ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ລົງຢ້ຽມຢາມ ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ

ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ລົງຢ້ຽມຢາມ ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ

    ໃນວັນທີ 15 ກັນຍາ 2020 ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ,ຫົວໜ້າຄະນະໂຄນະນາອົບຮົມສູນກາງພັກ, ຫົວໜ້າອະນຸກໍາມະການເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ໃຫ້ກຽດຕ້ອນຮັບໂດຍ ທ່ານ ມາຫົງຫວາງ ກໍາມະການສະພາບໍລິຫານ ຂອງກຸ່ມບໍລິສັດຢູນານກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນ ຈໍາກັດ;ຈຸດປະສົງຂອງການລົງຢ້ຽມຢາມຄັ້ງນີ້ ແມ່ນເພື່ອເກັບກໍາຂໍ້ມູນຕົວຈິງກ່ຽວກັບການພັດທະນາຕາມແລວທາງເສດຖະ ກິດ ລາວ-ຈີນ ເວົ້າລວມ ເວົ້າສະເພາະແມ່ນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ໂຄງການກໍ່ສ້າງທາງດ່ວນ ລາວ-ຈີນ ເພື່ອເປັນບ່ອນອີງໃຫ້ແກ່ການປັບປຸງຮ່າງລາຍງານການເມືອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເຊິ່ງຈະໄດ້ໄຂຂຶ້ນໃນຕົ້ນປີ 2021 ນີ້.

    ການຢ້ຽມຢາມໃນຄັ້ງນີ້, ທ່ານຫົວໜ້າຄະນະໂຄນະນາອົບຮົມສູນກາງພັກໄດ້ລົງເບິ່ງແຕ່ລະຈຸດຂອງເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ເຊັ່ນ:  ສະຖານີວຽງຈັນ, ຈຸດຂຶ້ນ-ລົງນາຊອນ, ຂົວໂພນສູງ, ອຸໂມງມິດຕະພາບລາວ-ຈີນ, ຈຸດຂົວນໍ້າລີກ ແລະ ຈຸດອື່ນໆ.ການກໍ່ສ້າງໄດ້ເລີ່ມລົງມື ແຕ່ ວັນທີ 30 ທັນວາ 2018 ມາຮອດປັດຈຸບັນແມ່ນສໍາເລັດ ປະມານ90%, ຄາດວ່າຈະເປີດການນໍາໃຊ້ຢ່າງເປັນທາງການໃນວັນທີ 2 ທັນວາ2020 ເຊິ່ງກົງກັບວັນຊາດຂອງ ສປປ ລາວ. ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງມີຄວາມຍາວທັງໝົດ ປະມານ 109.1ກິໂລແມັດ, ກວ້າງ 23 ແມັດ, ຖືກອອກແບບຕາມມາດຕະຖານທາງດ່ວນ ຂອງ ສປ ຈີນ, ມີ 4 ຊ່ອງຈະລາຈອນ, ມີ 2 ແລວ ໄປ-ກັບ ຜ່ານ 4 ເມືອງ ນັບແຕ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ເມືອງ ໂພນໂຮງ, ຫີນເຫີບ ແລະ ເມືອງວັງວຽງ ແຂວງ ວຽງຈັນ, ຄວາມໄວອອກແບບແມ່ນ 80-100 ກິໂລແມັດ/ຊົ່ວໂມງ, ມີວົງວຽນຈຸດເຊື່ອມຕໍ່ເຂົ້າ-ອອກ 7 ຈຸດ, ມີອຸໂມງ 1 ແຫ່ງ (ເຂດພູພະນັງ), ມີຂົວຂ້າມທັງໝົດ 34ແຫ່ງ ເຊິ່ງປະກອບດ້ວຍຂົວຂ້າມທາງ ເລກທີ 13 ເໜືອ 3 ຈຸດ, ຂ້າມທາງລົດໄຟ 4 ຈຸດ ແລະ ຂ້າມທາງເຂົ້າບ້ານທົ່ວໄປ 23 ຈຸດ. ການລົງຢ້ຽມຢາມໂຄງການກໍ່ສ້າງທາງດ່ວນນະຄອນຫຼວງ ວຽງຈັນ-ວັງວຽງ ຄັ້ງນີ້ ທ່ານ ຄໍາພັນ ພົມມະທັດ ໄດ້ຕີລາຄາສູງ ຕໍ່ຄວາມພະຍາມ ຂອງກຸ່ມບໍລິສັດຢູນານກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນ ທີ່ສາມາດເຮັດສໍາເລັດຕາມແຜນການ ແລະ ຈະໄດ້ມອບເປັນຂອງຂວັນອັນລໍ້າຄ່າ ໃຫ້ແກ່ ພັກ-ລັດຖະບານ ແລະ ປະຊາ ຊົນລາວ ໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 45 ປີ ທີ່ຈະມາເຖິງນີ້.

ໂດຍ: ນາງ ຫົງລຶດີ ສາຍຊໍາພັນ