ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ບ້ານໂຮມໄຊ ບ້ານແບບຢ່າງໃນການປູກຝັງ-ລ້ຽງສັດເປັນສິນຄ້າຂອງເມືອງສິງ ແຂວງຫລວງນໍ້າທາ.

ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ບ້ານໂຮມໄຊ ບ້ານແບບຢ່າງໃນການປູກຝັງ-ລ້ຽງສັດເປັນສິນຄ້າຂອງເມືອງສິງ ແຂວງຫລວງນໍ້າທາ.

    ໃນລະຫວ່າງວັນທີ 15-16 ກໍລະກົດ 2020 ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນ້ຳທາ ເພື່ອຕິດຕາມຊຸກຍູ້ການສ້າງຂະບວນການດ້ານຕ່າງໆ ເພື່ອເປັນຜົນງານຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິບັດວັດລາວ. ນອກຈາກຮັບຟັງການລາຍງານຈາກພາກສ່ວນຕ່າງໆຂອງແຂວງແລ້ວ ທ່ານພ້ອມຄະນະ ໄດ້ລົງໄປຢ້ຽມຢາມ ແລະ ຊຸກຍູ້ຂະບວນການຜະລິດເປັນສິນຄ້າຢູ່ບ້ານໂຮມໄຊ ເຊີ່ງເປັນບ້ານແບບຢ່າງໃນການປູກ ຝັງ-ລ້ຽງສັດເປັນສິນຄ້າຂອງເມືອງສີງ ທີ່ຂຶ້ນກັບກຸ່ມບ້ານຂວາງ, ມີທີ່ຕັ້ງຫ່າງຈາກເທດສະບານເມືອງສິງ 6,5 ກິໂລແມັດ. ບ້ານດັ່ງກ່າວ ສ້າງຕັ້ງມາແຕ່ປີ 2003 ໂດຍຍ້າຍມາຈາກບ້ານຈາເຂີນ, ກຸ່ມຈຽງແຂງ. ປັດຈຸບັນ ມີ 150 ຫລັງຄາເຮືອນ 186 ຄອບຄົວ. ພົນລະເມືອງທັງໝົດ 819 ຄົນ, ຍິງ 419 ຄົນ. ອາຊີບຕົ້ນຕໍຂອງປະຊາຊົນແມ່ນປູກຝັງ ແລະ ລ້ຽງສັດ. ບ້ານດັ່ງກ່າວສາມາດລຶບລ້າງຄວາມທຸກຍາກຂອງປະຊາຊົນພາຍໃນບ້ານໄດ້ແລ້ວ 95% ຂອງຈໍານວນຄອບຄົວທັງໝົດ ຍ້ອນອົງ ການປົກຄອງບ້ານຖືເອົາການຊຸກຍູ້ສົ່ງເສີມປະຊາຊົນປູກຝັງ-ລ້ຽງສັດ ເປັນສິນຄ້າ ແລະ ເປັນອາຊີບຕົ້ນຕໍ ຕາມທ່າແຮງບົມຊ້ອນທີ່ປະຊາຊົນເຄີຍມີມູນເຊື້ອໃນດ້ານນີ້ມາແຕ່ດົນນານແລ້ວ.

ໃນໂອກາດນີ້ ທ່ານ ແລະ ຄະນະ ໄດ້ຮັບຟັງການລາຍງານຈາກຜູ້ຕາງໜ້າຄະນະພັກ ແລະ ອົງການປົກຄອງບ້ານດັ່ງກ່າວ ກ່ຽວກັບສະພາບການຊີ້ນໍາ ພັດທະນາເສດຖະກິດ-ສັງຄົມຂອງບ້ານໃນແຕ່ລະດ້ານທີ່ຍາດມາໄດ້ ໃນນີ້ ສະເພາະດ້ານເສດ ຖະກິດ, ຄະນະພັກ ແລະ ອົງການປົກຄອງບ້ານ ໄດ້ຊີ້ນໍາ ພາປະຊາ ຊົນເຮັດນາ, ເຮັດສວນ, ລ້ຽງສັດ, ຄ້າຂາຍ ແລະ ບໍລິການອື່ນຯ ເພື່ອສ້າງລາຍຮັບໃຫ້ຄອບຄົວ, ໃນນີ້ ພົ້ນເດັ່ນແມ່ນການປູກຝັງ-ລ້ຽງສັດ, ທົ່ວບ້ານມີນາເຟືອງ 15 ເຮັກ ຕາ, ຜະລິດເຂົ້າເປືອກໄດ້ເກືອບ 20 ໂຕນຕໍ່ປີ, ປູກຢາງພາລາ 33 ເຮັກຕາ ສາມາດຜະລິດຢາງໄດ້ 35ໂຕນຕໍ່ປີ, ອ້ອຍ 360 ເຮັກຕາ ສາມາດຈໍາໜ່າຍອອກສູ່ ສປ. ຈີນ ໄດ້ 28,800 ໂຕນຕໍ່ປີ, ມີງົວ 952 ໂຕ, ຄວາຍ 367 ໂຕ, ໝູ 203 ໂຕ, ສັດປີກ 210 ໂຕ, ໜອງປາ 5 ໜອງ, ສ້າງກອງທຶນລວມຂອງບ້ານໄດ້ 130.000.000 ກີບ ແລະ ສ້າງຄອບຄົວຕົວແບບດ້ານການປູກ-ການລ້ຽງໄດ້ 7 ຄອບຄົວ.

ປັດຈຸບັນ ປະຊາຊົນບ້ານໂຮມໄຊ ມີເຮືອນຖາວອນ 75 ຫລັງ, ເຮືອນເຄີ່ງຖາ ວອນ 47 ຫລັງ ແລະ ເຮືອນຊົ່ວ ຄາວ 28 ຫລັງ, ປະຊາຊົນໄດ້ຊົມໃຊ້ໄຟຟ້າຖາວອນ 150 ຄົວເຮືອນ ແລະ ໃຊ້ລະບົບນໍ້າລິນ 150 ຄົວເຮືອນ, ສ່ວນເສັ້ນທາງໄປມາພາຍໃນບ້ານແມ່ນມີຄວາມສະດວກສະບາຍ. ສະເພາະປີ 2019 ຜ່ານມາບ້ານໂຮມໄຊ ສາມາດສ້າງລາຍຮັບໄດ້ 15 ຕື້ກີບ, ສະເລ່ຍໃສ່ຫົວຄົນໄດ້ 18.900.000 ກີບ ຫລື 2.162 ໂດ ລາສະຫະລັດຕໍ່ຄົນ, ເສຍພາສີ, ອາກອນ ແລະ ຄ່າທໍານຽມຕ່າງຯ ເຂົ້າງົບປະມານຂອງລັດໄດ້ 13.500.000 ກີບ. ມາຮອດປັດຈຸບັນ ສາມາດລຶບລ້າງຄອບຄົວທຸກຍາກພາຍໃນບ້ານໄດ້ແລ້ວ 95% ຂອງຈໍານວນຄອບຄົວທັງໝົດ. ຂະນະທີ່ເດັກນ້ອຍໃນເກນອາຍຸໄດ້ເຂົ້າຮຽນປົກກະຕິໝົດແລ້ວ ແລະ ຄູສອນ ໄດ້ຮັບການເອົາໃຈໃສ່ເບິ່ງແຍງຈາກຂັ້ນເທີງ ແລະ ປະຊາຊົນພາຍໃນບ້ານ.

ຄຽງຄູ່ກັບຜົນສໍາເລັດໃນການຊີ້ນໍາ-ນຳພາ ປະຊາຊົນສ້າງເສດຖະ ກິດຂອງບ້ານ ກໍຄື ເສດຖະກິດຂອງແຕ່ລະຄອບຄົວ ກໍຍັງມີຫລາຍຢ່າງທີ່ເປັນຂໍ້ຫຍຸ້ງ ຍາກທີ່ຄະນະພັກ ແລະ ອົງການປົກຄອງບ້ານໂຮມໄຊ ຕ້ອງສືບຕໍ່ແກ້ໄຂ ເປັນຕົ້ນ: ແບບແຜນການນໍາພາທີ່ຕິດພັນກັບຮາກຖານ, ຕິດພັນກັບປະຊາຊົນ, ຄວາມຮັບ ຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍຂອງສະມາຊິກພັກບ້ານບໍ່ທັນສູງ, ລະດັບຄວາມຮູ້ ແລະ ການເຊື່ອມຊຶມບັນດາມະຕິ, ຄໍາສັ່ງ ແລະ ບັນດາລະ ບຽບການຂອງສະມາຊິກພັກ ແລະ ປະຊາຊົນຍັງບໍ່ທັນສູງ ແລະ ອື່ນ. ພ້ອມນີ້ ຕາງ ໜ້າຄະນະພັກ ແລະ ອົງການປົກຄອງບ້ານດັ່ງກ່າວ ໄດ້ສະເໝີມາຍັງຂັ້ນເທີງຊ່ວຍສ້າງໂຮງຮຽນປະຖົມຫລັງໃໝ່ໃຫ້ຍ້ອນວ່າຈໍານວນນັກຮຽນເພີ່ມຂຶ້ນທຸກປີເຮັດໃຫ້ນັກຮຽນຫລົ້ນຫ້ອງຮຽນ, ພ້ອມນີ້ ຍັງໄດ້ສະເໜີຂໍຄວາມຊ່ວຍເຫລືອດ້ານແນວພັນສັດ ແລະ ຢາວັກແຊັງປ້ອງກັນພະຍາດສັດ ເພື່ອໃຫ້ບ້ານມີແນວພັນສັດທີ່ດີ ແລະ ໄດ້ຮັບການປ້ອງກັນພະຍາດທີ່ອາດຈະເກີດຂຶ້ນກັບສັດລ້ຽງໃຫ້ຫລາຍຂຶ້ນກ່ວາເກົ່າ.

ໃນໂອກາດນີ້ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມຂອງບ້ານໂຮມໄຊ, ເມືອງສິງ, ແຂວງຫລວງນໍ້າທາ ທີ່ຍາດມາໄດ້ຕະຫລອດໄລຍະຜ່ານມາ, ພ້ອມນີ້ ທ່ານໄດ້ໃຫ້ທິດຊີ້ນໍາຫລາຍດ້ານເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງບ້ານ ກໍ່ຄື ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານໃຫ້ນັບມື້ດີຂຶ້ນ ເປັນຕົ້ນ: ການຍົກສູງຄວາມສາມັກຄີເປັນປຶກແຜ່ນພາຍໃນບ້ານໃຫ້ສູງຂຶ້ນກ່ວາເກົ່າ, ການຊຸກຍູ້ຂະບວນການຜະລິດເປັນສິນຄ້າ ກໍ່ຄື ການປູກຝັງແລະ ລ້ຽງສັດທີ່ເປັນທ່່າແຮງຕົ້ນຕໍຂອງບ້ານໃຫ້ນັບມື້ເປັນຂະບວນກ້ວາງຂວາງ ແລະ ອື່ນໆ.

ຂ່າວ: ເວັບໄຊວິທະຍຸກະຈາຍສຽງແຫ່ງຊາດ