້ງ-ພະນັກງານ ກົມ ຂໍ້ມູນຂ່າວສານ ກົມ ຈັດຕັ້ງ-ພະນັກງານ
ວາລະສານ ໂຄສະນາ ກົມ ສັງລວມ ກົມ ໂຄສະນາ ວາລະສານ ອະລຸ່ນໃໝ່
ວາລະສານ ອະລຸ່ນໃໝ່ ກົມ ອົບຮົມ ວາລະສານ ໂຄສະນາ ກົມ ອົບຮົມ

ຜ່ານການແຂ່ງຂັນເຫັນວ່າທີມຊາຍ A ແລະ ທີມຍິງB ເປັນຝ່າຍຊະນະ. ການສ້າງກິດຈະກຳຄັ້ງນີ້ ເຫັນວ່າມີບັນຍາກາດຟົດຟື້ນ ແລະ ສ້າງໄດ້ຄວາມສາມັກຄີຮັກແພງໃກ້ຊິດລະຫວ່າງກົມກັບກົມເພື່ອເປັນການກະຕຸກຊຸກຍູ້ໃນການການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ປະສົບຜົນສຳເລັດ.