ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກເຂົ້າຮ່ວມສ້າງຂະບວນການອອກແຮງງານລວມຮ່ວມກັບຄະນະນຳແຂວງເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກແຂວງບໍ່ແກ້ວ.

ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກເຂົ້າຮ່ວມສ້າງຂະບວນການອອກແຮງງານລວມຮ່ວມກັບຄະນະນຳແຂວງເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກແຂວງບໍ່ແກ້ວ.

    ວັນທີ 18 ກໍລະກົດ 2020 ການນໍາຂອງແຂວງພ້ອມດ້ວຍພະນັກງານລັດຖະກອນຈາກພະແນກການຕ່າງ ອ້ອມຂ້າງແຂວງບໍ່ແກ້ວ ໄດ້ພ້ອມກັນອອກແຮງງານເປັນຂະບວນລວມໃຫຍ່ຢູ່ສວນສາທາລະນະສະໂມສອນແຂວງ ເຊີ່ງນໍາໂດຍທ່ານ ບົວຄົງ ນາມມະວົງ, ເລຂາພັກແຂວງ, ເຈົ້າແຂວງບໍ່ແກ້ວ; ເຂົ້າຮ່ວມໃນການອອກແຮງງານຄັ້ງນີ້ຍັງມີ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ພ້ອມດ້ວຍຄະນະໃນໂອກາດທີ່ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວ ເພື່ອຕິດຕາມ, ຊຸກຍູ້ການສ້າງຂະບວນການດ້ານຕ່າງໆເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິບັດວັດລາວທີ່ຈະມາເຖີງນີ້.

    ການອອກແຮງງານຂະບວນລວມໃຫຍ່ໃນຄັ້ງນີ້ມີ: ການປັບໜ້າດິນຖົມຊາຍ, ປູກຫຍ້າ, ອະນາໄມສວນດອກໄມ້ ແລະ ອື່ນໆ ຕາມຂອບເຂດຄວາມຮັບຜິດຊອບຂອງແຕ່ລະພາກສ່ວນທີ່ໄດ້ແບ່ງປັນກັນໃນການບົວລະບັດຮັກສາຢ່າງເປັນຂະບວນການຟົດຟື້ນ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງ ຄະນະພັກແຂວງບໍ່ແກ້ວ ກໍຄື ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ເປັນຂະບວນການຟົດຟື້ນ. ນອກຈາກນີ້ ເພື່ອເຮັດໃຫ້ສວນສາທາລະນະດັ່ງກ່າວ ມີຄວາມຂຽວງາມ ແລະ ເປັນໄປຕາມ 4 ສໍ ຂອງເທດສະບານເມືອງຫ້ວຍຊາຍ ວາງອອກ ຄື: ສໍ ສີຂຽວ, ສໍ ສະ ຫວ່າງ, ສໍ ສະອາດ ແລະ ສໍ ສະຫງົບ, ກາຍ ເປັນອີກໜຶ່ງສະຖານທີ່ທ່ອງທ່ຽວອອກກຳລັງກາຍພັກຜ່ອນຂອງມວນຊົນພາຍໃນ ແລະ ຕ່າງປະເທດ, ທັງເປັນການປູກຈິດສຳນຶກໃຫ້ພະນັກ ງານລັດຖະກອນ ກໍ່ຄື ປະຊາຊົນທຸກຄົນພາຍໃນແຂວງຮູ້ ຈັກຮັກສາສະພາບແວດລ້ອມຮ່ວມກັນໃຫ້ຫລາຍຂຶ້ນກ່ວາເກົ່າ.

    ໃນໂອກາດນີ້ ທ່ານ ນາງ ດວງຕາ ໄຊຍະວົງ, ເລຂາຄະ ນະບໍລິຫານງານຊາວໜຸ່ມແຂວງ ບໍ່ແກ້ວ ໃຫ້ສໍາພາດວ່າ: ດີໃຈທີ່ໄດ້ນໍາພາສະມາຊິກຊາວໜຸ່ມຫລາຍກ່ວາ 30 ຄົນ ມາເຂົ້າຮ່ວມສ້າງຂະບວນການເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີVI ຂອງອົງຄະນະພັກແຂວງບໍ່ແກ້ວ ແລະ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃນຄັ້ງນີ້, ເຊີ່ງໄລຍະຜ່ານມາ ອົງການຈັດຕັ້ງຊາວໜຸ່ມແຂວງ ໄດ້ປະກອບສ່ວນສ້າງຂະ ບວນການຫລາຍຢ່າງເພື່ອຕ້ອນຮັບກອງປະຊຸມສໍາຄັນດັ່ງກ່າວ ເປັນຕົ້ນ: ໄດ້ລົງໂຄສະນາເຜີຍແຜ່ລະບຽບກົດໝາຍ ກໍ່ຄື ການປຸກລະດົມຊາວໜຸ່ມເຂົ້້າຮ່ວມທຸກຂະບວນການທີ່ຂັ້ນເທີງມອບໝາຍໃຫ້, ປຸກລະດົມຊາວໜຸ່ມໃຫ້ຮ່ວມກັນຮັກສາຄວາມເປັນລະບຽຮຽບຮ້ອຍໃນສັງຄົມ, ຫ່າງໄກຈາກບັນດາປະກົດການຫຍໍ້ທໍ້ທີ່ບໍ່ດີ ແລະ ອື່ນໆ.

ຂ່າວ: ເວັບໄຊວິທະຍຸກະຈາຍສຽງແຫ່ງຊາດ